ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-26 22:26:27    
ສຸກ​ສັນ​ບຸນ​ຄຼິສ​ມາດສ໌​(ສຽງ)

cri Author: shuo


ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ,ສະບາຍດີທ່ານຜູ້ຟັງທີ່ໂຄລົບ,​ດີ​ໃຈ​ຫຼາຍ​ທີ່​ໄດ້​ພົບ​ກັບ​ທ່ານ​ໃນ​ລາຍ​ການ​ນັດ​ພົບ​ໃນ​ວັນ​ອາ​ທິດ.​ມື້​ນີ້​ແມ່ນ​ວັນ​ທີ​25​ທັນ​ວາ,​ກົງ​ກັບ​ບຸນ​ຄຼິສ​ມາດ໌,​ໃນ​ລາຍ​ການ​ພາກ​ນີ້,ພວກ​ເຮົາ​ໄດ້​ຈັດ​ເອົາ​ເພງ​ຄຼິສ​ມາດ໌​ປະ​ມວນ​ໜຶ່ງ​ມາ​ສູ່​ທ່ານ​ຟັງ,​ແລະ​ຂໍ​ສົ່ງ​ຄວາມ​ອວຍ​ພອນ​ຂອງ​ພະ​ນັກ​ງານ​ພະ​ແນກ​ພາ​ສາ​ລາວ​ວິ​ທະ​ຍຸ​CRI​ມາ​ຍັງ​ທ່ານ​ຜູ້​ຟັງ​ໝົດ​ທຸກ​ຄົນ.

ກ່ອນ​ອື່ນ,​ເຊີນ​ຟັງ​ເພງ 《ສຸກ​ສັນ​ບຸນຄຼິສມາດ​ສ໌》ທີ່​ຂັບ​ຮ້ອງ​ໂດຍນາງ​ສາວ7​ຄົນ,ນີ້​ແມ່ນ​ເພງ​ເກົ່າໆ​ເພງ​ໜຶ່ງ​ຂອງ​ອັງກິດ,ທຳ​ນອງ​ມ່ວນ​ຊື່ນ,​ເຕັມ​ໄປ​ດ້ວຍ​ຄວາມ​​ເບີກບານ​ໃນ​ວັນ​ບຸນ.​ຜູ້​ສາວ7​ຄົນ​ນີ້​ມາ​ຈາກ​ສະ​ຖາ​ບັນ​ສິ​ລະ​ປະ​ນານ​ກິ່ງ​ຂອງ​ຈີນ,​ພວກ​ນາງ​ບໍ່​ພຽງ​ແຕ່​ມີ​ຮູບ​ໂສມ​ງາມ​ໜ້າ​ຮັກ​ທໍ່​ນັ້ນ,​ຍັງ​ມີ​ສຽງ​ຄໍ​ທີ່​ອ່ອນ​ຫວານ.​ໃນ​ເພງ《ສຸກ​ສັນ​ບຸນ​ຄຼິສ​ມາດສ໌》,ສຽງ​ຂອງ​ພວກ​ນາງ​​ເສາະ​ໃສ​ອ່ອນ​​ໂຍນ,​ປານ​ສຽງ​ຂອງ​ເທ​ວະ​ດາ.​ໃນ​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ: "ພວກ​ເຮົາ​ຂໍ​ອວຍ​ພອນ​ເຈົ້າ​ຈົ່ງ​ສຸກ​ສັນ​ວັນ​ຄຼິສ​ມາດສ໌,​ປີ​ໃໝ່​ຂໍ​ໃຫ້​ກ້າວ​ໜ້າ."

