ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-27 22:00:59    
ທ່ານ​ຫູ​ຈິນ​ທ່າວ​ກ່າວ​ວ່າ,​ການ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ​ຕ້ອງ​ດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ ໜັກ​ແໜ້ນ​ແລະ​ມີ​ລະ​ບຽບ

cri Author: zhangshuo

ຕາມ​ຂ່າວCRI:ທ່ານ​ຫູ​ຈິນທ່າວ​ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,ການສະໜັບສະໜູນ​​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ພັດທະນາລະ​ບອບ​ປະຊາທິປະ​ໄຕ​ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຮົງ​ກົງ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ພື້ນຖານນັ້ນ​ແມ່ນ​ຫຼັກໝັ້ນສະ​​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ລັດຖະບານ​ສູນ​ກາງ;​ແຕ່​ການ​ພັດ​ທະ​ນາ​ປະຊາທິປະ​ໄຕ​ຂອງ​ຮົງ​ກົງ​ຕ້ອງດຳ​ເນີນ​ໄປ​ຢ່າງໝັ້ນທ່ຽງ ໜັກ​​ແໜ້ນ​ແລະ​ມີ​ລະບຽບ.

​​​ວັນ​ທີ27​ທັນວາ,ໃນ​ເວລາ​ພົບ​ປະ​ທ່ານ​ເຈິ່ງ​ອິ່ນ​ຊວນ ຜູ້​ວ່າ​ການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ທີ່​ມາລາ​ຍງານ​ວຽກ​ງານ​ຢູ່​ປັກ​ກິ່ງ​,ທ່ານ​ຫູ​ຈິນທ່າວ​ກ່າວວ່າ,​ແຜນການ​ປະຕິ​ຮູບ​ໂຄງ​ປະ ກອບ​ການ​ເມືອງ​ທີ່​ອົງການ​ປົກຄອງ​ເຂ​ດ​ພິ​ເສດ​ຮົງ​ກົງ​ສະ​ເໜີ​ອອກ​ມາ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ສອດຄ່ອງ​ກັບ​ກົດໝາຍ​ພື້ນຖານ​ແລະການ​ຕີ​ຄວາມໝາຍ​ແລະ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາມະຕິ​ຢ່າງ​ກວ້າງ​ຂວາງ,​ແມ່ນ​ແຜນການ​ທີ່​ຊຸກຍູ້​ປະຊາທິປະ​ໄຕ​ຕື່ມ​ອີກ.ທ່ານ​ເວົ້າວ່າ,ການ​ພັດທະນາ​ໂຄງ​ປະກອບ​ການ​ເມືອງ​ຂອງ​ຮົງ​ກົງພົວພັນ​ເຖິງ​ການປະຕິບັດ​ທິດ​ທາງ​ປະ​ເທດ​ດຽວ​ສອງ​ລະບອບ​ແລະ​ກົດໝາຍ​ພື້ນຖານ​ຢູ່​ເຂດ​ພິ​ເສດ​ຮົງ​ກົງ,ພົວພັນ​ເຖິງ​ຜົນ​ປະ​ໂຫຍດຂອງ​ທຸກ​ຊັ້ນຄົນ​ແລະ​ວົງ​ການ​ຕ່າງໆ​​ໃນ​ສັງຄົມ​ຮົງ​ກົງ​ພ້ອມ​ດ້ວຍຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນລະພາບ​ເປັນ​ເວລາ​ຍາວ​ນານ​ຂອງ​ຮົງ​ກົງ.​ແຕ່​ວ່າ​ມັນກໍ​ຄື​ກັນ​ກັບການ​ພັດທະນາ​ປະຊາທິປະ​ໄຕ​ຂອງທຸກປະ​ເທດ​ແລະ​ເຂດ​ແຄ້ວ​ນ​ເຊິ່ງລ້ວນ​ແຕ່​ຕ້ອງຜ່ານ​ຂະ​ບວນວິວັດ​ປະຫວັດສາດ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ,ການ​ພັດທະນາ​ປະຊາ​ທິປະ​ໄຕ​ຂອງ​ຮົງ​ກົງ​ກໍ​ຕ້ອງດຳ​ເນີນ​ໄປ​ຢ່າງໝັ້ນທ່ຽງ​ ໜັກ​ແໜ້ນ​ແລະ​ມີ​ລະບຽບ.

ໃນ​ຕອນ​ບ່າຍ​ວັນ​ທີ27​ທັນວາ,ທ່ານ​ຫູ​ຈິນທ່າວ​ຍັງ​ໄດ້​ພົບ​ປະ​ທ່ານ​ເຮີ​​ໂຮ້ຮວາ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວທີ່​ມາລາ​ຍງານ​ວຽກ​ງານ​ຢູ່​ປັກ​ກິ່ງ.