ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-23 19:59:16    
ຈີນ​ຈະ​ລົງ​ເລິກ​ການ​ປະຕິ​ຮູບ​ການ​ສຶກສາ​ພາກ​ບັງຄັບ​ຢູ່​ຊົນນະບົດ​ຕື່ມ​ອີກ

cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ23​ທັນວາ, ຄະນະ​ລັດຖະບານ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຕົກລົງ​ວ່າ, ຈີນ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ປະຕິ​ຮູບ​ການ​ສຶກສາ​ພາກ​ບັງຄັບ​ຢູ່​ຊົນນະບົດ, ຮັບ​ປະກັນ​​ໃຫ້​ຊົນນະບົດ​ໄດ້​ຮັບ​ຄ່າ​ໃຊ້​ຈ່າຍ​ການສຶກສາ​ພາກ​ບັງຄັບ​​ຢ່າງ​ເຕັມ​ສ່ວນ.

ກອງ​ປະຊຸມ​ຄະນະ​ລັດຖະບານ​ຈີນ​ຊີ້​ອອກ​ວ່າ, ​ແຕ່​ປີ2006​ເປັນ​ຕົ້ນ​ໄປ, ຈະຍົກ​ເວັ້ນຄ່າ​ຮຽນ​ແລະ​ຄ່າ​​​ສັບ​ປະ​ປິ​ຂອງ​ນັກຮຽນ​ໃນ​ໄລຍະ​ຮັບການ​ສຶກສາ​ພາກ​ບັງຄັບ​ຢູ່​​ຊົນນະບົດ​ເຂດ​ພາກ​ຕາ​ເວັນ​ຕົກ, ປີ2007​ຂໍ້​ກຳນົດ​ດັ່ງກ່າວ​ຈະຂະຫຍາຍ​ໄປ​ຮອດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ອອກ; ຍົກ​ມາດຖານ​ພື້ນຖານ​ຂອງ​ຄ່າ​ໃຊ້​ຈ່າຍ​ສ່ວນ​ລວມຂອງໂຮງຮຽນ​ປະຖົມ​ແລະ​ມັດທະຍົມ​ໄລຍະການ​ສຶກສາ​ພາກ​ບັງຄັບ​​ໃນ​ຊົນນະບົດ​ໃຫ້​ສູງ​ຂຶ້ນ; ຮັບປະກັນ​ທຶນ​ສ້ອມ​ແປງອາຄານ​ໂຮງຮຽນ​ຊົນນະບົດ​ເປັນ​ຕົ້ນ.

ປະຈຸ​ບັນ, ອັດ​ຕາ​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງຄັບ9​ປີ​ຂອງ​ຈີນ​ໄດ້​​ເພີ່ມ​ຂຶ້ນຈາກ85%​ໃນ​ປີ2000​​ຮອດ93.6%​ແລ້ວ.