|
 |
(GMT+08:00)
2005-12-28 21:27:28
|
ຈີນສະໜອງການຊ່ວຍເຫຼືອດ້ານເສດຖະກິດເປັນມູນຄ່າ100ລ້ານຢວນແກ່ກຳປູເຈຍ
cri
ຕາມຂ່າວສານຊີນຮວາ,ວັນທີ28ທັນວາ,ສັນຍາທີ່ລັດຖະບານຈີນສະໜອງການຊ່ອຍເຫຼືອດ້ານເສດຖະກິດເປັນມູນຄ່າ100ລ້ານຢວນໃຫ້ລາຊະອານາຈັກກຳປູເຈຍໄດ້ເຊັນກັນຢູ່ພະນົມເປັນ.
ທ່ານໂຮນຳຮົງ ລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືສາກົນກັບທ່ານຫູຊຽນເວີນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍໄດ້ຕາງໜ້າລັດຖະບານຂອງໃຜລາວລົງນາມໃນສັນຍາ.ທ່ານຮູນເຊນ ນາຍົກລັດຖະມົນຕີກຳປູເຈຍໄດ້ເຂົ້າຮ່ວມພິທີລົງນາມ.
ອີງຕາມສັນຍາ,ລັດຖະບານຈີນຈະສະໜອງເງິນຊ່ວຍເຫຼືອລ້າ50ລ້ານຢວນແລະເງິນກູ້ທີ່ບໍ່ມີດອກເບ້ຍ50ລ້ານຢວນໃຫ້ກຳປູເຈຍ,ເພື່ອໃຊ້ໃນໂຄງການການຮ່ວມມືດ້ານເສດຖະກິດເຕັກນິກທີ່ລັດຖະບານສອງປະເທດ ຫາລືຕົກລົງກັນ.
ຕາມໄດ້ຊາບ,ໃນພາຍໜ້າ,ລັດຖະບານຈີນຍັງຈະເພີ່ມທະວີການຊ່ວຍເຫຼືອຕໍ່ກຳປູເຈຍ,ຊ່ວຍເຫຼືອລັດຖະບານກຳປູເຈຍເລັ່ງລັດພັດທະນາປະເທດແລະປົວແປງຊີວິດການເປັນຢູ່ຂອງປະຊາຊົນ.
|
|
|