ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-22 17:47:30    
ຍັດຕິ​ດັດ​ແກ້​ວິ​ທີ​ກຳ​ເນີດ​ຜູ່​ວ່າ​ການ​ເຂດ​ບໍ​ລິ​ຫານ​ປີ​2007​ແລະ​ສະ​ພາ​ນິ​ຕິ​ບັນ​ຍັດ​ປີ​2008​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ບໍ່​ໄດ້​ຜ່ານ​ຮັບ​ຮອງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ21​ທັນວາ, ຍັດຕິ​ດັດ​​​ແກ້ວິທີ​ກຳ​ເນີ​ດຜູ່​ວ່າການ​ເຂດ​ບໍລິຫານ​ປີ2007​ແລະ​ສະພາ​ນິຕິບັນຍັດ​ປີ2008​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ບໍ່​ໄດ້​ຜ່ານ​ຮັບຮອງຍ້ອນບໍ່​ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ​ຄື2/3ທີ່​ຕ້ອງການ​ໃນ​ການ​ຜ່ານ​ຮັບຮອງ​.

ຕອນ​ຄ່ຳ​ມື້​ດຽວ​ກັນ,ທ່ານ​ເຈິ່ງ​ອິນ​ສວນ ຜູ່​ວ່າການ​ເຂ​ດບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ໃຫ້​ສຳ​ພາດ​,ສະ​ແດງ​ຄວາມ​ເສຍດາຍ​ແລະ​ຜິດ​ຫວັງຕໍ່ຍັດຕິ​ທີ່​ຕາງ​ໜ້າ​ປະ​ຊາ​ມະ​ຕິດ​ຕົ້ນ​ຕໍ​ນັ້ນ​ບໍ່​ໄດ້​ຮັບ​ການ​ຜ່ານ​ຮັບຮອງ.ທ່ານ​ຍັງ​ກ່າວ​ວ່າ,ອົງການ​ປົກຄອງ​ຈະ​ບໍ່​ວາງ​ແຜນ​ການ​ໃໝ່​ກ່ຽວ​ກັບ​ບັນ​ຫາ​ນີ້,​ອີງ​ຕາມ​ການອະທິບາຍ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ປີ​ກາຍ​ນີ້,ວີ​ທີ​ເລືອກ​ຕັ້ງ​ໃນ​ປີ​2007​ແລະ​ປີ2008​ຈະປະຕິບັດ​ຕາມ​ວິທີ​ປັດຈຸບັນ.

ຕອນ​ຄ່ຳ​ມື້​ດຽວ​ກັນ,ຫ້ອງການ​ວຽກ​ງານ​ຮົງ​ກົງ​ມາ​ກາວ​ຂອງ​ຄະນະ​ລັດຖະບານ​ຈີນ​ກໍ​ກ່າວ​ວ່າ,​ເຫັນ​ດີ​ເຫັນ​ພ້ອມ​ແລະ​ສະໜັບສະໜູນ​ຄວາມ​ເວົ້າ​ດັ່ງກ່າວ​ຂອງ​ທ່ານ​ເຈິ່ງ​ອິນ​ສວນ,ຫວັງ​ໃຫ້​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​​ໃຊ້​ທ່າ​ທີ​ສະຕິ​ສຳ​ປະຊັນ​ຍະ,ຕິດ​ແທດ​ຕົວ​ຈິງ​ແລະ​ຮັບ​ຜິດ​ຊອບ​ຕໍ່​ປະ​ຫວັດ​ສາດ,​ຊອກ​ຄົ້ນ​ເສັ້ນ​ທາງ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ຮົງ​ກົງ,​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທີ່​ລະ​ບຸ​ໄວ້​ໃນ​ກົດ​ໝາຍ​ພື້ນ​ຖານ​ໃນ​ທີ່​ສຸ​ດ.