ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-27 21:31:48    
ຜູ້​ນຳ​ຈີນ​ອາ​ຟຼິ​ກາ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ຢູ່​ປັກ​ກິ່ງ​ໃນ​ລະ​ດູ​ໃບ​ໄມ້​ຫຼົ່ນ​ປີ​2006

cri
ຕາມ​ຂ່າວສານ​ຊີ​ນຮວາ,ໃນ​ໄລຍະ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ​3​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ຈີນ​ອາ​ຟຼິກາ​ທີ່​ຈັດ​ຈັດ​ຂຶ້ນ​ໃນ​ລະດູ​ໃບ​ໄມ້ຫ​ຫຼົ່ນ​ປີ2006,​ຜູ້ນຳ​ຈີນ​ອາ​ຟຼິກາ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ຢູ່​ປັກ​ກິ່ງ,​ພ້ອມ​ກັນຫາ​ລື​ເຮັດ​ແນວ​ໃດ​ຈະ​ເພີ່ມ​ທະວີ​ການ​ພົວ​ພັນ​ຮ່ວມ​ມື​ໄມຕີ​ຈິດ​ລະ​ຫວ່າງ​ຈີນ​ອາ​ຟຼິກາ​ໃຕ້​ສະ​ຖາ​ນະ​ການ​ໃໝ່.

ຂ່າວ​ດັ່ງກ່າວ​ແມ່ນ​ນັກ​ຂ່າວ​ໄດ້​ຮັບ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃນ​ວັນ​ທີ27​ທັນວາ.ໃນ​ເວລາ​ຕີ​ລາຄາ​ສະພາບ​ປັດຈຸບັນ​ແຫ່ງ​ການ​ຂະ​ຫຍາຍ​ຕົວ ຂອງ​ການ​ພັວ​ພັນ​ຈີນ​ອາ​ຟຼິກາ,​ບຸກຄົນ​ການ​ຕ່າງ​ປະ​ເທດ​ອາວຸ​ໂສຂອງ​ຈີນ​ກ່າວ​ວ່າ,​ຫຼາຍ​ປີ​ມາ​ນີ້,​ການ​ຮ່ວມ​ມື​ໄມຕີ​ຈິດ​ລະ​ຫວ່າງ​ຈີນ​ອາ​ຟຼິ​ກາ​ໄດ້ດຳ​ເນີນ​ໄປ​ຢ່າງ​ສະ​ດວກ​ໃນ​ທຸກໆ​ຂົງ​ເຂດ.​ການ​ໄປ​ມາ​ຫາ​ສູ່​ກັນ​ຊັ້ນ​ສູງ,​ການ​ປຶກ​ສາ​ຫາລື​ກັນ​ແລະ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ສາກົນ​ລະ​ຫວ່າງ​ຈີນ​ອາ​ຟຼິ​ກາ​ສືບ​ຕໍ່​ເພີ່ມ​ຫຼາຍ​ຂຶ້ນ,ຈີນ​ໄດ້​ຍົກ​ເວັ້ນ​ພາສີ​ຂາ​ເຂົ້າ​ໃຫ້​ແກ່​ຜະລິດ​ຕະ​ພັນ​ສ່ວນ​ໜຶ່ງ​ຂອງ​29 ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາກ​ວ່າ​ໝູ່​ຢູ່​ອາ​ຟຼິກາ​ທີ່​ສົ່ງ​ມາຈຳ​ໜ່າຍ​ຢູ່​ຈີນ.ນອກ​ນີ້,ຈີນ​ຍັງ​ໄດ້​ເພີ່ມ​ກ້ອນ​ທຶນ​ເຝິກ​ອົບຮົມ​ຕໍ່​ອາ​ຟຼິກາ​ຢ່າງ​ຫຼວງ​ຫຼາຍ,​ສືບ​ຕໍ່​ແຕ່ງ​ໜ່ວຍ​ປິ່ນປົວ​ໄປ​ທະວີບ​ອາ​ຟຼິກາ.