ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-22 16:51:43    
ຈີນ​ຍາດ​ແຍ່ງ​ສ້າງ​ລະ​ບົບ​ກົດ​ໝາຍ​ກົດ​ບັນ​ຍັດ​ກ່ຽວ​ກັບ​ລັດ​ຖະ​ກອນ​ທີ່​ຄົບ​ຖ້ວນ​ບໍ​ລິ​ບູນ​ພາຍ​ໃນ​3​ຮອດ​5​ປີ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຈ່າງ​ໂປ​ລິນ ລັດຖະມົນຕີ​ກະຊວງ​ບຸກ​ຄະ​ລາ​ກອນ​ຈີນ​ກ່າວ​ວ່າ,ຈີນ​ຍາດ​ແຍ່ງ​ໃຊ້​ເວລາ3ຮອດ5​ປີ,ສ້າງລະບົບ​ກົດໝາຍ​ກົດ​ບັນຍັດ​ກ່ຽວ​ກັບ​ລັດ​ຖະ​ກອນ​ທີ່​ຄົບ​ຖ້ວນ​ບໍລິບູນ​​ເທື່ອ​ລະ​ກ້າວ.

ໃນ​ກອງ​ປະຊຸມ​ບຸກຄະລາ​ກອນ​ທົ່ວ​ປະ​ເທດ​ຈີນ,ທ່ານ​ຈ່າງ​ໂປ​ລິນ​ກ່າວ​ວ່າ,​ພາກ​ສ່ວນ​ບຸກ​ຄະ​ລາ​ກອນ​ຈະ​ວາງ​ກົດ​ບັນຍັດ​ປະ​ກອບ​ຊຸດ​​ໃຫ້​ແກ່​ກົດ​ໝາຍ​ວ່າ​ດ້ວຍ​ລັດ​ຖະ​ກອນ,​ເຊິ່ງ​ລວມ​ທັງ​ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​​​ເລືອກ​ຮັບ​ເອົາ,ກວດ​ສອບ​ແລະ​ການ​ຫຼົບ​ຫຼີກ​ຂອງ​ລັດ​ຖະ​ກອນ​ເປັນ​ຕົ້ນ.ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ,​ແຫ່ງ​ຕ່າງໆ​ແລະພາກ ສ່ວນ​ຕ່າງໆ​ຕ້ອງ​ເຮັດ​ວຽກ​ຕາມ​ຂໍ້​ກຳ​ນົດ​ແລະ​ຫຼັກການ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ລັດ​ຖະ​ກອນ​ຢ່າງ​ເຄັ່ງ​ຄັດ.

ເດືອນ​ເມສາ​ປີ​ນີ້,ອົງການ​ນິຕິ​ບັນຍັດ​ຂອງ​ຈີນ​ໄດ້​ຜ່ານ​ຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍ​ລັດ​ຖະ​ກອນ,​ນີ້​ແມ່ນ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​ຖະ​ກອນ​ສະ​ບັບ​ທຳ​ອິດ​ຂອງ​ຈີນ.