ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-24 18:49:23    
ທ່ານ​ບຸສສັ່ງ​ໃຫ້​ຕັດ​ກຳລັງ​ທະຫານ​ປະຈຳ​ອີຣັກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ໜັງ​ສື​ພິມ"ນິວຢອກ​ແທມສ໌"ຂອງ​ອາ​ເມ​ລິ​ກາ​ສະບັບ​ວັນ​ທີ 23 ທັນວາ​ໄດ້​ນຳ​ເອົາ​ຄວາມ​​​ເວົ້າ​ຂອງ​ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ມາ​ແຈ້ງວ່າ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​​ໄດ້ສັ່ງ​​ໃຫ້ຈະ​ຕັດ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຈາກ​ 17 ກອງ​ພົນ​ນ້ອຍສູ້​ລົບ​ແກນ​ກາງ​​ໃນປະຈຸ​ບັນ​ລົງຮອດ 15 ກອງ​ໃນ​ຕົ້ນ​ປີ 2006.​ແຕ່​ແຜນການ​ຕັດກຳລັງ​ທະຫານ​ສະບັບ​ດັ່ງກ່າວ​ຈະປະກົດ​ເປັນ​ຈິງ​ໂດຍ​ຜ່ານ​ຈາກການ​ຍົກ​ເລີກ 2 ກອງ​ພົນນ້ອຍ​ໄປ​ປະຈຳ​ຢູ່​ອີຣັກ.

ນອກນີ້,ມີ​ບຸກຄົນ​ຝ່າຍທະຫານ​ຂອງ​ອາ​ເມ​ລິ​ກາ​ເຜີຍ​ໃຫ້​ສື່​ມວນ​ຊົນ​ຮູ້​ວ່າ,​ເມື່ອ​ຮອດ​ລະດູ​ໃບ​ໄມ້​ຫຼົ່ນ​ປີ 2006,ທະຫານ​ອາ​​ເມ​ລິ​ກາ​ປະຈຳ​ອີຣັກອາດ​ຈະຫຼຸດ​ລົງ​ຮອດ 1 ​ແສນ​ຄົນ,​ແຕ່​ທັງ​ນີ້​ຕ້ອງການ​ສັງ​​ເກດ​​ເບິ່ງສະຖານະ​ການ​ຄວາມ​ປອດ​ໄພ​ແລະ​ສະຖານະ​ການ​ການ​ເມືອງ​ຂອງ​ອີຣັກພ້ອມ​ທັງກຳລັງ​ສູ້​ລົບ​ຂອງ​ກອງ​ທະຫານ​ອີຣັກ​​ໃນ​ເວລາ​ນັ້ນ​ຈຶ່ງ​ຕົກລົງ​ໄດ້.