ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-25 20:17:30    
ປັກ​ກິ່ງ​ຈະ​ຕັ້ງ​ທຶນສຶກສາ​ສຳລັບ​ນັກ​ສຶກສາ​ແລະ​ນັກປາດ​ຕ່າງປະ​ເທດ​ເປັນ​ຄັ້ງ​ທຳ​ອິດ

cri Author: cai
ຕາມໜັງສືພິມ《ຊີ່​ນຈີ່​ງປ້າວ》ສະ​ບັບວັນ​ທີ 25 ທັນວາ:ຫວ່າງ​ກ່ອນ​ນີ້,ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ປະກາດ​ວ່າ,ປັກ​ກິ່ງ​ຈະ​ຕັ້ງ​ທຶນ​ສຶກສາ​ສຳລັບ​ນັກ​ສຶກສາ​ແລະ​ນັກປາດ​ຕ່າງປະ​ເທດ​ເປັນ​ຄັ້ງ​ທຳ​ອິດ,​ເພື່ອ​ດູດ​ດຶງ​ເອົາ​ນັກ​ສຶກສາ​ແລະ​ນັກປາດ​ຕ່າງປະ​ເທດຫຼາຍ​ກວ່າ​​ເກົ່າ​ມາ​ຮຽນ​ແລະບຳລຸງ​ຢູ່​ປັກ​ກິ່ງ.

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,ການ​ຕັ້ງ​ທຶນສຶກ​ສາ​ດັ່ງກ່າວ​ຈະ​ຊ່ອຍຊຸກຍູ້​ຂະ​ບວນການ​ຫັນ​ການ​ສຶກສາ​ຊັ້ນ​ສູງ​ຂອງ​ນະ​ຄອນ​ປັກ​ກິ່ງ​​ເປັນ​ແບບ​ສາກົນ.ຂອບ​ເຂດ​ໃຫ້​ທຶນ​ສຶກ​ສາດັ່ງກ່າວ​ລວມທັງ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮຽນ,ພ້ອມ​ດ້ວຍ​ນັກ​ປາດ​ທີ່​ມາບຳລຸງຢູ່​ປັກ​ກິ່ງ.ທຶນ​ສຶກສາຕົ້ນຕໍ​ເບີກ​ໂດຍ​ອົງການ​ປົກຄອງ.ກະ​ວ່າ,​ໃນ​ປີ​ທຳ​ອິດ,ຈະ​ມີ​ນັກ​ສຶກສາ​ແລະ​ນັກປາດ​ຕ່າງປະ​ເທດ​ທີ່​ມາ​ຮຽນ​ແລະບຳລຸງ​ຢູ່​ປັກ​ກິ່ງ 1500 ຄົນ​ໄດ້​ຮັບ​ທຶນສຶກ​ສາ​ດັ່ງກ່າວ.​ທຶນ​ສຶກສາ​ສູງ​ສຸດຈະ​ບັນລຸ 4 ໝື່ນ​ຢວນຕໍ່​ຄົນ.

ສະຖິຕິ​ທີ່​ກ່ຽວຂ້ອງ​ສະ​ແດງ​​ໃຫ້​ເຫັນ​ວ່າ,ປີ 2005,ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮຽນ​ຢູ່​ປັກ​ກິ່ງ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 2 ປີ​ກ່ອນ​ປະມານ 1 ​ເທົ່າຂຶ້ນ​ໄປ.