ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-23 14:56:44    
ຜົນ​ສະ​ທ້ອນ​ຂອງ​ສິ່ງ​ແວດ​ລ້ອມ​ທີ່​ມີ​ຕໍ່​ສະ​ລີ​ລະ​ສາດ​ຂອງ​ນັກ​ບິນ​ອະ​ວະ​ກາດ

cri Author: li
ໃນ​ເວລາ​ນັກ​ບິນ​ອະວະກາດ​ບິນ​ຢູ່​ອະວະກາດ,​ແມ່ນ​ຢູ່​ໃນ​ສິ່ງ​ແວດລ້ອມ​ອະວະກາດ​ອັນ​ພິ​ເສດ​ໃນ​ທຸກ​ເວລາ. ສິ່ງ​ແວດ​ລ້ອມ​ພິ​ເສດ​​ແນວ​ນີ້​ຈະ​ມີ​ຜົນ​ສະທ້ອນ​ຕໍ່​ຮ່າງກາຍ​ຂອງ​ນັກ​ບິນ​ອະວະ​ກາດ​ບໍ່,​ແລະມີ​ຜົນ​ສະທ້ອນ​ຫຍັງ​ແດ່?

​ເມື່ອ​ໄດ້​ຄົ້ນຄວ້າ​ມາເປັນ​ເວລາ​ດົນ​ນານ​ແລ້ວ,ບັນດາ​ນັກວິທະຍາສາດ​ໄດ້​ປະກົດ​ເຫັນ​ວ່າ,ສິ່ງ​ແວດ​ລ້ອມ​ອະວະກາດ​ທີ່​ເປັນ​ສູນຍາກາດ​​ໃນ​ລະດັບ​ສູງ,ມີ​ອຸນຫະພູມ​ຕ່ຳ​ເກີນ​ໄປ​ແລະ​ມີ​ລັງສີ​ແຮງນັ້ນ​ມີ​ຜົນ​ສະທ້ອນ​ຫຼາຍ​ທີ່​ສຸດ​ຕໍ່​ເລືອດ,ກ້າມ​ເນື້ອ​ແລະ​ອື່ນໆ​ຂອງ​ຄົນ. ​ໃນ​ເວລາ​ນັກ​ບິນ​ອະວະກາດ​ເຂົ້າສູ່​ອະວະກາດ,​ຍ້ອນ​ວ່າ​ກຳລັງ​ໜີບ​ຂອງ​ອາກາດ​ທີ່​ຢູ່​ນອກ​ຮ່າງກາຍ​ໄດ້​ສູນຫາຍ​​ໄປ​ຢ່າງ​ກະທັນຫັນ,ອາກາດ​ໃນ​ຮ່າງກາຍ​ຈະ​ພອງ​ຂຶ້ນຢ່າງ​ວ່ອງ​ໄວ,​ອາ​ສົດ​ທີ່​ລະລາຍ​ໃນ​ເລືອດ​ກໍ​ຈະ​ແຍກ​ຕົວອອກ​ມາ,​ກາຍ​ເປັນຝອດ​ອາກາດ,​ແລ້ວ​ອັດ​ຕັນ​​ເສັ້ນ​ເລືອດ. ​ພ້ອມ​ກັນນັ້ນ,​ຍ້ອນ​ວ່າ​ໃນ​ອະວະກາດ​ບໍ່​ມີ​​ແຮງ​ດຶງ​ດູດ​ຂອງ​ນ້ຳໜັກ,​ນ້ຳ​ໃນ​ຮ່າງກາຍ​ກໍ​ເລີ່ມ​ຍ້າຍ​ໄປ​ສູ່​ເຄິ່ງຄີງ​ຂັ້ນ​ເທິງ​ແລະ​ຫົວ. ​ເວລາ​ນັ້ນ,​ເສັ້ນ​ເລືອດ​ດຳ​ໃນ​ຄໍ​ຂອງ​ນັກ​ບິນ​ອະວະກາດ​ຈະ​ພອງ​ຂຶ້ນ,​ເລືອດ​ຈະ​ເຂົ້າ​ໄປ​ໃນ​​ໂຜ້ງ​ຮູດັງ. ສ່ວນ​ການ​ຍົກຍ້າຍ​ຂອງ​ນ້ຳ​ໃນ​ຮ່າງກາຍ​ຈະ​ເຮັດ​ໃຫ້​ບໍລິ​ມາດ​ປະລັສມາ​ໜ້ອຍ​ລົງ,​ເລືອດ​ເຂັ້ມ​ຂຸ້ນຂຶ້ນ,​ພາ​ໃຫ້​ເປັນ​ພະຍາດ​ຂາດ​ເລືອດ.

