ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 13:08:48    
ບຸນ​ຄຼິສມັສ​ກ້າວ​ເຂົ້າ​ໃນ​ຄອບ​ຄົວ​ທຳ​ມະ​ດາ​ຂອງ​ຈີນ

cri


ທ່ານລິວສົ່ງທີ່​ອາຍຸສາມ​ສິບປີ​ປາຍ​ແມ່ນ​ກຳມະ​ກອນ​ຂອງ​ໂຮງ​ງານ​ຜະ​ລິດ​ລົດ​ໄຟຟ້າ​ແຫ່ງ​ໜຶ່ງ​ຢູ່​ປັກ​ກິ່ງ,ຫາ​ກໍ່​ຮອດ​ເດືອນ​ທັນວາ,​ຕົ້ນ​ຄຼິສມັສ​ໃນ​ຄອບ​ຄົວ​ຂອງ​ທ່ານ​ກໍ່​ຖືກ​ຈັດ ວາງ​ໄວ້​ຢູ່​ຫ້ອງ​ຮັບ​ແຂກ​ແລ້ວ,​ແສງ​ໄຟ​ຫຼາຍ​ສີ​ຫຼາຍ​ສັນເຫຼື້ອມ​ຍິບ​ຍັບ​ໃນ​ທ່າມ​ກາງ​ກິ່ງ​ໄມ້.​ທ່ານ​ລີ​ວ​ເວົ້າ​ວ່າ,​ເພິ່ນ​ກັບ​ເມຍ​ໄດ້ຕົກ​ລົງກັນ​ກ່ອນລ່ວງ​ໜ້າ​ແລ້ວ​ວ່າ​ຈະ​ໄປ​ກິນ​ອາ​ຫານ​ຝລັ່ງ​ໃນ​ຄືນ​ກ່ອນມື້​ບຸນ​ຄຼິສມັສ.
 
ພວກ​ເຮົາ​ໄປ​ກິນ​ອາ​ຫານ​ຝລັ່ງ​ຄາບ​ໜຶ່ງຢູ່​ຮ້ານ​ອາຫານ​ມັກ​ຊິມ,​ແລ້ວ​ໄປ​ເລາະ​ທ່ຽວ​ຮ້ານ​ຄ້າ,​ມື້​ນັ້ນ​ຈະ​ມີຮ້ານ​ຄ້າຫຼາຍໆ​ແຫ່ງ​ບໍລິ​ການ​ລູກຄ້າ​ຕະ​ຫຼອດ​ຄືນ. ປີ​ແລ້ວ ນີ້ພວກ​ເຮົາ​ກໍ່​ຫຼິ້ນ​ບຸນ​ຄຼິສມັສ​ແບບ​ນີ້,​ໄປ​ກິນ,​ໄປ​ເລາະ,​ໄປ​ຫຼິ້ນ,​ດີ​ຫຼາຍ.

