ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-22 16:17:56    
ຜູ້​ຊ່ຽວ​ຊານ​ບັນ​ຫາ​ໄຕ້​ຫວັນ​ເຫັນ​ວ່າ​ຍັງ​ຕ້ອງ​ຮັກ​ສາ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ

cri
ຕາມ​ຂ່າວCRI,​ຜູ້​ຊ່ຽວຊານ​ບັນຫາ​ໄຕ້​ຫວັນ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ເຫັນ​ວ່າ,​ປັດຈຸບັນ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄດ້​ໂຍະ​ຍານ​ລົງ​ໜ້ອຍ​ໜຶ່ງ,​ແຕ່​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໃຫ້ໄຕ້​ຫວັນ​ເປັນ​ເອກະ​ລາດ​ບໍ່​ໄດ້​ຢຸດ​ເຊົາ,​ຍັງ​ຕ້ອງ​ຮັກ​ສາ​ສະຕິ​ລະ​ວັງ​ຕົວ​ຕໍ່​ເລື່ອງ​ນີ້.

ວັນ​ທີ22ທັນວາ,​ຢູ່​ທີ່​ປັກ​ກິ່ງ,​ສະ​ມາ​ຄົມ​ຄົ້ນຄວ້າ​ໄຕ້​ຫວັນ​ຂອງ​ຈີນ​ໄດ້​ຈັດ​ງານ​ສຳ​ມະ​ນາ.​ຜູ້​ຊ່ຽວ​ຊານ​ທີ່​ຮ່ວມ​ປະຊຸມ​ກ່າວ​ວ່າ,​ແຕ່​ຕົ້ນປີ​ນີ້​ມາ,​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ,​ເຊັ່ນ​ໄຂ​ປະ​ຕູ​ໃຫ້​ໝາກ​ໄມ້​ໄຕ້​ຫວັນ​15​ຊະ​ນິດ​ຂາຍ​ຢູ່​ແຜ່ນ​ດິນ​ໃຫຍ່​ໂດຍ​ບໍ່​ເກັບ​ພາ​ສີ,ປະ​ກາດ​ມອບ​ໝີ​ແພນ​ດາ​ຄູ່​ໜຶ່ງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ,​ອັນ​ໄດ້​ສະ​ແດງ​ເຈ​ຕະ​ນາ​ດີ​ຕໍ່​ປະ​ຊາ​ຊົນ​​ໄຕ້​ຫວັນ​ຕື່ມ​ອີກ.​ການ​ສະ​ແຫວງ​ຫາ​ສັນຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ແມ່ນ​ປະຊາ​ມະຕິ​ຕົ້ນຕໍ​ຂອງ​ໄຕ້​ຫວັນ​ໃນ​ປັດຈຸບັນ,​ແມ່ນ​ກຳ​ລັງ​ສຳ ຄັນ​ທີ່​ສະ​ກັດ​ກັ້ນ​ບໍ່​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ.