|
 |
(GMT+08:00)
2005-12-26 22:25:59
|
 |
ອາຊຽນແມ່ນຜູ້ໄດ້ຜົນປະໂຫຍດຫຼາຍກວ່າໝູ່ຈາກກອງປະຊຸມສຸດຍອດອາຊີຕາເວັນອອກ --ຜູ່ຊ່ຽວຊານຈີນຈັດງານສົນທະນາກ່ຽວກັບກອງປະຊຸມສຸດຍອດຕ່າງໆຂອງອາຊຽນ
cri
Author: shuo
ແຕ່ວັນທີ12ຮອດວັນທີ 14ທັນວາ,ກອງປະຊຸມສຸດຍອດອາຊຽນຄັ້ງທີ11 ກອງປະຊຸມຜູ້ນຳອາຊຽນກັບຈີນຄັ້ງທີ9 ກອງປະຊຸມຜູ້ນຳອາຊຽນກັບຈີນຍີ່ປຸ່ນແລະສ.ເກົາຫຼີຄັ້ງທີ9ພ້ອມກັບກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງປະຖົມມະເລີກໄດ້ຈັດຂຶ້ນຢູ່ກົວລາລຳເປີ ນະ ຄອນຫຼວງມາເລເຊຍເປັນລຳດັບ.ເພື່ອຕີລາຄາໝາກຜົນແລະຜົນສະທ້ອນຂອງກອງປະຊຸມດັ່ງກ່າວ,ວິເຄາະທິດຂະຫຍາຍແຫ່ງການຮ່ວມມືລະຫວ່າງຈີນກັບບັນດາປະເທດອາຊຽນ ລະຫວ່າງປະເທດອາຊຽນແລະລະຫວ່າງປະເທດອາຊີຕາເວັນອອກ,ວັນທີ15ທັນວາ,ໜັງສື ພິມການຄ້າສາກົນຂອງກະຊວງການຄ້າຈີນແລະສະພາມົນຕີການຄ້າຈີນ-ອາຊຽນໄດ້ພ້ອມກັນຈັດງານສົນທະນາກ່ຽວກັບກອງປະຊຸມສຸດຍອດອາຊຽນຕ່າງໆຢູ່ທີ່ປັກກິ່ງ.ຜູ້ຊ່ຽວຊານແລະນັກປາດຂອງຈີນທີ່ຄົ້ນຄວ້າບັນຫາທີ່ກ່ຽວຂ້ອງພ້ອມກັບນັກຂ່າວຂອງສື່ມວນຊົນປະເທດອາຊຽນ ເຊັ່ນຫວຽດນາມແລະສິງກະໂປເປັນຕົ້ນໄດ້ເຕົ້າໂຮມກັນ,ໂຈຕະນາກອງປະ ຊຸມສຸດຍອດອາຊຽນຕ່າງໆເທື່ອນີ້.
ກອງປະຊຸມອາຊຽນຕ່າງໆໄດ້ຮັບໝາກຜົນຢ່າງເປັນລະບົບ,ໂດຍສະເພາະແມ່ນກອງປະ ຊຸມສຸດຍອດອາຊີຕາເວັນອອກຄັ້ງປະຖົມມະເລີກໄດ້ກຳນົດຖານະຊີ້ນຳຂອງອາຊຽນ.ທ່ານສູນີງນີງ ຮອງເລຂາທິການໃຫຍ່ສະພາມົນຕີການຄ້າຈີນ-ອາຊຽນເຫັນວ່າ,ອາຊຽນແມ່ນຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າໝູ່ຈາກກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງປະຖົມ ມະເລີກ.ທ່ານເວົ້າວ່າ:"ຄວາມໝາຍເນື້ອແທ້ຂອງກອງປະຊຸມອາຊີຕາເວັນອອກເທື່ອນີ້ແມ່ນມີຜົນດີຕໍ່ການຊຸກຍູ້ໃຫ້ເສດຖະກິດຂອງອາຊຽນເພີ່ມຂຶ້ນ.ເພາະວ່າ,ກອງປະຊຸມເທື່ອນີ້ໄດ້ກຳນົດຜັດປ່ຽນກັນຈັດກອງປະຊຸມອາຊີຕາເວັນອອກຢູ່ບັນດາປະເທດອາຊຽນເຊິ່ງຈະມີບົດບາດຊຸກຍູ້ຢ່າງຕັ້ງໜ້າຕໍ່ການຍົກຖານະສາກົນຂອງປະເທດອາຊຽນໃຫ້ສູງຂຶ້ນ,ເຮັດໃຫ້ປະເທດອື່ນໃນໂລກເອົາໃຈໃສ່ນຳອາຊຽນແລະຂະຫຍາຍການພົວພັນດ້ານການເມືອງແລະເສດຖະກິດເປັນຕົ້ນກັບອາຊຽນ,ທັງນີ້ມີຜົນດີຫຼາຍທີ່ສຸດຕໍ່ການເຕີບໂຕຂອງເສດຖະກິດອາຊຽນ.
ກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນໃນສອງມື້ມານີ້ໄດ້ປະຈັກຕາຊາວໂລກ.ສາດສະດາ ຈານຈ່າງຊີເຈີ້ນແຫ່ງສະຖາບັນການພົວພັນສາກົນມະຫາວິທະຍາໄລປັກກິ່ງເຫັນວ່າ,ກອງປະຊຸມສຸດຍອດອາຊຽນຕ່າງໆທີ່ຈັດຂຶ້ນເທື່ອນີ້ມີລັກສະນະປະດິດສ້າງໃໝ່ທີ່ສຸດ.ທ່ານຈ່າງຊີເຈີ້ນແມ່ນນັກປາດຜູ້ມີຊື່ສຽງທີ່ຄົ້ນຄວ້າການພົວພັນດ້ານການເມືອງແລະເສດຖະກິດລະ ຫວ່າງຈີນກັບອາຊຽນ.
ທ່ານເວົ້າວ່າ: "ກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນໃນສອງມື້ມານີ້ອາດເວົ້າໄດ້ວ່າໄດ້ປະ ຈັກຕາຊາວໂລກ,ໂດຍສະເພາະແມ່ນການຈັດກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງ ປະຖົມມະເລີກ.ຂ້າພະເຈົ້າຮູ້ສຶກວ່າ,ໝາກຜົນໃຫຍ່ກວ່າໝູ່ແມ່ນປະເທດອາຊີຕາເວັນອອກໄດ້ສ້າງເບົ້າແບບໃໝ່ແຫ່ງການເຊື່ອມໂຍງເຂົ້າກັນທີ່ຕ່າງກັນກັບພາກພື້ນອື່ນໃນໂລກ. ກ່ອນອື່ນ,ແມ່ນຕ່າງຢູ່ບ່ອນທີ່ວ່າ,ແກນການນຳບໍ່ແມ່ນປະເທດໃຫຍ່ໃນພາກພື້ນ,ແຕ່ຫາກ ແມ່ນກຸ່ມອາຊຽນ.ສ່ວນຈີນ ຍີ່ປຸ່ນ ປະເທດໃຫຍ່ພັດບໍ່ໄດ້ເປັນແກນກາງຂອງອົງການພາກພື້ນດັ່ງກ່າວ,ນີ້ແມ່ນຕ່າງກັບອົງການພາກພື້ນອື່ນໆ ເຊັ່ນສະຫະພາບເອີລົບເປັນຕົ້ນ.ຖັດມາ, ສະມາຊິກອົງການນີ້ໄດ້ເປີດກວ້າງໄປຮອດພາກພື້ນອື່ນ,ທັງໄດ້ໃຊ້ກົນໄກໄຂປະຕູແລະຮັບເອົາປະເທດຢູ່ນອກພາກພື້ນ.ການປະດິດສ້າງແບບນີ້ແມ່ນຕົກລົງຊີ້ຂາດຍ້ອນລັກສະນະພິເສດຂອງພາກພື້ນແຫ່ງນີ້,ແມ່ນການປະກອບສ່ວນຂອງຊາວອາຊີຕາເວັນອອກ,ແມ່ນການປະດິດສ້າງຂອງປະເທດອາຊີຕາເວັນອອກ."
ທ່ານສາດສະດາຈານຈ່າງຊີ່ເຈິ້ນໄດ້ສົມມຸດການພົວພັນລະຫວ່າງອາຊຽນກັບກອງປະຊຸມສຸດຍອດອາຊີຕາເວັນອອກຄືກັບທາດລູກໜຶ່ງ.ທ່ານເວົ້າວ່າ:"ສັງເກດຈາກມຸມສາມມິຕິແລ້ວ,ອາຊຽນແມ່ນພື້ນຖານ,ມັນໄດ້ຄ້ຳຊູໂຄງຮ່າງທັງໝົດຂອງອົງການນີ້;ກົນໄກ10+3ແມ່ນກະໂຕທາດ,ເຊິ່ງກໍແມ່ນອັດຕະພາບ,ມີລັກສະນະທາດແທ້ຫຼາຍກວ່າ;ກອງປະຊຸມສຸດຍອດອາຊີຕາເວັນອອກແມ່ນຈອມທາດ,ມີຄວາມໝາຍເປັນສັນຍະລັກຫຼາຍກວ່າ"
1 2
|
|
|