ຄອບຄົວ​ທີ່​ສະ​ຫຼອງ​ບຸນຄຼິສມັສ​ຢ່າງພຽນ​ໃຈ​ຄື​ຄອບຄົວ​ຂອງ​ທ່ານ​ລີວຢູ່​ປັກ​ກິ່ງ​ແລະ​ແຫ່ງ​ຕ່າງໆ​ຂອງ​ຈີນ​ຍັງ​ມີ​ຈຳນວນ​ຫຼວງ​ຫຼາຍ,​ບຸນຄຼິສມັສ​ທີ່​ເປັນ​ມື້ບຸນ​ຝ່າຍຕາ​ເວັນ​ຕົກ​ກໍ່​ໄດ້​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ທຳ​ມະ​ດາ​ຂອງ​ຈີນ​ນັບ​ມື້​ນັບ​ນັບ​ອຸດົມ​ສົມບູນ​ຂຶ້ນ.​ຄຽງຄູ່​ກັບ​ເສດ​ຖະ​ກິດ​ຂອງ​ຈີນ​ຂະຫຍາຍ​ຕົວ​ແລະ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ໄດ້ຍົກ​ສູງ​ຂຶ້ນ,​ຄວາມ​ສາ​ມາດ​ບໍລິ​ໂພກຂອງ​ຊາວ​ຈີນ​ກໍ່ນັບ​ມື້​ນັບເຂັ້ມ ແຂງ​ຂຶ້ນ.​ແລະ​ຄຽງ​ຄູ່​ກັບການ​ຂະຫຍາຍ​ຕົວ​ຂອງ​ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ແລະຄົນ​ຈີນ​ຕິດ​ຕໍ່​ກັບ​ຄົນ​ຕ່າງ​ປະ​ເທດ​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຈຶ່ງ​ມີ​ຄົນ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ຮູ້ຈັກ​ແລະ​ຍອມຮັບ​ບຸນຄຼິສມັສ.​ໃນ​ໃຈຂອງ​ຫຼາຍໆ​ຄົນ,ບໍ່​ວ່າມື້​ບຸນ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ​ຫຼື​ມື້​ບຸນ​ຝ່າຍ​ຕາ​ເວັນ​ຕົກ,​ພວກ​ເຂົາ​ເຈົ້າ​ກໍ່ສະຫຼອງ​ຄື​ກັນ,​ເພື່ອ​ສວຍ​ໂອກາດ​ນີ້​ສະ​ເຫວີຍ ຄວາມ​ມ່ວນ​ຊື່ນ​ຂອງ​ຊີວິດ.​ສ່ວນບຸນ​ຄຼິສມັສ​ໝາຍ​ເຖິງ​ຄວາມ​ປອດ​ໄພ,​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ອວຍ​ພອນ,ກໍ່​ໄດ້​ຕອບ​ສະໜອງ​ຄວາມ​ປາ​ຖະໜາ​ແລະ​ຄວາມ​ສະ​ແຫວ​ງຫາ​ໃນ​ໃຈ​ຂອງ​ຄົນ​ທັງ​ຫຼາຍ​ທີ່ມີຕໍ່​ຊີວິດ​ອັນ​ດີງາມ.
 
ໃນ​ໄລຍະ​ບຸນ​ຄຼິສມັສ,​ຄົນທັງ​ຫຼາຍ​ພາກັນ​ມອບ​ຂອງ​ຂວັນ​ໃຫ້​ແກ່​ກັນ,​ຈັດ​ງານ​ຊຸມ​ແຊວ,​ລ້ຽງ​ຍາດ​ພີ່​ນ້ອງ​ແລະ​ໝູ່​ເພື່ອນ.​ແຕ່​ວ່າ​ຄົນ​ຈີນ​ສະ​ຫຼອງ​ບຸນ​ຄຼິສມັສ​ກໍ່​ມີ​ຈຸດ​ພິ​ເສດ​ຂອງ​ຈີນ,​ຄົນ​ສ່ວນ​ຫຼາຍ​ແມ່ນຖື​ບຸນ​ຄຼິສມັສ​ເປັນ​ໂອ​ກາດ​ໃໝ່​ສຳລັບ​ພັກ​ຜ່ອນ​ສັງ​ສັນ​ລື່ນ ເລີງ.ນາງ​ຊູ​ມີ​ງ ນັກ​ສື​ກສາ​ປີ​ທີ​ສີ່​ຂອງ​ມະຫາວິທະຍາ​ໄລ​ອຸດສາ​ຫະກຳ​ພາກເໜືອ​ທີ່​ຢູ່ປັກ​ກິ່ງ​ເວົ້າ​ວ່າ,
 