ຖ້າລັງສີ,​ອະນຸ​ພາກ​ທີ່​ມີ​ພະລັງງານ​ສູງ​ທີ່​ມີ​ໄຟ​ຫຼືບໍ່​ມີ​ໄຟ​ໃນ​ອະວະກາດ​ຫາກ​ເກີນ​ເສັ້ນ​ຈຳກັດ​ສູງ​ສຸດ​ຕໍ່​ປະລິມານ​ລັງສີ​ທີ່​ຮ່າງກາຍ​ຄົນ​ເຮົາ​ທົນ​ໄດ້,​ຈະ​ກະທົບ​ກະ​ເທືອນ​ເຖິງ​ລະບົບ​ຍ່ອຍ​ອາຫານ​ຂອງ​ຄົນ,​ທຳລາຍ​ເສັ້ນ​ປະສາດ​ຂອງ​ເຍື່ອ​ຮັບ​ພາບ​ໃນ​ແກ້ວຕາ​ແລະ​ເສັ້ນ​ປະ​ສາດ​ຂອງ​ສະໝອງ,​ພາ​ໃຫ້​ປວດ​ຮາກຈົນ​ກະທັ້ງ​ເສຍ​ຊີວິດ. ​ຖ້າ​ປະລິມານ​ລັງສີ​ໜ້ອຍ,​ແຕ່​​ໄດ້​ສ່ອງ​ເປັນ​ເວລາ​ດົນນານ,ນັບ​ລວມ​ເຂົ້າກັນ​ແລ້ວ,​ປະລິມານ​ລັງສີ​ກໍ​ຈະ​ພາ​ໃຫ້​ອາຍຸ​ຂອງ​ຄົນສັ້ນ​ເຂົ້າ.

ສິ່ງ​ແວດ​ລ້ອມ​ນ້ຳໜັກ​ໜ້ອຍ​ກໍ​ຈະ​ມີ​ຜົນ​ສະທ້ອນ​ຕໍ່​ກ້າມ​ເນື້ອ​ແລະ​ກະດູກ​ຂອງ​ຄົນ. ຢູ່​ໜ້າດິນ,​ສັບພະ​ຄຸນ​ຕົ້ນຕໍ​ຂອງ​ກ້າມ​ເນື້ອ​ແມ່ນ​ຮັກສາ​ທ່າ​ຢືນ​ຊື່​ແລະ​ການ​ເຄື່ອນ​ໄຫວ​ຂອງ​ຮ່າງກາຍ. ​ໃຕ້​ສະພາບ​ນ້ຳໜັກ​ໜ້ອຍ,ສັບພະ​ຄຸນ​ຂອງ​ກ້າມ​ເນື້ອ​ທີ່​ຕ້ານຢັນ​ກັບ​ນ້ຳໜັກ​ເພື່ອ​ຮັກສາ​ຄວາມ​ຊື່​ຂອງ​ຮ່າງກາຍ​ກໍ​ຈະ​ສູນຫາຍ​ໄປ,ຍ້ອນ​ວ່າ​ບໍ່​ມີ​ສັບພະ​ຄຸນລາຍ​ນີ້​,​ກ້າມ​ເນື້ອ​ສ່ວນ​ນີ້​ກໍ​ຈະ​ຄ່ອຍໆຫົດ​ຫູ່​ເຂົ້າ. ພ້ອມ​ກັນນັ້ນ,ກະດູກ​ກໍ​ຈະ​ເກີດ​ມີ​ການ​ປ່ຽນ​ແປງ,ການ​ຊ່ຽມ​ຈະຫາຍ​​ໄປ​ຢ່າງ​ຫຼວງຫຼາຍ. ​ສະພາບ​ດັ່ງກ່າວ​ດ້ານ​ໜຶ່ງ​ມັກ​ພາ​ໃຫ້​ກະດູກ​ຫັກ,​ອີກ​ດ້ານ​ໜຶ່ງ​ຈະ​ເຮັດ​ໃຫ້​ປະລິມານ​ການ​ຊ່ຽມ​ໃນ​ນ້ຳ​ຂອງ​ຮ່າງກາຍ​ເພີ່ມ​ຂຶ້ນ,​ແລ້ວ​ພາ​ໃຫ້​​ໝາກ​ໄຂ່ຫຼັງ​ເປັນ​ໜິ້ວ.