ຊາວ​ຝ່າຍ​ຕາ​ເວັນ​ຕົກ​ຖື​ສີ​ແດງ ສີຂຽວ​ແລະ​ສີຂາວ​ເປັນ​ສີ​ຄຼິສມາດ​ສ໌,​ໃນມື້ບຸນຄຼິສມາດ​ສ໌ ວຽນມາ​ເຖິງ,ທຸກໆ​ຄອບຄົວ​ລ້ວນ​ແຕ່​ເອົາ​ສາມ​ສີ​ນີ້​ມາປະດັບ​ປະດາ​ເຮືອນ​ຊານ.​ດອກ​ໄມ້ ​ແລະ​ທຽນ​ຄຼິສ​ມາດ​ສ໌ສີ​ແດງ;​ຕົ້ນ​ຄຼິສ​ມາດສ໌​ສີ​ຂຽວ,​ສ່ວນ​ຫຼາຍ​ເລືອກ​ເອົາ​ຕົ້ນ​ສົນ ຕົ້ນ​ແປ​ທີ່ ​ເປັນ​ຮູບ​ທາດ​ມາ​ຕົບ​ແຕ່ງ,​ເປັນ​ສັນ​ຍາ​ລັກ​ໃຫ້​ອາ​ຍຸ​ໝັ້ນ​ຂວັນ​ຍືນ.​ຢູ່​ເທິງ​ຕົ້ນ​ຄຼິສ​ມາດສ໌​ໄດ້​ປະ​ດັບ​ປະ​ດາ​ດ້ວຍ​ທຽນ ​​​ດອກ​ໄຟ ​ດອກ​ໄມ້​ສີ​ຕ່າງໆ ເຄື່ອງ​ຫຼິ້ນ​ ດາວ​ເຈ້ຍ​ແລະ​ອື່ນໆ,​ເພື່ອ​ເພີ່ມ​ບັນຍາກາດ​ມ່ວນ​ຊື່ນ​​ໃນ​ວັນ​ບຸນ.​ໃນ​ຄືນ​ກ່ອນ​ມື້​ຄຼິສ​ມາດສ໌,​ຄົນ​ທັງ​ຫຼາຍ​ມັກ​ພາ​ກັນ​ເຕັ້ນ​ລຳຮ້ອງ​ເພງຢູ່​ອ້ອມ​ຕົ້ນ​ຄຼິສ​ມາດສ໌​ຢ່າງ​ສົມ​ອົກ​ສົມ​ໃຈ.​ພໍ່​ເຖົ້າ​ຄຼິສ​ມາດສ໌​ແມ່ນ​ຜູ້​ທີ່​​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຫຼາຍ​ກວ່າ​ໝູ່​ໃນ​ບຸນ​ຄຼິສ ມາດ​ສ໌.​ໃນ​ຄືນ​ກ່ອນ​ມື້​ຄຼິສ​ມາດສ໌,​ກ່ອນ​ໄປ​ນອນ,​ເດັກ​ນ້ອຍ​ມັກ​​ເອົາ​ຖົງ​ຕີນ​ກິ່ງ​ໜຶ່ງ​ວາງ​ໄວ້​ຢູ່​ໜ້າ​​ເຕົາ​ຝີງ​ຫຼື​ຢູ່​ຂ້າງ​ໝອນ,​ຖ້າ​ໃຫ້​ປາ​ປາ​ຄຼິສ​ມາດສ໌​ເອົາ​ຂອງ​ຂວັນ​ໃສ່​ໄວ້​ໃນ​ຖົງ​ຕີນ​​​ເວ​ລາ ພວກ​ເຂົາ​ເຈົ້າ​​ນອນ​ຫຼັບ​ແລ້ວ.ຕໍ່​ໄປ​ເຊີນ​ຟັງ​ເພງ "ລາ​ຕີ​ຄຼິສ​ມາດ​ສ໌"ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ຢາງ​ຄຸ່ນ.