ບຸນ​ຄຼິສມັສປີນີ້,​ຍ້ອນວ່າ​ຂ້ອຍ​ແມ່ນ​ນັກ​ສຶກ​ສາ​ປີທີ​4,​ຂ້ອຍ​ໄດ້ໄປ​ເຂົ້າ​ຮ່ວມ​ງານ​ລາຕີ​ໃສ່​ໜ້າ​ກາກ,​ເພື່ອ​ຕ້ອນ​ຮັບ​ບຸນ​ຄຼິສມັສ​ຄັ້ງສຸດ​ທ້າຍ​ໃນ​ໄລຍະ​ຮຽນຢູ່​ມະ​ຫາ​ວິ​ທະຍາ​ໄລ​ດ້ວຍ​ແບບ​ວິທີ​ທີ່​ຂ້ອນ​ຂ້າງ​ພິເສດ​ແນວນີ້.
 
ສຳລັບຜູ່ທີ່​ໄດ້ເປັນ​ພໍ່​ແມ່​ແລ້ວ​ນັ້ນ​ກໍ່​ຄິດ​ວ່າ​ເຮັດ​ແນວ​ໃດ​ໃຫ້​ລູກ​ໄດ້​ຫຼິ້ນ​ບຸນຢ່າງ​ມ່ວນ ຊື່ນ.ນາງ​ລູສຽວ​ເວີ້ຍ​ທີ່ຢູ່​ນະ​ຄອນ​ຊຽງ​ໄຮ້​ໄດ້​ສັ່ງ​ຈອງ​ການ​ເຄື່ອນ​ໄຫວ​ຫຼິ້ນ​ບຸນ​ຄຼິສມັສ​ກັບ​ລູກ​ທີ່​ບໍລິ​ສັດ​ຂອງ​ກິນ​ແຫ່ງ​ໜຶ່ງ​ເປັນຜູ້​ຈັດ,​ນາງ​ກັບ​ຜົວ​ໄດ້​ພາລູກ​ອາຍຸ6​ຂວບ​ໄປ​ຮ່ວມ​ມ່ວນ​ຊື່ນ​ໃນ​ບຸນ​ຄຼິສມັສ.
 
ໃນ​ໂຮງ​ງານ​ຜະລິດ​ຂອງ​ກິນ​ແຫ່ງ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ຫຼິ້ນ​ບຸນຄຼິສມັສ​ກັບ​ລູກ​ໂດຍ​ຈຳ​ເພາະ,ໃຫ້​ພໍ່​ແມ່​ພາ​ລູກ​ໄປ​ເຮັດ​ເຂົ້າໜົມ​ເຄັກ​ນຳ​ກັນ.ໃຫ້​ລູກ​ມ່ວນ​ຊື່ນ​ນຳ​ກັນ​ກັບ​ພວກ​ເຮົາ​ໃນບຸນ​ຄຼິສມັສ.
 
