ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-20 15:44:22    
ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະ​ບອບ​ກາຍ​ເປັນ​ທ່າ​ແຮງ​ພິ​ເສດ​ແລະ​ແມ່​ແຮງ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ມາ​ກາວ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ19​ທັນວາ,​ທ່ານ​ນາງ​ເຊີນ​ລິ້​ໝີນ ຫົວ​ໜ້າ​ພະ​ແນກ​ວຽກ​ງານ​ປົກ​ຄອງ​ແລະ​ກົດ​ໝາຍ​ຂອງ​ອົງ​ການ​ປົກຄອງ​ເຂດ​ພິ​ເສດ​ມາ​ກາວ​ກ່າວ​ວ່າ,​ພຶດ​ຕິ​ກຳ​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ,​ທິດ​ທາງປະ​ເທດ​ດຽວ​ສອງ​ລະ​ບອບ​ບໍ່​ພຽງ​ແຕ່​ໄດ້​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ສັງ​ຄົມ​ມາ​ກາວ​ທໍ່​ນັ້ນ,​ແລະ​ຍັງ​ໄດ້​ກາຍ​ເປັນ​ທ່າ​ແຮງ​ພິ​ເສດ​ແລະ​ແມ່​ແຮງ​ທີ່​ຊຸກຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ມາ​ກາວ.

ວັນ​ທີ20ທັນວາ​ແມ່ນ​ວັນ​ລະ​ລຶກມາ​ກາວ​ກັບ​ຄືນສູ່​ປະ​ເທດ​ຊາດ​ຄົບ​ຮອບ 6ປີ,​ວັນ​ທີ19​ທັນ​ວາ,​ມາ​ກາວ​ໄດ້​ຈັດ​ງານ​ສົນ​ທະ​ນາ​ລະ​ລຶກ​ທີ່​ກ່ຽວ​ຂ້ອງ.​ໃນ​ງານ​ສົນ​ທະ​ນາ,​ທ່ານ​ນາງ​ເຊີນ​ລິ້​ໝີນ​ເວົ້າ​ວ່າ,​ແຕ່​ສ້າງ​ຕັ້ງ​ເຂດ​ພິ​ເສດ​ມາ​ກາວ​ຄົບ​ຮອບ​6​ປີ​ມາ​ນີ້,​ໄດ້ປະ​ຕິບັດ​ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະບອບ,​ໃຫ້​ຊາວ​ມາ​ກາວ​ປົກ​ຄອງ​ມາ​ກາວ​ແລະ​ປົກ​ຄອງ​​ຕົນ​ເອງ​ໃນ​ລະ​ດັບ​ສູງ​ໂດຍ​ຕະ​ຫຼອດ,​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ພື້ນ​ຖານ​ຢ່າງ​ເຄັ່ງ​ຄັດ,​ເຮັດ​ໃຫ້​ສັງ​ຄົມ​ມາ​ກາວ​ກ້າວ​ໄປ​ສູ່​ຂັ້ນ​ໄດ​ຂັ້ນ​ໃໝ່​ເທື່ອ​ລະ​ກ້າວ.

ໃນ​ງານ​ສົນ​ທະນາ,​ທ່ານ​ຊີເຈີ ຮອງ​ຫົວ​ໜ້າ​ຫ້ອງ​ການ​ຕິດ​ຕໍ່ພົວ​ພັນ​ຂອງ ລັດ​ຖະ​ບານ​ກາງ​ປະຈຳ​ມາ​ກາວ​ກໍ່​ເວົ້າ​ວ່າ,​ໃນ6ປີ​ມາ​ນີ້,​ເຂດ​ພິ​ເສດ​ມາ​ກາວ​ມີ​ການ​ເມືອງ​ອັນ​ໜັກ​ແໜ້ນ,​ເສດ​ຖະ​ກິດ​ພັດ​ທະ​ນາ,​ສັງຄົມ​ກົມ​ກຽວ​ກັນ,​ທັງ​ນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ,ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະ​ບອບ,​ໃຫ້​ຊາວ​ມາ​ກາວ​ປົກ​ຄອງ​ມາ​ກາວ​ແລະ​ປົກຄອງ​ຕົນ​ເອງ​ໃນ​ລະດັບ​ສູງ​ມີ​ກຳ​ລັງ​ຊີ​ວິດ​ຢ່າງ​ແຂງ​ແຮງ.