ສິບ​ກວ່າ​ປີ​ກ່ອນ,​ເວົ້າສຳລັບ​ຄົນ​ຈີນ,ຜູ້​ຮູ້ຕົ້ນ​ຄຼິສມາດ​ສ໌​ແລະ​ປາປາ​ຄຼິສມາດ​ສ໌ບໍ່ຫຼາຍ​,​ແຕ່​ວ່າ ຄຽງ​ຄູ່​ກັບ​ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ອອກ​ກັບ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກ,​ຄົນ​ຈີນ​ກໍ​ນັບ​ມື້​ນັບ​ຫຼາຍ​ກໍ​ມັກ​ຫຼິ້ນ​ບຸນ​ຝ່າຍ​ຕາ​ເວັນ​ຕົກ​ນີ້,​ລອງ​ເບິ່ງສະ​ເໜ ຂອງ​ວັດ​ທະ​ນະ​ທຳ​ຕ່າງ​ປະ​ເທດ.​ໃນ​ຊູ່​ມື້​ນີ້,​ຊາວ​ໜຸ່ມ​ຈຳ​ນວນ​ຫຼວງ​ຫຼາຍ​ມັກ​ຈັດ​ງານ​ລາ​ຕີ​ຄຼິສ​ມາດສ໌​ໃນ​ຄືນ​​Silent night,​ມີງານ​ແບບ​ຄອບ​ຄົວ,​ແບບ​ເພື່ອນ​ມິດ​ແລະ​ແບບ​ຄູ່​ຮັກ,​ຄົນ​ທັງ​ຫຼາຍ​ໃສ່​ໝວກ​ຄຼິສ​ມາດສ໌,​ຮ້ອງ​ເພງ​ຄິຼສມາດ​ສ໌,​ຕ່າງ​ອະ​ຖິຖານ​ສິ່ງ​ຕົນ​ປາ​ຖະ​ໜາ​ໃນ​ບຸນ​ຄຼິສ​ມາດ​ສ໌.ພໍ່​ແມ່​ທີ່​ຍັງ​ໜຸ່ມ​ມັກ​ເອົາ​ຖົງ​ຕີນ​ສີ​ແດງ​ຫ້ອຍ​ໄວ້​ເທິງ​ຫົວ​ບ່ອນ​ນອນ​ຂອງ​ເດັກ ນ້ອຍ,​ເມື່ອ​ລູກ​ນອນ​ຫຼັບ​ແລ້ວ,​ພໍ່​ແມ່​ກໍ່​ເອົາ​ຂະ​ໜົມ​ນ້ຳຕ​ານ​ທີ່​ເດັກ​ນ້ອຍ​ມັກ​ກິນ​ຫຼື​ຂອງ​ຂວັນ​ອື່ນໆ​ມາ​​ໃສ່​ໃນ​ຖົງ​ຕີນ.​ສ່ວນ​ຜູ້​ເຖົ້າ​ຜູ້ແກ່​ພັດ​ມັກ​ສົ່ງ​ບັດ​ອວຍ​ພອນ​ຄຼິສ​ມາດສ໌​ໄປ​​ໃຫ້​ເພື່ອນ​ມິດ​ແລະ​ພີ່ນ້ອງ​ຢູ່​ທາງ​ໄກ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ "ປາ​ປາ​ຄຼິສມາດ​ສ໌ມາ​ແລ້ວ" ທີ່​ຂັບ​ຮ້ອງ​ໂດຍ​ນາງ​ເຊິ​ນລີ​ນ.​ເພງ​ນີ້​ໄດ້​ບັນ​ລະ​ຍາຍ​ຄວາມ​ມ່ວນ​ຊື່ນ​ຂອງ​ຄົນ​ທັງຫຼາຍ​ໃນ​ເວ​ລາ​ສະ​ຫຼອງ​ບຸນ​ຄຼິສ​ມາດ​ສ໌.​ໃນ​ເພງ​ມີ​ເນື້ອ​ຮ້ອງ​ວ່າ "ທາ​ຂົນ​ຕາ,​ໃສ່​ໝວກ​ແດງ,​ຜິວ​ປາກ,​ທັງ​ເຕັ້ນ​ທັງ​ລຳ​ຕາມ​ຫົນ​ທາງ,​ມ່ວນ​ຊື່ນ​ຟົດ​ຟື້ນ​ໝົດ​ຄືນ,​ແສງ​ໄຟ​ເຫຼື້ອມຍິບຍັບ,ສຽງ​ຮ້ອງ​ດັງ​ກີກໆ,​ປາ​ປາ​ຄຼິສ​ມາດ​ສ໌​ມາ​ແລ້ວ,​ນັບ​ຮອດ​9​ພວກ​ເຮົາ​​ກໍ​​ກອດກັນ​​ໂລດ."

