ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 21:09:22    
ອົງ​ການ​ຈີ​ຮາດ​ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ອັບ​ບາສ​ທີ່​ຮັກ​ສາ​ສະ​ຖາ​ນະ​ການ​ໃຫ້​ມີ​ຄວາມ​ສະ​ຫງົບ

cri
ຕາມ​ຂ່າວCRI,ວັນ​ທີ27ທັນ​ວາ,ອົງ​ການ​ຈີ​ຮາດປາ​ເລັສຕິນ​ໄດ້​ປະ​ຕິ​ເສດ​ຄຳຮຽກ​ຮ້ອງ​ຂອງ​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນທີ່​ຮຽກ​ຮ້ອງ​ໃຫ້​ອົງ​ການ​ປະ​ກອບ​ອາ​ວຸດ​ຕ່າງໆ​ຮັກ​ສາ​ໃຫ້ສະ​ຖາ​ນະ​ການມີ​ຄວາມ​ສະ​ຫງົບ.

ມື້​ດຽວ​ກັນ,ທ່ານ​ອັບ​ບາສ​ໄດ້​ເຈລະຈາ​ກັບບັນດາ​ອົງການ​ປະກອບ​ອາ​ວຸດ​ປາ​ເລັສຕິນ​ຢູ່​ແຖບ​ກາ​ຊາ,ຮຽກ​ຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ​ເຄົາ​ລົບ​ສັນຍາ​ຢຸດ​ຍິງ,​ຢຸດ​ຕິ​ການ​ຫຼອນ​ໂຈມ​ຕີ​ອີສຣາ​ແອນ.

ຕໍ່​ຈາກ​ນັ້ນ,ໂຄ​ສົກ​ຜູ່​ໜຶ່ງ​ຂອງ​ອົງ​ການ​ຈີ​ຮາດ​ກ່າວ​ວ່າ,​ຍ້ອນ​ອີສຣາ​ແອນ​ບໍ່​ໄດ້​ເຄົາ​ລົບ​ສັນຍາ​ຢຸດ​ຍິງ,​ການ​ສືບ​ຕໍ່ດຳ​ເນີນ​ການ​ເຄື່ອນ​ໄຫວ​ປະກອບ​ອາວຸດ​ທີ່​ແນ​ໃສ່​ອີສຣາ​ແອນ​ນັ້ນ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ປາ​ເລັສຕີນ.

ຕັ້ງ​ແຕ່​ອີສຣາ​ແອນ​ຖອນ​ອອກ​ຈາກ​ແຖບ​ກາຊາ​ໃນ​ເດືອນ​ກັນຍາ​ແລ້ວ,​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ລະຫວ່າງ​ທະ​ຫານ​ອີສຣາ​ແອນ​ກັບຜູ້​ປະ​ກອບ​ອາວຸດ​ປາ​ເລັສຕິນ​ຍັງ​ເກີດ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.ຜູ້​ປະ​ກອບ​ອາວຸດປາ​ເລັສຕີນ​ໄດ້​ຍິງ​ລູກ​ສອນ​ໄຟ​ຫຼາຍ​ເທື່ອ​ຈາກ​ແຖບ​ກາຊາ​ໄປ​ສູ່​ຕົວ​ເມືອງ​ອີສຣາ​ແອນ​ທີ່​ຢູ່​ມໍ່​ແຖບ​ກາຊາ.​ໂດຍຖື​ເປັນ​ການ​ແກ້​ແຄ້ນ,ທະ​ຫານ​ອີສຣາ​ແອນ​ກໍ່​ໄດ້​ຫຼອນ​ໂຈມ​ຕີ​ແຖບ​ກາຊາ​ທາງ​ອາກາດ​ຫຼາຍ​ເທື່ອ,ພາ​ໃຫ້​ຫຼາຍຄົນ​ເສຍ​ຊີວິດ.