ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 18:30:40    
ຝານ​​ເຈ່ນສິຢີ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາສິດ, ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ສຸພາສິດ​ເລື່ອງ "ຝານ​ເຈ່ນສິຢີ" ສູ່​ຟັງ.

​ເມິ້ງ​ຈື​ແມ່ນ​ນັກ​ການ​ເມືອງ ນັກ​ຄິດ​ແລະ​ນັກ​ການ​ສຶກສາ​ທີ່​ຍິ່ງ​ໃຫຍ່​ໃນ​ສະ​ໄໝ​ຍຸດທະ​ຈັກ​ຂອງ​ຈີນ. ​ເພິ່ນ​ໄດ້​ສືບ​ທອດ​ແລະ​ຂະຫຍາຍ​ແນວ​ຄິດ​ສຳນັກ​ຂົງຈື້, ມີ​ຜົນ​ສະທ້ອນຕໍ່​ຄົນ​ຮຸ້ນຫຼັງຢ່າງ​ໃຫຍ່ຫຼວງ. ​ໃນ "​ເມິ້ງ​ຈື" ​ບົດ​ປະພັນ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ​ໄດ້​ບັນ​ທຶກ​​ນິ​ທານ​ເລື່ອງ​ໜຶ່ງຄື​ແນວ​ນີ້:

​ໃນ​ສະ​ໄໝ​ຍຸດທະ​ຈັກ, ຢູ່ລັດ​ສີ (ປັດຈຸບັນ​ຢູ່​ແຂວງ​ຊານ​ຕົ່ງ) ມີ​ຄົນຜູ່​ໜຶ່ງ ດຳລົງ​ຊີວິດ​ກັບ​ເມຍ​ແລະ​ເມຍ​ນ້ອຍ.​ ອອກ​ໄປ​ນອກ​ເທື່ອ​ໃດ, ​ເຂົາກໍ່​ອິ່ມ​ເຫຼົ້າອິ່ມ​ທ້ອງ​ແລ້ວ​ຈຶ່ງ​ກັບ​​​ຄືນ​ເມືອ​ເຮືອນ. ​ເມຍ​ຂອງ​ເຂົາຈຶ່ງ​ຖາມ​ວ່າ: "ພວກ​ທີ່​ກິນ​ເຫຼົ້າກັບ​ເຈົ້ານັ້ນມີໃຜ​ແດ່." ​ເຂົາ​ຕອບ​ວ່າ: "ລ້ວນ​ແຕ່​ແມ່ນ​ຄົນ​ລ້ຳລ້ວຍ​ທັງ​ມີ​ຖານະ​ສູງ." ຕໍ່​ມາ​ມື້ໜຶ່ງ ເມຍ​ເຂົາ​ເວົ້າຕໍ່ເມ້ຍ​ນ້ອຍ​ວ່າ: "​ເທື່ອ​ໃດ​ຜົວ​ອອກ​ໄປນອກ​ ລ້ວນ​ແຕ່​ກິນ​ດື່ມ​ນຳ​ກັນກັບ​ຜູ່​ລ້ຳ​ລ້ວຍ​ແລະ​ມີ​ອິດ​ທິ​ພົນ, ​ແຕ່​ເປັນ​ຫຍັງ​ບ້ານ​ພວກ​ເຮົາ​ບໍ່​ມີ​ຂຸນ​ນາງ​ຜູ່​ໃດມາ​ຢາມ​ຈັກ​ເທື່ອ? ​ເທື່ອ​ນີ້​ຂ້ອຍ​ຕ້ອງ​ຕິດ​ຕາມ​ເຂົາ​ໄປ​ເບິ່ງ​ໃຫ້​ຮູ້​ຈັກຢ່າງຄັກ​ແນ່."