ກ່ອນ​ບຸນຄຼິສມາດ​ສ໌,​ໂຮງ​ແຮມຕ່າງໆ​​ໃນ​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ​ມັກ​ຈັດ​ຕົ້ນ​ຄຼິສ​ມາດສ໌​ໃສ່, ອັນ​ໄດ້​ເຮັດ​ໃຫ້​ມີ​ບັນຍາກາດ​ວັນ​ບຸນ​ຢ່າງ​ເຂັ້ມຂຸ້ນ.ຮ້ານ​ຄ້າ​ນ້ອຍ​ໃຫຍ່​ກໍ​​ກຽມ​​ເຄື່ອງ​ປະດັບ​ເອ້​ບຸນ​ຄຼິສ​ມາດ​ສ໌​ແລະ​ຂອງ​ຂວັນ​ຄຼສ​ມາດສ໌​ຫຼາຍ​ຢ່າງ​ຫຼາຍ​ແນວ​ໄວ້​ຂາຍ,ຄື​ໝວກ​ປາ​ປາ ຄຼິສ​ມາດສ໌,​ຖົງ​ຕີນ​ຍາວ​ທີ່​ໃສ່​ຂອງ​ຂວັນ​ໃຫ້​ເດັກ​ນ້ອຍ,​ຕົ້ນ​​ຄຼິສມາດ​ສ໌​ ເຄື່ອງ​ປະ​ດັບ​ຕົ້ນ​ຄຼິສ ມາດສ໌​ແລະ​ອື່ນໆ,​ຫຼາຍ​ຈົນ​ລາຍ​ຫຼລາຍ​ຕາ.​ຜູ້​ຂາຍ​ຂອງ​ສ່ວນ​ຫຼາຍ​ໃສ່​ໝວກ​ສີ​ແດງ,​ແຕ່ງ​ຕົວ​ຄື​ກັບ​ປາ​ປາ​ຄຼິສ​ມາດ​ສ໌,​ແລ້ວ​ສົ່ງ​ຂອງ​ຂວັນ​ນ້ອຍໆ​ໃຫ້​ລູກ​ຄ້າ.

ຕໍ່​ໄປ​ເຊີນ​ຟັງ​ເພງ "​Silent night" ບັນເລງແລະຂັບຮ້ອງໂດຍວົງດົນຕີ​ຮວາ​ເອີ.​ວົງ​ດົນ​ຕີ​ຮວາ​ເອີ​ປະ​ກອບ​ດ້ວຍ​ຊາຍ​​ໜຸ່ມ​​ທີ່​ໜ້າ​ຮັກ​3​ຄົນ,​ສຽງ​ຂອງທ້າວ​ຈ່າງ​ເຫວີຍ ຜູ່​ພາ​ໝູ່​ຮ້ອງ​​ເຕັມ​ໄປ​ດ້ວຍ​ຫ້າວ​ຫັນ​ຟົດ​ຟື້ນ​ແຫ່ງ​​ໄວ​ຄະ​ນອງ.​ໃນ​ເພງ​ຮ້ອງ​ວ່າ:Silent night,​ທຸກ​ສິ່ງ​ໃໝ່​ອ່ຽມ,​ຄວາມ​​​​ຝັນ​ທັງ​ໝົດທາສີ​ສົດ​ໃສ​,​ທ້ອງ​ຟ້າ​ລາ​ຕີ​ໝູ່​ດາວ​ລະ​ຍິບລະ​ຍັບ,ເມື່ອ​ອາລຸນ​ເບີກ​ຟ້າ,​Silent nightຜ່ານ​ໄປ, ປີ​ໃໝ່​ກໍ​ວຽນ​ມາ, ​ຂໍ​ໃຫ້​ຊີ​ວິດ​ຍືນ​ຍາວ​ໄປ.

