ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-22 15:36:17    
ຈີນ​ປະ​ກາດ​ໜັງ​ສື​ປົກ​ຂາວ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຕົນ​ສະ​ບັບ​ທຳ​ອິດ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ22​ທັນວາ,ຫ້ອງການ​ຖະ​ແຫຼງຂ່າວ​ຄະນະ​ລັດຖະບານ​ຈີນ​ໄດ້​ປະກາດ​ໜັງສື​ປົກ​ຂາວ​​ກ່ຽວ​ກັບການພັດທະນາ​ໂດຍ​ສັນຕິ​ຂອງ​ຈີນສະບັບ​ທຳ​ອິດ.ໜັງສື​ປົກ​ຂາວ​ຂຽນ​ວ່າ,ຈີນ​ຈະ​​ເດີນ​ຕາມ​ເສັ້ນທາງພັດທະນາ​ໂດຍ​ສັນຕິ​ຢ່າງໝັ້ນໜຽວ​ບໍ່​ປ່ຽນ​ແປງ,​ພະ​ຍາ​ຍາມ​ບັນລຸ​ການ​ພັດ​ທະນາ​ໂດຍ​ສັນຕິທີ່ໄຂ​ປະຕູ​ ຮ່ວມ​ມື​ແລະ​ກົມກຽວກັນ.

ໜັງສື​ປົກ​ຂາວ​ພາດ​ຫົວ​ເລື່ອງ​ວ່າ "​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ",​ໄດ້​ຫວນ​ຄືນ​ຢ່າງ​ຮອບດ້ານ​ຕໍ່ເສັ້ນທາງ​​ພັດທະນາຂອງຈີນ​​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນ​ທ້າຍ​ຊຸມ​ປີ70ສະຕະວັດ​ແລ້ວ​ນີ້​ເປັນຕົ້ນມາ,​ເຫັນ​ວ່າ,ນີ້​ແມ່ນ​ເສັ້ນທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ທີ່​ສອດຄ່ອງ​ກັບ​ສະພາບ​​ແຫ່ງ​ຊາດ​ຂອງ​ຕົນແລະ​ລັກ​ສະ​ນະ​ພິ​ເສດ​ຂອງ​ຍຸກ​ສະ​ໄໝ.ໜັງສື​ປົກ​ຂາວ​ຍັງ​ໄດ້​ແນະນຳ​ການ​ປະກອບ​ສ່ວນ​ຂອງການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ທີ່​ມີ​ຕໍ່ພາລະກິດ​ກ້າວ​ໜ້າ​ຂອງ​ມະນຸດ.