ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-26 23:05:11    
ວົງ​ການ​ການ​ຄ້າ​ຮົງ​ກົງ​ຮຽກ​ຮ້ອງ​ໃຫ້​ສຸມ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ໃນຫຼາຍ​ມື້ມາ​ນີ້,​ອົງການ​ຈັດ​ຕັ້ງ​ອຸດສາ​ຫະ​ກຳ​ການ​ຄ້າ​ແລະ​ບຸກ​ຄົນ​ວົງ​ການ​ການ​ຄ້າ​ຂອງ​ຮົງ​ກົງ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ວຍ​ຮູບ​ແບບ​ຕ່າງໆ,​ສະ​ແດງ​ຄວາມ​ຜິດ​ຫວັງ​ທົ່ວ​ໄປ​ຕໍ່​ແຜນ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ການ​ເມືອງ​ບໍ່​ໄດ້​ຜ່ານ​ຮັບ​ຮອງ,​ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ໂຕ້​ຖຽງ ກັນ​ທາງ​ການ​ເມືອງ,​ສຸມ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະກິດ.

ທ່ານ​ຢາງ​ຊູນ​ຊີ ປະທານ​ສະມາຄົມ​ໂຮງງານ​ຈີນ​ຮົງ​ກົງ​ກ່າວ​ວ່າ,​ແຕ່ ເດີມ,ວົງການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວັງ​ໃຫ້​ຜ່ານ​ຮັບ​ຮອງ​ແຜນ​ການ​ປະຕິ​ຮູບ​ໂຄງ​ປະ​ກອບ​ການ​ເມືອງ,​ໃຫ້​ການ​ພັດ​ທະ​ນາ​ຂອງ​ໂຄງ​ປະ​ກອບ​ການ​ເມືອງ​ຂອງ​ຮົງ​ກົງ​ຢ່ວງ​ບາດ​ກ້າວ​ຢ່າງ​ໜັກ​ແໜ້ນ,​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ການ​ເມືອງ​ໃນ​ສັງ​ຄົມ​ໃນ​ຫຼາຍ​ປີມາ​ນີ້​ກໍ​ຈະ​ສິ້ນ​ສຸດ​ລົງ,​ແລ້ວ ສຸມ​ກຳ​ລັງ​ພັດ​ທະ​ນາ​ເສດ​ຖະ​ກິດ.​ແຕ່​ໃນ​ທີ່​ສຸດ​ແຜນ​ການ​ໄດ້​ຖືກ​ຢັບ​ຢັ້ງ​ຍ້ອນ ການ​ຂັດ​ຂວາງ​ຂອງ​ສະ​ມາ​ຊິກ​ຝ່າຍ​ຄ້ານ​ໃນ​ສະ​ພາ,​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າຮູ້​ສຶກ​ຜິດ​ຫວັງ​ທີ່​ສຸດ.

;ທ່ານ​ເອວຕັນ ປະທານ​ສະມາຄົມ​ການ​ຄ້າ​ໃຫຍ່​ຂອງ​ຮົງ​ກົງ​ກ່າວ​ວ່າ,​ຮົງ​ກົງ​ຕ້ອງ​ສ້າງ​ພື້ນ​ຖານ​ໃຫ້​ການ​ພັດ​ທະ​ນາ​ປະຊາ​ທິປະ​ໄຕ,​ກ້າວ​ໄປ​ສູ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເທື່ອ​ລະ​ກ້າວ.