ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-21 17:31:41    
"ສິລະ​ປະມູຄາມ​​ເຜົ່າ​ເວ​ອູ​ເອີ​ຂອງ​​ເຂດຊິນ​ຈຽງ​ຈີນ"​ແລະ"​ເພງ​ພື້ນ​ເມືອງ​ທຳນອງ​ຍາວ​ຂອງ​ເຜົ່າ​ມົງ​ໂກນ"​ໄດ້​ຮັບ​ເລືອກ​​ເປັນ"ບົດ​ປະພັນຕົວ​ແທນ​ຂອງ​ມໍລະ​ດົກທາງ​ປາກ​ແລະ​ບໍ່​ແມ່ນ​ວັດຖຸ​ຂອງ​ມະນຸດ"(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ວັນ​ທີ25 ພະຈິກ,ຢູ່​ສຳນັກງານ​ໃຫຍ່ທີ່ປາຣີ,ອົງການ​ຢູ​ເນັສ​ໂກ​​ໄດ້ປະກາດ"ບົດ​ປະພັນຕົວ​ແທນ​ຂອງ​ມໍລະ​ດົກທາງ​ປາກ​ແລະ​ບໍ່​​ແມ່ນວັດຖຸ​ຂອງ​ມະນຸດ"ງວດ​ທີ່​ສາມ,"ສິລະ​ປະມູຄາມ​​ເຜົ່າ​ເວ​ອູເອີ​ຂອງ​ເຂດ​ຊິນ​ຈ່ຽງ​ຈີນ"ທີ່​ຈີນ​ຮ້ອງ​ຂໍ​ແລະ"​ເພງ​ພື້ນ​ເມືອງ​ທຳນອງ​ຍາວ​ຂອງ​ເຜົ່າ​ມົງ​ໂກນ"ທີ່​ຈີນ​ແລະ​ມົງ​ໂກ​ລີຮ່ວມກັນຮ້ອງ​ຂໍ​ໄດ້​ຮັບ​ເລືອກ​ຢ່າງ​ມີ​ກຽດ.​ໃນ​ລາຍ​ການ​ວັດທະນາ​ທຳ​ຈີນ​ມື້​ນີ້,​ເຊີນ​ຟັງລາຍ​ງານ​ຂ່າວທີ່ກ່ຽວຂ້ອງ.

ວັນ​ທີ28 ພະຈິກ,ຢູ່​ປັກ​ກິ່ງ,ທ່ານ​ໂຄ​ອີ​ຈີ​ໂຣ ມາ​ຊູ​ອູຣາ ຜູ້​ອຳນວຍ​ການ​ໃຫຍ່​ອົງການ​ຢູ​ເນັສ​ໂກໄດ້ມອບ​ໃບ​ຢັ້ງຢືນ​​​ໂຄງການທີ່​ໄດ້​ຮັບ​ເລືອກ​ໃຫ້​ທ່ານ​ຊຸ່ນ​ເຈ່ຍ​​​ເຈີ້​ງ ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຈີນ.​ຢູ່​ບ່ອນ​ມອບ​ໃບຢັ້ງຢືນ,ທ່ານ​ພູ​​ໂທ່ງ ​ເຈົ້າ​ຫນ້າ​ທີ່​ ​ກະຊວງ​ວັດທະນະທຳ​ຈີນ​ກ່າວ​ວ່າ,ຫວັງຜ່ານຈາກ​ອົງການ​ຢູ​ເນັສ​ໂກ​ມອບ​ໃບ​ຢັ້ງຢືນມາ,ຊຸກ​ຍູ້​ວຽກ​ງານ​ອະນຸ​ລັກມໍລະດົກ​ວັດທະນະທຳ​ຂອງ​ຈີນ​ຕື່ມ​ອີກ.