ຄື​ກັນກັບ​ບໍລິສັດ​ຂອງ​ກິນ​ທີ່​ນາງ​ລູ​ໄດ້​ເວົ້າ​ເຖິງ​ນັ້ນ,​ເພື່ອກຳ​ແໜ້ນ​ບຸນ​ຄຼິສມັສ​ທີ່​ເປັນ​ໂອ​ກາດ​ການ​ຄ້າ​ທີ່​ນັບມື້​ນັບ​ຄຶກຄັກ​ຂຶ້ນ,​ພໍ່ຄ້າ​ຢູ່​ແຫ່ງ​ຕ່າງໆ​ໄດ້​ກຽມ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຫຼາຍ​ແນວ​ໄວ້​ໃຫ້​ແກ່​ບຸນ​ຄຼິສມັສ​ໂດຍ​ຈຳ​ເພາະ.​ກ່ອນ​ນີ້​ຫຼາຍ​ມື້,ຮ້ານ​ຄ້າ​ຈຳນວນ​ບໍ່​ໜ້ອຍ​ກໍ່​ໄດ້​ໂຄ​ສະ​ນາ​ວ່າ​ຈະ​ບໍລິ​ການ​ລູກ​ຄ້າ​ທັງ​ເວັນ​ທັງ​ຄືນ​ໃນ​ໄລ​ຍະ​ບຸນ​ຄຼິສມັສ,​ແລະ​ຫຼຸດ​ລາຄາ​ພິ​ເສດ​ໃນ​ຄ່ຳຄືນ​ກ່ອນ​ບຸນ​ຄຼິສມັສ,​ຮ້ານ​ອາຫານ​ກໍ​ໄດ້​ສະ​ເໜີລາຍ​ການອາ ຫານ​ບຸນ​ຄຼິສມັສ​ລະດັບ​ຕ່າງໆ.​ຢູ່​ຖະ​ໜົນ​ໃຫຍ່​ວາງ​ຝູຈີງ​ທີ່​ເປັນ​ຖະໜົນ​ການ​ຄ້າ​ຕົ້ນຕໍ​ຂອງ​ປັກ​ກິ່ງ,​ຮ້ານ​ຄ້າ​ນ້ອຍ​ໃຫຍ່​ລ້ວນ​ແຕ່​ໄດ້​ປະ​ດັບ​ເຄື່ອງ​ເອ້​ຄຼິສມັສ,​ຕົ້ນ​ຄຼິສມັສ​ອັນ​ປານີດ,​ຮູບ​ພາບ​ໂຄ​ສະ​ນາ​ຄຼິສມັສ​ຕ່າງໆ​ນາໆ​ໄດ້ປະ​ດັບ​ປະ​ດາ​ຮ້ານ​ຄ້າ​ຕ່າງໆ.​ໃນ​ຮ້ານ​ຄ້າ​ແຫ່ງ​ໜຶ່ງ,ທ່ານ​ເຈີງ​ຮວາ ພະ​ນັກງານ​ຂາຍ​ບອກ​ນັກ​ຂ່າວ​ວ່າ,
 
ປີນີ້ຮ້ານ​ຄ້າ​ພວກ​ເຮົາ​ມີ​ສິນຄ້າ​ຄຼິສມັສ​ຮ້ອຍ​ກວ່າ​ຊະນິດ,​ຕົວ​ຢ່າງ​ຄື​ຕຸກ​ກະ​ຕາ​ແຊນ​ຕະ​ຄຼອສ໌​ກໍ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຄົນ​ທັງ​ຫຼາຍ.ຕຸກກະ​ຕາ​ໝາ​ຄຼິສ​ມັສກໍ່​ແມ່ນ​ສິນ​ຄ້າ​ຊະນິດ​ໃໝ່​ໃນ​ປີ​ນີ້,ຂາຍໄດ້​ດີ​ຫຼາຍ,​ພຽງ​ແຕ່​ມື້​ນີ້ມື້​ດຽວ​ກໍ່​ຂາຍ​ໄດ້ສາມ​ສີ່​ພັນ​ຢວນແລ້ວ.
 
ບໍ່ພ​ຽງ​ແຕ່​ໄທ​ເມືອງ​ຫຼິ້ນ​ບຸນ​ຄຼິສມັສ​ເທົ່ານັ້ນ,​ບັນ​ຍາ​ກາດ​ຄຼິສມັສ​ກໍ່​ຄ່ອຍໆ​ແຜ່​ລາມ​ໄປ​ຮອດ​ຄອບຄົວ​ຊາວ​ກະສິ​ກອນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ.​ຢູ່​ແຂວງ​ເຫີຍ​ລົງ​ຈຽງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ,​ອຸນ​ຫະພູມ​ລົບ​ສິບ​ກວ່າ​ອົງສາ​ແລ້ວ,​ຫິມະ​ປົກ​ຫຸ້ມ​ໄປ​ທົ່ວ​ແຜ່ນ​ດິນ.​ໃນ​ຄອບຄົວ​ຂອງ​ທ່ານ​ວາງ​ຈີ້​ເວີນ ຊາວ​ກະສິ​ກອນ​ທີ່​ຢູ່​ເມືອງ​ທາງ​ຢວນ​ນະ​ຄອນ​ຈາ​ມູສ,​ຢູ່ເທິງ​ປ້ອງ​ຢ້ຽມ​ໄດ້ຕິດ​ຮູບ​ແຊນ​ຕະ​ຄຼອສ໌​ສີແດງ.​ທ່ານ​ວາງ​ຈີ້​ເວີນ​ເວົ້າ​ວ່າ,​ປັດຈຸບັນ,​ຫຼາຍ​ຄອບ​ຄົວ​ໃນ​ໝູ່ບ້ານ​ກໍ່​ໄດ້ຫຼິ້ນ​ບຸນ​ຄຼິສມັສ.
 
