ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນິທານສຸພາສິດ. ໃນລາຍການພາກນີ້, ຂ້າພະເຈົ້າຈະເລົ່າສຸພາສິດເລື່ອງ "ຕູ້ຢື້ຢູໜຽນ" ແປວ່າ "ຜ່ານມື້ໜຶ່ງທໍ່ກັບປີໜຶ່ງ" ສູ່ຟັງ. ຄຳສຸພາສິດນີ້ໄດ້ໃຫ້ເຫັນມີໃນສະໄໝ 5 ລາຊະວົງ 10 ລັດຂອງຈີນ ຫ່າງຈາກປະຈຸບັນ 1000 ກວ່າປີ. ໝາຍເຖິງ "ຜ່ານມື້ໜຶ່ງຮູ້ສຶກດົນນານເໝືອນຜ່ານປີໜຶ່ງ", ໃຊ້ມາອຸປະມາສະພາບຮ້ອນຮົນຫຼາຍຫຼືທຸກຍາກລຳບາກທີ່ສຸດ, ຜ່ານຊີວິດລຳບາກຫຼາຍ.
ໃນສະໄໝ 5 ລາຊະວົງ 10 ລັດຂອງຈີນ, ລາຊະວົງໂຮ້ວຖາງມີຜູ່ໜຶ່ງຊື່ວ່າ ຈ່າງຊີ່ສົງ, ເພິ່ນເປັນຄົນປະຢັດມັດທະຍັດ, ບໍ່ມັກຫຼິ້ນກິນຟຸມເຟືອຍ, ຫາກມັກອ່ານໜັງສືທີ່ສຸດ, ເພິ່ນຊຳນານດາລາສາດ, ໃນລັດຊະການໝິງຈົ່ງ ເພິ່ນດຳລົງຕຳແໜ່ງຜູ່ວ່າການເຂດລິງອູ.
ໃນສະໄໝນັ້ນ, ເຜົ່າຊິຕັ່ນທີ່ຢູ່ພາກເໜືອຈີນໄດ້ເຂັ້ມແຂງໃຫຍ່ໂຕຂຶ້ນເປັນກ້າວໆ. ເຢລີ້ອາປາວຈີ່ ຫົວໜ້າເຜົ່າຊິຕັ່ນໄດ້ນຳພາກອງທະຫານລ່ວງລ້ຳເຂດເຜົ່າຮັ້ນທີ່ຢູ່ພາກໃຕ້ຫຼາຍເທື່ອ, ແລະຈັບເອົາປັນຍາຊົນເຜົ່າຮັ້ນໄປຈຳນວນໜຶ່ງ, ຫວັງໃຫ້ປັນຍາຊົນເຜົ່າຮັ້ນເຫຼົ່ານີ້ຊ່ອຍເຜົ່າຊິຕັ່ນພັດທະນາການຜະລິດຜົນ, ປ່ຽນແປງຮີດບໍ່ຄ່ອງຄອງບໍ່ດີຂອງພວກເຂົາເຈົ້າ, ສ້າງສາຕົວເມືອງ.
ມີເທື່ອໜຶ່ງ, ເຢລີ້ອາປາວຈີ່ໄດ້ນຳພາກອງທະຫານລ່ວງລ້ຳເຜົ່າຮັ້ນອີກ, ແລະໄດ້ຈັບເອົາຈ່າງຊີ່ສົງໄປ. ອາປາວຈີ່ໄດ້ຮູ້ວ່າ ຈ່າງຊີ່ສົງມີຄວາມຮູ້ຫຼາຍໃນດ້ານດາລາສາດທັງພູມສາດ, ກໍ່ເລີຍແຕ່ງຈ່າງຊີ່ສົງເປັນຜູ່ຊ່ອຍວຽກໃນສຳນັກແມ່ທັບ, ພາຍຫຼັງມາໄດ້ແຕ່ງຕັ້ງຈ່າງຊີ່ສົງເປັນເສນາໃນກອງທັບ, ຕໍ່ມາຍັງໃຫ້ຈ່າງຊີ່ສົງເປັນຜູ່ຮັບຜິດຊອບສະເໜີຜູ່ມີຄວາມຮູ້ຄວາມສາມາດ.
ເຖິງວ່າຈ່າງຊີ່ສົງດຳລົງຕ່ຳແໜ່ງເຮັດວຽກໃຫ້ເຜົ່າຊິຕັ່ນມາຫຼາຍປີ ແລະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກເຢລີ້ອາປາວຈີ່ກໍ່ຕາມ, ແຕ່ເພິ່ນກໍ່ຄິດເຖິງບ້ານເກີດທີ່ສຸດ.
