ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-22 10:36:16    
ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຕັ້ງ​ໜ້າ(ສຽງ)

cri

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 11 ​​ໄດ້​ອັດ​ລົງ​ແລ້ວ​ຢູ່​ສູນ​ປະ​ຊຸມ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 12 ທັນວາ.ຜູ່​ນຳ​ບັນດາ​ປະ​ເທດ​ອາ​ຊຽນ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໄດ້​ຜ່ານ​ຮັບ​ຮອງ​ເອົາ​ເອ​ກະ​ສານ​ຫຼາຍ​ສະບັບ​ຊຶ່ງ​ລວມ​ທັງ"​​ຖະ​ແຫຼງ​ການ​ກົວ​ລາ​ລຳ​ເປີ"ກ່ຽວ​ກັບ​ການ​ສ້າງ​ລັດ​ຖະ​ທຳ​ມະ​ນູນ​ອາ​ຊຽນ,​ໄດ້​ກຳ​ນົດ​ທິດ​ຂະ​ຫຍາຍ​ຂອງ​ອາ​ຊຽນ​ໃນ​ຕໍ່​ໄປ​ພາຍ​ໜ້າ.

ການ​ຜ່ານ​ຮັບຮອງ"​​ຖະ​​ແຫຼ​ງການ​ກົວ​ລາ​ລຳ​ເປີ"ກ່ຽວ​ກັບ​ການ​ສ້າງ​ລັດ​ຖະ​ທຳ​ມະ​ນູນ​ອາ​ຊຽນ ​ແມ່ນໝາກ​ຜົນ​ສຳຄັນ​ທີ່​ສຸດ​ທີ່​ໄດ້​ຮັບ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 11 ​ຄັ້ງ​ນີ້.​ອີງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ນີ້,​ອາ​ຊຽນ​ຕົກ​ລົງ​ສ້າງ​ລັດ​ຖະ​ທຳ​ມະ​ນູນ,​ສ້າງ​ຂອບ​ກົດ​ໝາຍ​ແລະ​ອົງ​ການ​ຈັດ​ຕັ້ງ​ເພື່ອ​ໃຫ້​ອາ​ຊຽນ​ບັນ​ລຸ​ຄາດ​ໝາຍ​ດັ່ງ​ກ່າວ,​ກຳ​ນົດ​ຫຼັກ​ມາດ​ຖານ ຂໍ້​ກຳ​ນົດ​ແລະ​ຄຸນ​ຄ່າ​ທັງ​ໝົດ​ຂອງ​ອາ​ຊຽນ​ດ້ວຍ​ຮູບ​ການ​ກົດ​ໝາຍ,​ເພື່ອ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ​ໃນ​ຂ້າງ​ໜ້າ ພາຍ​ໃຕ້​ສະ​ພາບ​ສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ​ແລະ​ການ​ເມືອງ​ສາ​ກົນ​ແລະ​ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເລັ່ງ​ລັດ​​ສ້າງ​ສາ​ປະຊາ​ຄົມ​ອາ​ຊຽນ.