ປີນີ້,ຄົວຄົວ​ຂ້າພະ​ເຈົ້າ​ກໍ່​ຫຼິ້ນບຸນ​ຄຼິສມັສ.​ປີນີ້​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ອຸດົມ​ສົມ​ບູນ,ບຸນຄຼິສມັສ​ປີ​ນີ້​ໄດ້ຂ້າ​ໝູເ​ປັນອາ​ຫານ.
 
ຂ້າ​ໝູ​ເປັນ​ອາຫານ​ກໍ່​ແມ່ນ​ເພື່ອ​ສະ​ເຫຼີມສະ​ຫຼອງ,​ທາງ​ຄອບ​ຄົວຈະ​ຂ້າ​ໝູ​ໂຕ​ໜຶ່ງ ໂດຍ​ຈຳະ​ເພາະ,ຕົ້ມ​ຊິ້ນ​ໝູ​ເປັນ​ໝໍ້​ໃຫຍ່,​ແລ້ວ​ໃສ່​ຜັກ​ປ່າ​ພິ​ເສດ​ຂອງ​ພາກ​ອິ​ສານ​ແລະ​ຜັກ​ຊະນິດ​ອື່ນໆ​ຕົ້ມ​ນຳ​ກັນ.ນີ້​ກໍ່​ແມ່ນ​ຄາບ​ເຂົ້າ​ອຸດົມ​ສົມບູນ​ກວ່າ​ໝູ່​ໃນ​ຊົນ​ນະບົດ​ພາກ​ອິ​ສານ​ຂອງ​ຈີນ​ແລ້ວ, ຕາມ​ທຳ​ມະ​ດາ​ອາ​ຫານ​ແບບ​ນີ້ມີ​ແຕ່​ກິນ​ໃນຍາມ​ບຸນ​ກຸດ​ຈີນ.​ນິ້ສະ​ແດງ​ໃຫ້​ເຫັນ​ວ່າ,​ບຸນ​ຄຼິສມັສ​ຂອງ​ຕ່າງປະ​ເທດ​ກໍ່​ນັບ​ມື້​ນັບ​ຄຶກ​ຄື້ນ​ກວ່າ​ເກົ່າ​ໃນ​ເຂດ​ຊົນນະ​ບົດ​ຂອງ​ຈີນ.
 
ຄື​ຊິ​ແມ່ນ​ເພື່ອ​ເພີ່ມ​ບັນຍາກາດ​ບຸນ​ຄຼິສມັສ,​ຫຼາຍ​ມື້​ກ່ອນ,​ອຸນ​ຫະ​ພູມ​ຢູ່​ຫຼາຍ​ພາກ ພື້ນ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ,​ອາ​ກາດ​ໜາວ​ທີ່​ສຸດ.​ໃນ​ລົມ​ໜາວ,​ເຄື່ອງ​ເອ້​ຫຼາຍ​ສີ​ຫຼາຍ​ສັນ​ຕາມ​ຖະ​ໜົນ​ຫົນ​ທາງ​ນັ້ນ​ຍິ່ງ​ປະຈັກ​ຕາ​ຄົນ.