​ເພງ​ "ໝາກຫິ່ງ​ດັງ​ແກ່ງໆ" ແມ່ນ​ເພງທີ່​ຄົນ​ຈີນມັກຮ້ອງ​ທີ່​ສຸດ. ​ເນື້ອ​ເພງມີ​ຢູ່​ວ່າ: "ພວກ​ເຮົາ​ນັ່ງ​ຢູ່​​ເທິງ​ເຊີດ​ຫິມະ,ບຸ​ຜ່າ​ລົມ​ແຮງ​ແລ່ນ​ຜ່ານ​ທົ່ງ​ນາ,​ທັງ​ຫົວ​ທັງ​ຮ້ອງ​ເພງ.​ໝາກ​ຫິ່ງ​ດັງ​ແກ່ງໆ,ຟັງ​ແລ້ວ​ຊື່ນ​ໃຈ.​ຄືນ​ນີ້​ຫຼິ້ນ​ສະ​ກີ​ຈັ່ງ​ແມ່ນ​ມ່ວນ,​ຮ້ອງ​ເພງ​ຕະ​ລາດ​ຫິມະ!" ຈັງ​ຫວະ​ແລະ​ທຳ​ນອງ​ເພງ​ທີ່​ມ່ວນ​ຊື່ນ,​ເຮັດ​ໃຫ້​ຄົນ​ຊື່ນ​ອົກ​ຊື່ນ​ໃຈ.​​ມ້ວນ​ທ້າຍ​ລາຍ​ການ​ມື້​ນີ້,​ເຊີນ​ຟັງ​ເພງ​"ໝາກ​ຫິ່ງ​ດັງ​ແກ່ງໆ" ຂັບ​ຮ້ອງ​ໂດຍ​ວົງ​ດົນ​ຕີ​ເຮີຍ​ຢ່າ​ຈື ​ເຊິ່ງ​ແມ່ນ​ຄະ​ນະ​ຮ້ອງ​ປະ​ສານ​ສຽງ​ຄະ​ນະ​ທຳ​ອິດ​ຂອງ​ຈີນ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ໃນຖ່າມກາງ​ສຽງ​ເພງ​ທີ່​ໜ້າ​ຟັງ​ນີ້,​ລາຍ​ການ​ພວກ​ເຮົາ​ກໍ່​​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.​ຄິດ​ວ່າ​ລາຍ​ການ​ມື້​ນີ້​ຄົງ​ໄດ້​ນຳ​ເອົາ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ມາ​ໃຫ້​ທ່ານ,​ໃນ​ໂອ​ກາດ​ບຸນ​ຄຼິສ​ມາດ​ນີ້,​ພວກ​ເຮົາ​ຂໍ​ອວຍ​ພອນ​ໃຫ້​ທ່ານ​ຈົ່ງ​​ເບີກ​ບານ​ມ່ວນ​ຊື່ນ,​ປາ​ຖະ​ໜາ​ສິ່ງ​ໃດ​ກໍ​ໃຫ້​ໄດ້​ດັ່ງ​ໝາຍ​ທຸກ​ປະ​ການ​ດ້ວຍ​ເຖີດ! ພົບ​ກັນ​ໃໝ່​ໃນ​ລາຍ​ການ​ໜ້າ,​ສະ​ບາຍ​ດີ.