ທ່ານ​ບາ​ດາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​​ເຊຍ ປະ​ເທດ​ປະ​ທານ​ວຽນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ນີ້​ເວົ້າ​ວ່າ,​ອາ​ຊຽນ​ຕົກ​ລົງ​ສ້າງ​ລັດ​ຖະ​ທຳ​ມະນູນ​ອາ​ຊຽນ,​ແມ່ນ​ບາດ​ກ້າວ​ສຳ​ຄັນ​ທີ່​ມີຄວາມ​ໝາຍ​ທາງ​ປະ​ຫວັດ​ສາດ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງນີ້​ໄດ້​ອອກ​ຖະ​ແຫຼ​ງການ​ປະກາດ​ວ່າ,ອາ​ຊຽນ​ຕົກ​ລົງ​ຈະ​ກໍ່​ຕັ້ງ"ຈຸບຸ​ກຄົນ​ທີ່​ມີ​ຊື່​ສຽງ",ນຳ​ໄປ​ຄົ້ນຄວ້າ​ແລະ​ວາງ​ທິດ​ຊີ້​ນຳ​ແລະ​ທາດ​ແທ້​​ຂອງ​ລັດ​ຖະ​ທຳ​ມະນູນອາຊຽນກ່ຽວ​ກັບ​ການ​ສ້າງປະຊາ​ຄົມ​ອາ​ຊຽນ​.ໃນ​ເວລາ​ຈຳ​ເປັນ,​ກອງ​ປະ​ຊຸມ​ຍັງ​ທວງ​ໃຫ້​ບັນ​ດາ​ປະ​ເທດ​ສະມາຊິກກໍ່ຕັ້ງ"ຈຸ​ຮັບຜິດຊອບ​ພິ​ເສດ"​​ເພື່ອ​ຮັບ​ຜິດ​ຊອບ​ຮ່າງ​​ລັດ​ຖະ​ທຳ​ມະ​ນູນ​ອາ​ຊຽນຕາມ​ຖະ​ແຫຼ​ງການ​ກົວ​ລາ​ລຳ​ເປີ​ແລະ​ຢູ່ບົນ​ພື້ນ​ຖານ​ຂອງ​ຂໍ້​ສະ​ເໜີ"ຈຸບຸ​ກຄົນ​ທີ່​ມີ​ຊື່​ສຽງ"​.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງນີ້​ຍັງ​ອະນຸມັດ​ເອກະສານ​ສອງ​ສະບັບ,​ແລະ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ 7 ສະບັບ.ຜູ້ນຳ​ອາ​ຊຽນຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​"​ແຜນ​ປະ​ຕິ​ບັດ​ງານ​ວຽງ​ຈັນ"​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນ,​ແລະ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ຕັ້ງ​ກອງ​ທຶນ​ພັດ​ທະ​ນາ​ອາ​ຊຽນ,​ພ້ອມ​ກັນນັ້ນ ຮຽກຮ້ອງ​ປະ​ເທດ​ສະມາຊິກ​ອາ​ຊຽນ​ພ້ອມ​ກັບ​ປະ​ເທດ​ຄູ່​ສົນ​ທະ​ນາ​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ກອງ​ທຶນ​ນີ້,​ເພື່ອ​ສະ​ໜັບ​ສະ​ໜູນຂະ​ບວນ​ການ​​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາ​ຊຽນ. ຜູ້ນຳ​ອາ​ຊຽນທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ອະນຸມັດການ​ຕົກລົງ​ກ່ຽວ​ກັບ​ການ​ເລັ່ງ​ລັດ​ບັນລຸ​ການ​ຄ້າ​ເສລີ​ຂອງ​ຂະ​ແໜງ​ການ​ບໍລິການ​ທີ່​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ​ສະ​ເໜີ​ອອກ​,​ແລະ​ຫວັງ​ໃຫ້​ປະ​ເທດ​ສະມາຊິກ​ອາ​ຊຽນສ່ວນ​ຫຼາຍ​ສຳ​ເລັດ​ຂະ​ບວນການ​ດັ່ງ​ກ່າວ​ກ່ອນ​ເວລາ​ກຳນົດ​ເມື່ອ​ປີ 2015 .

ຜູ້ນຳ​ອາ​ຊຽນຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​​ລັດຖະມົນຕີ​ກະຊວງ​ເສດຖະກິດ​ອາ​ຊຽນ​ເຊັນ​ເອ​ກະ​ສານ​ 3 ສະ​ບັບ​ເຊັ່ນ:"ສັນຍາສ້າງ​ແລະ​ປະຕິບັດ​ປ່ອງ​ຢ້ຽມ​​ດຽວຂອງ​ອາ​ຊຽນ","ສັນຍາ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ມາດຖານ​ເອກະ​ພາບ​ຂອງໄຟຟ້າ​ແລະ​ເອ​ເລັກ​ຕຼົງຂອງ​ອາ​ຊຽນ"​ແລະ"ອາ​ຊຽນ​ຮັບ​ຮອງ​ການຈັດ​ວາງ​ການ​ບໍ​ລິ​ການ​ກິດ​ຈະ​ການ​ເຊິ່ງ​ກັນ​ແລະ​ກັນ​",​ແລະ​ເຕືອນ​ໃຫ້​ບັນດາ​ປະ​ເທດ​ເລັ່ງ​ລັດ​ບາດ​ກ້າວ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ແລະ​ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ອາ​ກາດ. ຜູ້​ນຳ​ຂອງ 10 ປະ​ເທດ​ອາ​ຊຽນຍັງ​ຫາ​ລື​ບັນ​ຫາ​ກ່ຽວ​ກັບ​ການ​ປັບ​ປຸງ​ຕາ​ລາງ​ເວ​ລາ​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນ​,ຫວັງ​ໃຫ້​ຍ້າຍ​ເວລາ​ບັນລຸ​ຄວາມ​ເຊື່ອມ​ໂຊງ​ເຂົ້າ​ກັນ​ທາງ​ເສດ​ຖະ​ກິດ​ໃນ​ປີ 2020 ນັ້ນມາ​ຢູ່​ໃນ​ປີ 2015.