ມີເທື່ອໜຶ່ງ, ຈ່າງຊີ່ສົງຂຶ້ນຫໍກຳແພງເມືອງ, ເພິ່ນອົດບໍ່ໄດ້ຕ້ອງຄິດວ່າ: ໃນສະໄໝກ່ອນ ປ່ານເຊົ່າໄປເປັນທູດຢູ່ເຂດຕາເວັນຕົກຂອງຈີນ, ບໍ່ກ້າກັບຄືນບ້ານເກີດຕາມລຳພັງໃຈ, ແມ່ນຍ້ອນຕ້ອງປະຕິບັດຕາມຄຳສັ່ງໃນລາຊະໂອງການ, ດຽວນີ້ຂ້າພະເຈົ້າຖືກຊິຕັ່ນຈັບມາ, ມີຄວາມອາຄາດບາດໝາງກັບພວກເຂົາເຈົ້າ, ເປັນຫຍັງຍັງອາໄສຢູ່ນີ້ ບໍ່ຕັດສິນໃຈ? ຈ່າງຊີ່ສົງເລີຍຮຽກໂຮມພວກລູກນ້ອງທີ່ມານຳເພິ່ນວ່າ: "ພວກຂ້າພະເຈົ້າຄ້າງຢູ່ນີ້, ກິນໂຟຼມາ, ນອນໃນຕູບຜ້າເຕັນ, ເມື່ອຍັງມີຊີວິດຢູ່ກໍ່ບໍ່ເຫັນພໍ່ເຫັນແມ່ແລະຍາດພີ່ນ້ອງ, ເມື່ອຕາຍແລ້ວກໍ່ເປັນຜີຂອງບ້ານເພິ່ນ, ມອງໄປສູ່ທາງພາກໃຕ້ທຸກມື້, ຮູ້ສຶກວ່າຜ່ານມື້ໜຶ່ງດົນປານຜ່ານປີໜຶ່ງ, ຄັນຈັ່ງຊັ້ນ ພວກເຈົ້າບໍ່ຄິດເຖິງບ້ານເກີດຊັ້ນຫວະ? ດຽວນີ້ ຂ້າພະເຈົ້າຢາກພາພວກທ່ານໜີຈາກບ່ອນນີ້, ບໍ່ຮູ້ວ່າພວກທ່ານມີຄວາມຄິດແນວໃດ?" ເວົ້າແລ້ວກໍ່ໄຫ້ກາກໆ.
ພວກລູກນ້ອງໄດ້ຟັງແລ້ວຕື້ນຕັນໃຈທີ່ສຸດ, ລ້ວນແຕ່ກ່າວວ່າ: "ທ່ານພາພວກຂະນ້ອຍເມືອແມ່ນເລື່ອງດີທີ່ສຸດ, ແຕ່ຝ່າຍຊິຕັ່ນມີທະຫານເຝົ້າຮັກສາເປັນຈຳນວນຫຼວງຫຼາຍ, ຈະແຫກວົງປິດລ້ອມຍາກຫຼາຍ, ຂໍໃຫ້ທ່ານໜີອອກໄປກ່ອນສາ". ຈ່າງຊີ່ສົງເວົ້າວ່າ: "ມື້ອື່ນຫົວໂປ່ຂອງຊິຕັ່ນຈະມາເຖິງ, ພວກເຮົາຈັບເຂົາໄວ້ກ່ອນ, ຊິຕັ່ນບໍ່ມີຫົວໜ້າ, ຍ່ອມຈະເສຍໄຊແນ່ນອນ, ແລະເມືອງຜິງໂຈ່ວຫ່າງຈາກຕູບຜ້າເຕັນຂອງຫົວໜ້າເຜົ່າຊິຕັ່ນໄກຕັ້ງ 500 ກວ່າກິໂລແມັດ, ເມື່ອພວກເຂົາເຈົ້າສົ່ງຂ່າວໄປຮອດແລ້ວສັບຊ້ອນທະຫານມາ, ມາຮອດເມືອງຜິງໂຈ່ວອີກຍັງຕ້ອງການ 10 ມື້, ຮອດເວລານັ້ນ ພວກເຮົາໄດ້ເຂົ້າເຂດແດນຂອງປະເທດເຮົາແລ້ວ." ພວກລູກນ້ອງໄດ້ຟັງແລ້ວເຫັນດີໝົດທຸກຄົນ.
ມື້ລຸນມາ, ຈ່າງຊີ່ສົງໃຫ້ຄົນຂຸດຂຸມພາງໄວ້, ແລະຖອກຫີນປູນໃສ່. ເມື່ອພວກຫົວໂປ່ເຜົ່າຊິຕັ່ນມາເຖິງແລ້ວ, ຈ່າງຊີ່ສົງກໍຊວນພວກເຂົາດື່ມເຫຼົ້າຈົນເມົາ, ແລ້ວຖິ້ມຫົວໜ້ານ້ອຍໃຫຍ່ທຸກຄົນລົງຂຸມພາງທີ່ມີຫີນປູນ, ແລ້ວອັດຝາໃຫ້ແໜ້ນ ຈົນພວກເຂົາຕາຍ.
ຍ້ອນບໍ່ມີຫົວໜ້າ, ກອງທະຫານຊິຕັ່ນກໍພາກັນໂຕນໜີໂດຍບໍ່ກ້າສູ້ລົບ, ຈ່າງຊີ່ສົງນຳພາກອງທະຫານ 2 ໝື່ນກວ່າຄົນຈຶ່ງກັບຄືນຮອດລາຊະວົງໂຮ້ວຖາງ.
ສົມເດັດໝິງຈົ່ງ ເຈົ້າຊີວິດລາຊະວົງໂຮ້ວຖາງຍ້ອງຍໍການກະທຳອັນສະຫຼາດສະຫຼຽວຂອງຈ່າງຊີ່ສົງ, ແລະແຕ່ງຕັ້ງຈ່າງຊີ່ສົງເປັນນາຍທະຫານປ້ອງກັນເມືອງຢູໂຈ່ວ.
|