ດົນຕີ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ດົນຕີມູຄາມ​​ເຜົ່າ​ເວ​ອູເອີ​ຂອງ​ເຂດ​ຊິນ​ຈ່ຽງ​ຈີນ.
"ສິລະ​ປະມູຄາມ​​ເຜົ່າ​ເວ​ອູເອີ​ຂອງ​ເຂດ​ຊິນ​ຈ່ຽງ​ຈີນ"​ແມ່​ນຊື່​ລວມຂອງ​ມູຄາມ​ຊະນິດ​ຕ່າງໆ​ທີ່​ເຜີຍ​ແຜ່​ຢູ່​ເຂດ​ທີ່​​ເຜົ່າ​​ເວ​ອູ​ເອີ​ຂອງ​ເຂດ​ຊິນ​ຈຽງຕັ້ງ​ພູມລຳ​ເນົາ​ຈຸ້ມ​ກັນ,​ແມ່ນ​ຮູບ​ການ​ສິລະ​ປະ​ສັງ​ລວມຂະຫນາດ​ໃຫຍ່​ທີ່​​ໂຮມ​ເອົາເພງ,​ການ​ຟ້ອນ,​ແລະ​ດົນຕີ​ເຂົ້າ​ເປັນອັນ​ຫນຶ່ງ​ອັນ​ດຽວ​ກັນ,ມັນສະ​ແດງ​ອອກ​​ເຖິງມູນ​ເຊື້ອ​ວັດທະນະທຳ​ປະຫວັດ​ສາດຂອງ​ເຂດ​ຊິນ​ຈຽງ​ແລະ​ເຜົ່າ​​ເວ​ອູ​ເອີ​ຢ່າງຮອບດ້ານ​ແລະ​ມີ​ຊີວິດ​ຊີວາ.ຫລັງ​ຈາກ​ຊຸມ​ປີ60 ສະຕະວັດທີ່20,ຄຽງ​ຄູ່​ກັບ​ການຫັນ​​​​ປ່ຽນ​​​ໂຄງ​ປະກອບເສດຖະກິດ​ແລະ​ການ​ປ່ຽນ​ແປງຂອງຮີດຄອງ​ປະ​ເພນີ​ຊີວິດ​ການ​ເປັນ​ຢູ່ຂອງຄົນທັງຫລາຍ,​ພ້ອມ​ດ້ວຍ​ການ​ຊຸ​ທັ່ງຂອງ​ວັດທະນະທຳ​ພາຍ​ນອກ​ແລະ​ວັດທະນະທສະ​​ໄສ​ໄຫມ​ນິຍົມ,ມູຄາມ​ເຜົ່າ​ເວ​ອູ​ເອີ​ໄດ້​ປະ​ເຊີນ​ກັບຄວາມ​ຫຍຸ້ງ​ຍາກຕ່າງໆ​​ເຊັ່ນ​ບໍ່ມີ​ຄົນ​ສືບ​ທອດ​ເປັນ​ຕົ້ນ.ທ່ານນາງ​ຫລີ​ຈີ້​ລຽນ ຮອງ​ຫົວຫນ້າສະ​ຖາ​ບັນຄົ້ນຄວ້າ​ສິລະ​ປະ​​ເຂດຊິນ​ຈຽງ​​ເວົ້າ​ວ່າ,ການຮ້ອງ​ຂໍ"ບົດປະພັນຕົວ​ແທນ​ຂອງ​ມໍລະ​ດົກ​ທາງ​ປາກແລະ​ບໍ່​​ແມ່ນວັດຖຸ​ຂອງ​ມະນຸດ"​ຢ່າງ​ສຳ​ເລັດ​ຜົນເທື່ອ​ນີ້,ຈະ​ຊຸກຍູ້​ການ​ອະ​ຈຸ​ລັກແລະ​ການ​ສືບ​ທອດ​ຂອງ"ສິລະ​ປະມູຄາມ​​ເຜົ່າ​ເວ​ອູ​ເອີ​ຂອງ​​ເຂດຊິນ​ຈ່ຽງ​ຈີນ"​ຢ່າງ​ຫລວງຫລາຍ:

"ມູຄາມ​​​ເຜົ່າ​ເອອູເອີ​ຂອງ​​ເຂດຊິນ​ຈ່ຽງ​ຈີນ​ຖືກ​ອົງການ​ຢູ​ເນັສ​ໂກຈັດ​ເຂົ້າ​ໃນ​ບົດ​ປະພັນ​ຕົວ​ແທນ​ຂອງ​ມໍລະ​ດົກທາງ​ປາກ​ແລະ​ບໍ່​ແມ່ນ​ວັດຖຸ​ຂອງ​ມະນຸດ,​ແມ່ນຢືນຢັນ​ຄຸນຄ່າ​ປະຫວັດ​ສາດແລະ​ຄຸນຄ່າ​ວັດທະນະທຳ​ສັງຄົມດ້ານ​ສິລະ​ປະ​ຂອງ​ມັນ.ການ​ຮ້ອງ​ຂໍ​ພຽງ​ແຕ່ແມ່ນພາຫະນະ​ອັນຫນຶ່ງ​ເທົ່າ​ນັ້ນ,ຈຸດປະສົງ​ຂອງ​ມັນຍັງ​ຄົງແມ່ນ​ເພື່ອ​ອະນຸລັກ​ແລະ​ສືບ​ທອດ."