ໃນ​ກອງ​ປະຊຸມ​ຄັ້ງນີ້ ບັນດາ​ປະ​ເທດ​ອາ​ຊຽນຍັງ​ໄດ້​ບັນ​ລຸ​ມະ​ຕິ​ເອ​ກະ​ສັນ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ.​ຜູ້​ນຳ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ກ່າວ​ປະນາມ​ຕໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ​ແລະ​ໃນ​ພາກ​ພື້ນ​ອາ​ຊີ​ອາ​ຄະ​ເນ,​ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ,​ຕັ້ງ​ໜ້າ​ຊອກ​ຫາ​ຮາກ​ເຫງົ້າ​ຂອງ​ການ​ເກີດ​ລັດ​ທິ​ກໍ່​ການ​ຮ້າຍ,​ແກ້​ໄຂ​ບັນ​ຫາ​ນີ້​ຈາກ​ກົກ​ຮາກ.

ບັນດາ​ປະ​ເທດ​ອາ​ຊຽນ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕ້ອງ​ການ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ດ້ານ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ,​ໄດ້​ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ​ຂອງ​ມາ​ເລ​ເຊຍ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ປ້ອງ​ກັນ​ແລະ​ປີ່​ນປົວ​ໄຂ້​ຫວັດ​ສັດ​ປີກ​ພາກ​ພື້ນ​ອາ​ຊີ​ອາ​ຄະ​ເນ​ແລະ​ສູນ​ຮ່ວມ​ມື​ປ້ອງ​ກັນ​ແລະ​ປີ່ນ​ປົວ​ພະ​ຍາດ​ໂລ​ຄາ​ພາກ​ພື້ນ​ອາ​ຊີ​ອາຄະ​ເນ.

ຜູ້ນຳ​ອາ​ຊຽນທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຍັງ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ວ່າ ບັນ​ດາ​ປະ​ເທດ​ອາ​ຊຽນ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ,​ຊຶ່ງ​ລວມ​ທັງ​ຈັດ​ງານ​ກິ​ລາ​ນັກ​ສຶກ​ສາ​ອາ​ຊຽນ,​ກໍ່​ຕັ້ງ​ກອງ​ສັນ​ຕິ​ພາບ​ຊາວ​ໝຸ່ມ​ອາ​ຊຽນ,​ຈັດ​ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ຫຼີ້ນ​ເກມ​ຄອມ​ພິວ​ເຕີ​ອາ​ຊຽນ​ແລະ​ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອາ​ຊຽນ​ເປັນ​ຕົ້ນ.

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້,​ບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ເອກະ​ສັນ​ກັນ ສະ​ໜັບ​ສະ​ໜູນ​ທ່ານ​ສຸ​ລະ​ກຽດ ສະ​ຖຽນ​ໄທ ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ໄທ​ຮັບ​ຕຳ​ແໜ່​ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,​ທັງ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ວ່າ,​ມີ​ຄວາມ​ຈຳ​ເປັນ​ສ້າງ​ລະ​ບົບ​ເຕືອນ​ໄພ​ໄລຍະ​ຕົ້ນ​ຕໍ່​ໄພ​ທຳ​ມະ​ຊາດ​ອາ​ຊີ​ອາ​ຄະ​ເນ,​ເພື່ອ​ຮັບ​ມື​ກັບ​​ໄພ​ທຳ​ມະ​ຊາດ​ທີ່​ຈະ​​ເກີດ​ຂຶ້ນ​ອີກ​ເຊັ່ນ:​ຄື້ນ​ຊູ​ນາ​ມີ​ເປັນ​ຕົ້ນ.