ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 16:19:30    
ປີ​ 2004 ຄ່າ​ໃຊ້​ຈ່າຍ​ດ້ານ​ວິທະ​ຍາ​ສາດ​ເຕັກນິກ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ

cri Author: cai
ຕາມ​ຂ່າວCRI:ປີ 2004,ຍອດ​ຈຳນວນ​ຄ່າ​​​ໃຊ້​ຈ່າຍ​ໃນ​ການ​ເຄື່ອນ​ໄຫວ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ໄດ້​ຫຼາຍ​ກວ່າ 400 ຕື້​ຢວນ,​ເພີ່ມ 28% ​ເມື່ອ​ທຽບ​ກັບ​ປີ 2003.

ຕົວ​​ເລກ​ສະຖິຕິ​ທີ່ກົມ​ສະຖິຕິ​ແຫ່ງ​ຊາດ ກະຊວງ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຢີຂອງ​ຈີນປະກາດ​ໃນ​ວັນ​ທີ 28 ທັນວາ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ,ປີ 2004,ຄ່າ​ໃຊ້​ຈ່າຍໃນ​ການ​ເຄື່ອນ​ໄຫວ​ວິທະຍາສາດ​ເຕັກ​ນິກຂອງ​ວິ​ສາ​ຫະກິດ​ຕ່າງໆ​ຂອງ​ຈີນ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.ເຂດ​ເສ​ດຖະກິດຂ້ອນ​ຂ້າງ​ພັດທະນາທີ່ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້ຈ່າຍ​ຂ້ອນ​ຂ້າງ​ຫຼາຍ​ໃນ​ການ​ເຄື່ອນ​ໄຫວ​ວິທະຍາສາດ​ເຕັກນິກ.

ປະຈຸ​ບັນ,ມາດຕາ​ສ່ວນ​ຂອງການ​ລົງທຶນດ້ານ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ໃນ GDP ​ໄດ້​ຢູ່​ແຖວ​ໜ້າ​ໃນ​ປະ​ເທດ​ພວມ​ພັດທະນາ,​ແຕ່​​ເມື່ອ​ທຽບ​ໃສ່​ປະ​ເທດ​ພັ​ດທະນາ​ແລ້ວ,ຍັງ​ມີ​ຄວາມ​ຜິດ​ໂຕນ​ກັນ​ຂ້ອນ​ຂ້າງ​ຫຼາຍ.