ຜູ້ນຳປາເລັສຕີນແລະອິສຣາແອນຫວັງໃຫ້ປາເລັສຕີນແລະອິສຣາແອນສ້າງສັນຕິພາບໃນປີໜ້າ
cri
Author: cai
ຕາມຂ່າວCRI:ວັນທີ 24 ທັນວາ,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນແລະທ່ານຊາຣອນ ນາຍົກລັດຖະມົນຕີອິສຣາແອນຕ່າງໄດ້ກ່າວວ່າ,ຫວັງຊຸກຍູ້ໃຫ້ປາເລັສຕີນແລະອິສຣາແອນບັນລຸສັນຕິພາບໃນປີໃໝ່ນີ້.
ວັນທີ 24 ທັນວາ,ຢູ່ເບັດເລເຮມ ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ທ່ານອັບບາສໄດ້ກ່າວຄຳປາໄສວ່າ,ຫວັງຮ່ວມກັບອິສຣາແອນ"ສ້າງສັນຕິພາບ"ໃນປີ 2006.ທ່ານຮຽກຮ້ອງໃຫ້ປະຊາຄົມໂລກແລະສີ່ຝ່າຍທີ່ກ່ຽວຂ້ອງກັບບັນຫາຕາເວັນອອກກາງທຳຄວາມພະຍາຍາມຢ່າງແທ້ຈິງ,ເຮັດໃຫ້ເຂດດັ່ງກ່າວມີສັນຕິພາບແລະສະຖຽນລະພາບໂດຍໄວເທົ່າທີ່ຈະໄວໄດ້.ທ່ານອັບບາສຍັງເຕືອນໃຫ້ອິສຣາແອນສິ້ນສຸດ"ນະໂຍບາຍແບບທຳລາຍ"ແລະວິທີລອບຄາດຕະກຳທີ່ແນໃສ່ປະຊາຊົນປາເລັສຕີນ.
ຕອນຄ່ຳມື້ດຽວກັນ,ທ່ານຊາຣອນໄດ້ອອກຖະແຫຼງການກ່າວເນັ້ນວ່າ,ໃນປີໃໝ່ນີ້,ຊາວອິສຣາແອນແລະຊາວປາເລັສຕີນລ້ວນແຕ່ຕ້ອງການຄວາມປອດໄພແລະສັນຕິພາບ,ທ່ານຈະອອກແຮງສຸດຂີດເພື່ອເລື່ອງນີ້.
ນອກນີ້,ຂ່າວແຈ້ງວ່າ,ວັນທີ 24 ທັນວາ,ສັນນິບາດປະເທດອາລາບໄດ້ອອກຖະແຫຼງການ,ກ່າວໂຈມຕີອິສຣາແອນຫ້າມບໍ່ໃຫ້ຊາວປາເລັສຕີນທີ່ຢູ່ເຢລຸຊາເລັມຕາເວັນອອກເຂົ້າຮ່ວມການເລືອກຕັ້ງຄະນະກຳມະການນິຕິບັນຍັດຂອງປາເລັສຕີນ.
|
|