ທ່ານ​ນາງ​ຫລີ​ຈີ້​ລຽນ​ເວົ້າວ່າ,ພວກ​​ເພິ່ນ​​ໄດ້ວາງແຜນການອະນຸລັກ​ເປັນ​ເວລາ​​10ປີ​,ຈະ​ສ້າງ​ຊ່ອງ​ທາງ​ສືບ​ທອດ​​ເສັ້ນຫນຶ່ງ​​ຢູ່​​ເຂດຊິນ​ຈຽງ.​ໃນ​ນັ້ນ​,ກ່ອນ​ອື່ນ​ແມ່ນ​ການ​ສືບ​ທອດສະ​ພາບ​ດັ້ງ​ເດີມ,ຍ້ອນ​ວ່າ​ມູຄາມ​ແມ່ນ​ສິລະ​ປະ​ທີ່​ມີ​ຊີວິດ​ຊີວາ​ໃນພື້ນ​ເມືອງ,ສະ​ນັ້ນ​ຕ້ອງ​ສືບ​ຕໍ່ກັນໄປໃນ​ພື້ນ​ເມືອງ.​ສອງ​ແມ່ນການ​ສືບ​ທອດ​ວິຊາການ,ຫມາຍ​ຄວາມ​ວ່າ​ແມ່ນ​ສືບ​ທອດ​​ໂດຍ​ຄະນະ​ວິຊາ​ການ.ນອກ​ນີ້​ແມ່ນ​ການ​ສືບ​ທອດ​ດ້ານ​ການ​ສຶກສາ,ມັນ​ສາມາດ​ເຂົ້າ​ໃນ​ຫ້ອງ​ຮຽນ​ທຳ​ມະ​ດາ​,​ເຮັດ​​ໃຫ້​ຄົນຮູ້​ຈັກມູຄາມ,ຮັກ​ມູຄາມ,ຮຽນ​ມູຄາມຫລາຍ​ກວ່າ​ເກົ່າ.

ເພງ​ທີ່ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ພື້ນ​ເມືອງ​ທຳນອງ​ຍາວ​ຂອງ​ເຜົ່າ​ມົງ​​ໂກນ.
​ໃນ​ໄລຍະເຜົ່າ​ມົງ​ໂກນ​ຈໍ່​ຕົວ​ຂຶ້ນ,ເພງ​ພື້ນ​ເມືອງ​ທຳນອງ​ຍາວ​ຂອງ​ເຜົ່າ​ມົງ​ໂກນກໍ່ໄດ້​ຄົງ​ຕົວ​ຢູ່​ແລ້ວ.ມັນ​ກ່ຽວ​ພັນ​ກັບທົ່ງ​ຫຍ້າ​ແລະ​ວິຖີ​ຊີວິດ​​ທ່ຽວ​ລ້ຽງສັດ​ຂອງ​ເຜົ່າ​ມົງ​ໂກນຢ່າງ​ແຫນ້ນ​ແຟ້ນ,​ໄດ້​ສືບທອດປະຫວັດສາດເຜົ່າ​ມົງ​ໂກນ.​ເພງ​ພື້ນ​ເມືອງ​ທຳນອງຍາວ​ຂອງ​ເຜົ່າ​ມົງ​ໂກ​ນແມ່ນ​ວັດທະນະທຳ​ຊະນິດ​ຫນຶ່ງ​ທີ່​​ແຈກຢາຍ​ຂ້າມ​ຊາຍ​ແດນ,ຕົ້ນຕໍ​ແຈກຢາຍ​ຢູ່​ເຂດ​ມົງ​ໂກ​ໃນ​ປົກຄອງ​​ຕົນ​ເອງ​ຂອງ​ຈີນແລະ​ປະ​ເທດ​ມົງ​ໂກ​ລີ​.​ເພື່ອ​ພ້ອມ​ກັນອະນຸລັກມໍລະດົກ​ດັ່ງກ່າວ​ນີ້​ໃຫ້​ດີກ​ວ່າ​ເກົ່າ,ຈີນ​ກັບ​ມົງ​ໂກ​ລີ​ໄດ້ຮ້ອງ​ຂໍຕໍ່​ອົງການ​ຢູ​ເນັສ​ໂກກ່ຽວ​ກັບ​ເພງ​ພື້ນ​ເມືອງ​ທຳນອງ​ຍາວ​ຂອງ​​ເຜົ່າ​ມົງ​ໂກ​ນ.ນີ້​ກໍ​ແມ່ນ​​ໂຄງການທີ່​ຈີນ​ພ້ອມ​ກັບ​ຕ່າງປະ​ເທດຮ້ອງ​ຂໍຕໍ່​ອົງການ​ຢູ​ເນັສ​ໂກ​ກ່ຽວ​ກັບມໍລະ​ດົກທີ່​ບໍ່​​ແມ່ນວັດຖຸ​ອັນ​ດຽວ​ກັນ​ແລະ​ໄດ້​ຮັບ​ຜ່ານ​ເປັນ​ຄັ້ງ​ທຳ​ອິດ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ສຽວ​ຢູ້ກວ່າ​ງ ຫົວຫນ້າ​ສະ​ຖາ​ບັນຄົ້ນຄວ້າ​ສິລະປະຂອງ​ເຂດມົງ​ໂກ​ໃນຈີນ​ເວົ້າ​ວ່າ,​ເຖິງ​ວ່າ​ຈີນ​ແລະ​ມົງ​ໂກ​ລີ​ລ້ວນ​ແຕ່​ອີງ​ຕາມສະພາບ​ຕົວຈິງ​ຂອງ​ປະ​ເທດ​ຕົນ​,​ໄດ້​ອະນຸລັກເພງ​ພື້ນ​ເມືອງ​ທຳນອງ​ຍາວ​ຂອງ​ເຜົ່າ​ມົງ​​ໂກນ​ເທົ່າ​ທີ່​ສາມາດ​ເຮັດ​ໄດ້,​ແລະ​ໄດ້​ຮັບ​ຜົນສັກສິດໃນ​ລະດັບ​ໃດ​ຫນຶ່ງ​ແລ້ວ​ກໍ່ຕາມ,​ແຕ່​ທ່ວງທ່າ​ທີ່​​ເພງ​ພື້ນ​ເມືອງທຳນອງ​ຍາວ​ຂອງ​​ເຜົ່າມົງ​ໂກ​ນ​ຊຸດ​ໂຊມລົງ​ໃນ​ດ້ານ​ກວມ​ລວມນັ້ນ​ພັດບໍ່​ໄດ້​ຮັບ​ການ​ສະກັດ​ກັ້ນຈາກ​ດ້ານ​ກົກຮາກ. ​ຈີນ​ມົງ​ໂກ​ລີຮ່ວມ​ກັນ​ຮ້ອງ​ຂໍ​ຢ່າງ​ສຳ​​ເລັດ​ຜົນເທື່ອ​ນີ້,ຫມາຍ​ຄວາ​ມວ່າ​ໃນ10ປີ​ຂ້າງ​ຫນ້າ​ນີ້,ສອງ​ປະ​ເທດ​ຈະ​ຮ່ວມ​ມືກັນ​ໃນ​ດ້ານ​ອະນຸລັກ​ເພງ​ພື້ນ​ເມືອງທຳນອງ​ຍາວ​ຂອງ​​ເຜົ່າມົງ​ໂກນ,​ແລະ​ພ້ອມ​ກັນປະສານ​ງານ​ໃຊ້​ມາດ​ຕະການ​ອະນຸລັກ.ທ່ານ​ເວົ້າ​ວ່າ:

