ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-27 11:23:15    
ຢູ່​ອີຣັກ​ເກີດ​ເຫດການຫຼອນ​ໂຈມ​ຕີ​ຫຼາຍ​ລາຍ ຢ່າງ​ໜ້ອຍ​ມີ 18 ຄົນ​ຕາຍ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ທັນວາ ຢູ່​ອີຣັກ​ໄດ້​ເກີດ​ເຫດການຫຼອນ​ໂຈມ​ຕີ​ສາ​ມັນ​ຊົນ​ ທະ​ຫານ​ແລະ​ຕຳຫຼວດຫຼາຍລາຍ, ຢ່າງ​ໜ້ອຍ​ມີ 18 ຄົນ​ຕາຍ, ຫຼາຍສິບ​ຄົນ​ບາດ​ເຈັບ.

​ວັນ​ທີ 26 ທັນວາ ກະຊວງ​ພາຍ​ໃນ​ອີຣັກກ່າວ​ວ່າ, ​ໃນ​ມື້​ດຽວ​ກັນ ​ຢູ່​ຕະຫຼາດ​ແຫ່ງ​ໜຶ່ງ​ທີ່​ພາກ​​ເໜືອ​ແບກ​ແດດ ມີ​ລົດຈັກ​ຄັນ​ໜຶ່ງ​ທີ່​ໃສ່​ໝື້​ລະ​ເບີດໄດ້​​ແຕກ​ຂຶ້ນ​, ​ເຮັດ​ໃຫ້ 3 ຄົນ​ຕາຍ 26 ຄົນບາດ​ເຈັບ. ຕອນ​ເຊົ້າມື້​ດຽວ​ດັນ, ຢູ່​ແບກ​ແດດ​ຍັງ​ໄດ້​ເກີດ​ເຫດການ​ລະ​ເບີດ​ 5 ​ລາຍ​ຢ່າງ​ຕໍ່​ເນື່ອງ, ຢ່າງ​ໜ້ອຍ​ເຮັດ​ໃຫ້​ 5 ຄົນ​ຕາຍ 17 ຄົນ​ບາດ​ເຈັບ.

ນອກ​ນີ້ ຝ່າຍ​ຕຳຫຼວດອີຣັກ​ເຜີຍ​ໃຫ້​ຮູ້​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ ຢູ່​ປົດ​ກວດກາທີ່ຫ່າງ​ຈາກ​ແບກ​ແດດ​ໄປ​ທາງທິດ​ຕາ​ເວັນ​ອອກສຽງ​ເໜືອ​ປະມານ 60 ກິ​ໂລ​ແມັດ​ໄດ້​ຖືກ​ຫຼອນ​ໂຈມ​ຕີ, ຕຳ​ຫຼວດ 5 ຄົນ​ຖືກ​ຍິງ​ຕາຍ. ​ໃນ​ມື້​ດຽວ​ກັນ, ຍັງ​ມີ​ທະຫານ​ອີຣັກ 5 ຄົນ​ຖືກ​ຍິງ​ຕາຍ​ຢູ່​ບ້ານ​ແຫ່ງ​ໜຶ່ງ​ທີ່​ຫ່າງ​ຈາກແບກ​ແດດ​ໄປ​ທາງ​ທິດ​ເໜືອ.

ພາຍຫຼັງອີຣັກຈັດການ​ເລືອກ​ຕັ້ງສະພາ​​ແຫ່ງ​ຊາດ​ໃນ​ວັນ​ທີ 15 ທັນວາ​ແລ້ວ, ​ເຫດການ​ກຳລັງ​ຮຸນ​ແຮງ​ທີ່​ແນ​ໃສ່​ສາມັນ​ຊົນ ທະຫານ​ແລະ​ຕຳຫຼວດ​ໄດ້​ເກີດ​ຂຶ້ນອີກ​ຢ່າງ​ຕໍ່​ເນື່ອງ, ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ​ຂອງ​ອີຣັກກໍ່​ຊຸດ​ຮ້າຍ​ລົງ​ຢ່າງ​ວ່ອງ​ໄວ.