ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-26 11:28:12    
ທ່ານ​ຊາຣອນສັ່ງ​ໃຫ້​ທະຫານ​ອິສຣາ​ແອນ​ສະ​ກັດ​ກັ້ນ​ຊາວ​ປາ​ເລັສ​ຕິນ​ເຂົ້າ​ສູ່​ບາງ​ເຂດ​ພາກ​ເໜືອ​ແຖບ​ກາ​ຊາ​ໃນ​ທັນ​ທີ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 25 ທັນວາ, ທ່ານ​ຊາຣອນ ນາຍົກລັດຖະມົນຕີອິສຣາ​ແອນ​ໄດ້​ສັ່ງ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດອິສຣາ​ແອນ​ປະຕິບັດ​ແຜນການທີ່ສະກັດ​ກັ້ນຊາວ​ປາ​ເລັສຕິນ​ເຂົ້າສູ່​ເຂດ​ພາກ​ເໜືອ​ແຖບ​ກາຊາ​ທີ່​​ແປະກັບ​ອິສຣາ​ແອນນັ້ນ​ໃນ​ທັນທີ.

​ຈຸດ​ປະສົງ​ຂອງແຜນການ​ນີ້​ຢາກ​ເຮັດໃຫ້ຊາວ​ປາ​ເລັສຕິນ​ໄກຈາກ​ເຂດ​ດັ່ງກ່າວ, ​​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າຍິງ​ລອກ​​ແກັດ​ໃສ່​ອິສຣາ​ແອນ.

​ໃນ​ມື້ດຽວ​ກັນ ທ່ານ​ຊາຣອນຍັງ​ກ່າວ​ວ່າ, ທ່ານ​ໄດ້​ສັ່ງ​ໃຫ້​ໂຈມ​ຕີ​ຢ່າງ​​​ເຂັ້ມງວດ​ຕໍ່​ຜູ່​ປະ​ກອບ​ອາວຸດ​ປາ​ເລັສຕິນທີ່​ຍິງ​ລອກ​ແກັດ​ໃສ່​ອິສຣາ​ແອນ.

ພາຍຫຼັງອິສຣາ​ແອນ​ໄດ້​ສຳ​ເລັດ​ການ​ຖອນ​ອອກ​ຈາກ​ແຖບ​ກາຊາ​ໃນ​ກາງ​ເດືອນ​ກັນ​ຍາ​ແລ້ວ, ຜູ່​ປະກອບ​ອາວຸດ​ປາ​ເລັສຕິນ​ໄດ້​ຍິງ​ລອກ​ແກັດຈາກ​ແຖບ​ກາຊາ​ໃສ່​ອິສຣາ​ແອນ​ 200 ກວ່າ​ລູກ. ກອງ​ທະຫານ​ອິສຣາ​ແອນ​ກໍ່​ຖິ້ມ​ລະ​ເບີດແລະດຳ​ເນີນ​ການ​ເຄື່ອນ​ໄຫວກຳຈັດ​ຕາມ​ຈຸດ​ກຳ​ນົດ​ຢູ່​ແຖບ​ກາຊາຫຼາຍ​ເທື່ອ, ​ໄດ້​ຍິງ​ຊາວ​ປາ​ເລັສ​ຕິນ​ຕາຍ​ຫຼາຍ​ຄົນ.