"​ເພງ​ພື້ນ​ເມືອງທຳນອງ​ຍາວບໍ່​ພຽງ​ແຕ່​ແມ່ນ​ສິລະ​ປະຂອງ​ເຜົ່າ​ມົງ​​ໂກ​ນ​ເທົ່າ​ນັ້ນ,ມັນ​​ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ວັດທະນະທທີ່ດີເດັ່ນຂອງ​ທົ່ວ​ມວນມະນຸດ​ແລ້ວ.ການ​ອະນຸລັກ​ມັນ​ໃຫ້​ດີ​​ແມ່ນ​​ໜ້າ​ທີ່​ຮັບຜິດຊອບ​ຂອງ​ພວກ​ເຮົາຮຸ່ນ​ນີ້​."

ທ່ານ​ສຽວ​ຢູ້ກວ່າ​ງ​ເວົ້າ​ວ່າ,ພວກ​​ເພິ່ນ​ໄດ້​ວາງ​ແຜນການ​ອະນຸລັກ​ເປັນ​ເວລາ10ປີ​ແລ້ວ.​ໃນ​10ປີ​ນີ້,​ພວກ​ເພິ່ນ​ຈະ​​ຜ່ານ​ຈາກ​ພາຫະນະ​ຕ່າງໆ​,​ເຊັ່ນການ​ສຳ​ຫລວດຕາມ​ທົ່ງ​ນາ,​ການ​ເກັບກຳ​ຂໍ້​ມູນ,ການອັດສ​ຽງຖ່າຍ​ວິ​ດີ​ໂອ,ການອະນຸລັກ​ຜູ້​ສື​ບທອດ,ສ້າງ​ອົງການ​ອົບຮົມສະ​ເພາະ​ເປັນ​ຕົ້ນມາ​ອະນຸລັກ​ເພງ​ພື້ນ​ເມືອງ​ທຳນອງ​ຍາວ​ຂອງ​ເຜົ່າ​ມົງ​ໂກນ,​ເຮັດ​ໃຫ້​ມັນ​ໄດ້​ຮັບ​ການ​ສືບ​ທອດ​ດີກ​ວ່າ​ເກົ່າ.