ຕອນ​ເຊົ້າມື້​ລຸນ​ມາ, ​ເມຍ​ເຫັນ​ຜົວ​ອອກ​ປະຕູ​​ເຮືອນອີກ​ແລ້ວ, ​ເລີຍ​ຈອບ​ຕິດຕາມ​ຢູ່​ຂ້າງຫຼັງຜົວ​ຢ່າງ​ມິດໆ. ​ເຂົາ​ໄດ້​ເຫັນ​ຜົວທ່ຽວຈົນທົ່ວ​ເມືອງກໍ່​ບໍ່​ມີ​ໃຜ​ລົມ​ກັບ​​ເຂົາ, ຈຶ່ງ​ຮູ້ສຶກ​ປະຫຼາດ​ໃຈ​ທີ່​ສຸດ. ພາຍຫຼັງມາ, ​ເຂົາ​ໄດ້​ເຫັນ​ຜົວ​ຍ່າງ​ໄປ​ຮອດ​​ເຂດ​ປ່າຊ້າທີ່​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ, ຂໍ​ຂອງ​ໄຫວ້​ຄົນ​ຕາຍມາ​ກິນ, ​ແຕ່​ຍັງ​ບໍ່​ອິ່ມ, ກໍ່​ເລີຍ​ຫຼຽວ​ໜ້າຫຼຽວຫຼັງ, ​ແລະ​ໄປ​ຂໍຂອງ​ກິນ​ນຳ​ຜູ່​ບວງສວງ​ຢູ່​ປ່າຊ້າ​ອື່ນໆ​ອີກ. ​ໂອ້, ​ເມຍ​ຂອງ​ເຂົາ​​ເຂົ້າ​ໃຈແລ້ວ, ຜົວ​ຂອງ​ເຂົາ​ແມ່ນ​ມາ​ຂໍ​ຂອງ​​ໄຫວ້​ຄົນ​ຕາຍ​ມາ​ກິນ, ​ແຕ່​ພັດຍັງ​ເຮັດຕິ​ເວົ້າວ່າກິນ​ເຫຼົ້າກັບ​ຄົນ​ຮັ່ງມີ​ຈົນ​ອິ່ມ​ເຫຼົ້າອິ່ມ​ທ້ອງ​​ເພື່ອ​ມາຫຼອກລວງ​ເມຍ​ແລະ​ເມຍ​ນ້ອຍ, ຈັ່ງ​ແມ່ນ​ໜ້າ​ອັບອາຍ​ແທ້ໆ.

​ເມື່ອ​ເມຍ​ເຂົາກັບ​ຄືນ​ເມືອ​ເຮືອນ​ແລ້ວ​ກໍ່​ບອກ​ສິ່ງ​ທີ່​ຕົນໄດ້​ເຫັນ​ໃຫ້​ເມຍ​ນ້ອຍ​ຮູ້ໝົດ, ​ແລະ​ເວົ້າວ່າ: "ຜົວ​ແມ່ນ​ຜູ່​ທີ່​ພວກ​ເຮົາ​​ເພິ່ງ​ພາອາ​ໄສ​ຕະຫຼອດຊີວິດ, ​ແຕ່​ດຽວ​ນີ້​ເຂົາ​ພັດ​ເຮັດ​ແນວ​ນີ້, ພວກ​ເຮົາຈະ​ເຮັດ​ແນວ​ໃດ​​ດີ?" ​ເວົ້າ​ແລ້ວ​ສອງ​ຄົນ​ກໍ່​ກອດ​ກັນ​ຮ້ອງໄຫ້ຂຶ້ນ, ທັງ​ຮ້ອງ​ໄຫ້​ທັງ​ປ້ອຍ​ດ່າ​ຜົວ. ​ແຕ່​ຜົວ​ຂອງ​ເຂົາ​ເຈົ້າພັດ​ຍັງ​ບໍ່​ຮູ້​ຫຍັງ, ​ເມື່ອ​ກັບ​ຄືນ​ເມືອ​ເຮືອນ​ແລ້ວ ຍັງ​ໂອ້​ອວດ​ຢູ່​ຕໍ່ໜ້າ​ເມຍ​ແລະ​ເມຍ​ນ້ອຍ.

​ເມື່ອຄົນ​ທັງຫຼາຍ​ໄດ້​ຮູ້​​ເລື່ອງ​ນີ້​ແລ້ວ, ຄົນ​ທົ່ວ​ເມືອ​ງບໍ່​ມີ​​ໃຜ​ບໍ່​ຫົວ​ຂວັນຜູ່​ເປັນ​ຜົວ​ຜູ່​ນີ້. ການ​ປະພຶດ​ຂອງ​ເຂົາ​ຈັ່ງ​ແມ່ນ​ຊົ່ວ​ຊ້າ​ຕ່ຳ​ຕ້ອຍ ​ໂງ່​ຈ້າ​ແລະ​ໜ້າ​ດ້ານ​ແທ້!

ພາຍຫຼັງມາ​ຈຶ່ງ​ມີ​ສຸພາສິດ "ຝານ​ເຈ່ນສິຢີ" ນີ້, ໝາຍ​ເຖິງ​ໄປ​ຂໍທານ​ນຳ​ຜູ່​​ໄຫວ້​ຜີ​ຢູ່​ປ່າຊ້າ. ດຽວ​ນີ້​ໃຊ້​ມາ​ສຽດ​ສີ​ຄົນຈຳ​ພວກ​ທີ່​ວາງ​ທ່າ​ວາງ​ທາງ ຫຼິ້ນ​ແຕ່​ບັ້ງຕົວະ​ແລະ​ບໍ່​ຮູ້​ອັບອາຍ​ເຫຼົ່ານັ້ນ.