ສິ່ງ​ແວດລ້ອມ​ນ້ຳໜັກ​ໜ້ອຍ​ຍັງ​ຈະ​ເຮັດ​ໃຫ້​ນັກ​ບິນ​ອະວະກາດ​ມີ​ອາການ​ວິນ​ຫົວ,​ຕາລາ​ຍ,ປວດຮາກ​ແລະ​​ເຫງົ້າ​ນອນ,​ອາການ​ເຫຼົ່ານີ້​ຖືກ​ເອີ້ນ​ເປັນ​ພະຍາດ​ກິລາ​ການບິນ​ອະວະກາດ.

​ໃນ​ເວລາ​ນັກ​ບິນ​ອະວະກາດ​ເຂົ້າສູ່​ອະວະກາດ​ແລະ​ບິນ​ຢູ່​ອະວະກາດ,​ຍ້ອນ​ວ່າ​ຍານ​ອະວະກາດ​ບັນທຸກ​ຄົນ​ບິນ​​ໄວ​ແລະ​ສູງ,ຈະ​ມີ​ປະກົດ​ການ​​ໄຮ້​ນ້ຳໜັກ​ເປັນ​ເວລາ​ດົນ​ນານ​ແລະ​ກາງ​ເວັນ​ກາງຄືນ​ຜັດປ່ຽນ​ກັນ​ຢ່າງ​ວ່ອງ​ໄວ,​ໂດຍ​ສະ​ເພາະ​ແມ່ນ​ໃນ​ເວລາ​​ບິນ​ຂຶ້ນ​ແລະ​ລົງ​ຈອດ,​ການ​ເລັ່ງ​ຄວາມ​ໄວ​ແລະຜ່ອນ​ຄວາມ​ໄວ​ຢ່າງ​ມະຫາສານ,​ສຽງ​ນັນ​ແຊວ​ທີ່​ດັງ​​ກ້ອງ​ສະ​ຫນັ່ນ,​ການ​ສັ່ນ​ສະ​ເທືອ​ນຢ່າງ​ຮຸນ​ແຮງ​ແລະ​ການ​ຊຸ​ທັ່ງ​ຢ່າງ​ຮ້າຍ​ແຮງ​ຈະ​ເຮັດ​ໃຫ້​ນ້ຳ​ແລະ​ເນື້ອ​ເຍື້ອ​ໃນ​ຮ່າງກາຍ​ຍ້າຍ​ບ່ອນ​ຢູ່,ພາ​ໃຫ້​ເຈັບ​ໜ້າ​​ເອິກ,​ຫາຍ​ໃຈ​ຍາກ,ກ້າມ​ເນື້ອ​ເຄັ່ງ​ຕຶງ,​ເລືອດອັ່ງ,​ຈົນກະທັ້ງ​ເສຍ​ຊີວິດ.

​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ນັກ​ບິນ​ອະວະກາດ​ໃນ​ອະວະກາດ,​ບັນດາ​ນັກ​ວິທະ​ຍາສາດ​ການບິນ​ອະວະກາດ​ໄດ້​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ແລະ​ຊອກ​ຄົ້ນ​ໃນ​ດ້ານ​ລະບົບ​ຄວບ​ຄຸມ​ສິ່ງ​ແວດ​ລ້ອມ​ແລະ​ລະບົບ​ຮັບປະກັນ​ຊີວິດ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ລະດັບ​ໃດ​ໜຶ່ງ​ແລ້ວ. ຄຽງ​ຄູ່​ກັບ​ມະນຸດ​ເຂົ້າ​ໃຈ​ແລະ​ຊອກຮູ້​ອະວະກາດ​ຕື່ມ​ອີກ,​ບັນຫາ​ເຫຼົ່ານີ້​ຍ່ອມ​ຈະ​ໄດ້​ຮັບ​ການ​ແກ້​ໄຂ.