ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 16:49:27    
ໃນ5​ປີ​ຂ້າງ​ໜ້າ​ຈີນ​ຈະ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ການ​ສຶກສາ​ພາກ​ບັງ​ຄັບ​ຊົນ​ນະ​ບົດ​210​ຕື້​ຢວນ

cri

​ໜັງສືພິມ​ຊິນ​ຈີ່​ງປ້າວລາຍ​ງານ​ວ່າ: ໃນ5​ປີ​ຂ້າງ​ໜ້າ​ຈີນ​ຈະ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຊົນ​ນະ​ບົດ210ຕື້​ຢວນ, ຮັບ​ປະ​ກັນ​ຄ່າ​ໃຊ້​ຈ່າຍ​ການ​ສຶກສາ​ພາກ​ບັງ​ຄັບ​ຊົນ​ນະ​ບົດ​ພຽງພໍ​,​ເພື່ອ​ຫຼຸດ​ພາ​ລະ​ຂອງ​ຊາວ​ກະ​ສິ​ກອນ​ຕື່ມ​ອີກ.

ຕາມ​ໄດ້​ຊາບ, ​ແຕ່​ປີ2006​ເປັນ​ຕົ້ນ​ໄປ, ຈີນ​ຈະລຶບລ້າງ​ຄ່າ​ຮຽນ​ພາກ​ບັງຄັບຂອງ​ນັກຮຽນ​ຢູ່​ຊົນນະບົດ​ພາກ​ຕາ​ເວັນ​ຕົກ​, ປີ2007​ຈະ​ເປີດ​ກວ້າງ​ຮອດ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ອອກ, ຍົກ​ສູງ​ມາດຖານ​ພື້ນຖານ​ຂອງ​ຄ່າ​​ໃຊ້​ຈ່າຍ​ສາທາລະ​ນະ​ຂອງ​ໂຮງຮຽນ​ມັດ​ທະ​ຍົມ​ແລະ​ໂຮງຮຽນ​ປະຖົມ​ໃນ​ການ​ປະຕິບັດ​ການ​ສຶກສາ​ພາກ​ບັງຄັບ​, ຮັບປະກັນ​ທຶນ​​ສ້ອມ​ແປງ​​ໂຮງຮຽນຊົນນະບົດ​​ແລະ​ອື່ນໆ.

​ໃນ​ຫຼາຍ​ປີ​ມາ​ນີ້, ລັດຖະບານ​ຈີນ​ໄດ້​ເລີ່​ມປະຕິບັດ​ນະ​ໂຍບາຍ​ລຶບລ້າງ​ຄ່າ​ຮຽນ​​ແລະ​ຄ່າ​ປຶ້ມ​ຂອງ​ນັກຮຽນ​ຜູ່ທຸກ​ຍາກ, ແລະ​ໃຫ້​ເງິນ​ເກື້ອກູນ​ຄ່າ​ຄອງ​ຊີບ​ໃຫ້​ພໍ​ດ້ານ​ພໍດີ.