ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 21:36:47    
[ໄມ້ຖູ່ຈີນ]

cri

    

        

ຈຸດ​ພິ​ເສດອັນ​ຫນຶ່ງ​​ແ​ຫ່ງ​ຮີດຄອງ​ປະ​ເພນີການ​ກິນ​ຂອງ​ຊາວ​ຈີນ​ແມ່ນ​ໃຊ້​​​​ໄຄວ້ຈື້ແປ​ວ່າ​ໄມ້ຖູ່ ໄມ້​ຖູ່ ​​ໃນ​ສະ​ໄຫມ​ບູຮານ​ເອີ້ນ​ວ່າ​ຈູ້​ ​,ຢູ່​ຈີນມີ​ປະ​ຫວັດ​ມາ​ດົນ​​ແລ້ວເມື່ອ​ເວົ້າ​ເຖິງ​ໄມ້​ຖູ່  ​ເກືອບ​ຮູ້ຫມົດ​ທຸກ​ຄົນວ່າ.ຢູ່​ຈີນ​ມີ​ການ​ບັນທຶກ​ໃນ​ປະຫວັດ​ສາດ​ 3100 ປີ​ແລ້ວ  ​ໃນສະ​ໄຫມປະຖົມບູຮານ​  ​ໄມ້​ຖູ່​ສ່ວນ​ຫຼາຍ​ແມ່ນ​ຕົ້ນ​ໄມ້​ນ້ອຍ​ຫຼື​ງ່າໄມ້​ຫຼື​​ເຂົາກະດູກ​ສັດ​ທຳ​ມະ​ຊາດ  ​ໃນ​ໄລຍະ​ທ້າຍ​ສັງຄົມປະຖົມ​ບູຮານ​ແມ່ນ​ໄມ້​ຖູ່​ທີ່​ເຮັດດ້ວຍ​ໄມ້​ຫຼື​ໄມ້​ໄຜ່ທີ່​ໄດ້​ເຫຼົາ​ແລ້ວ ​.​

              

ໃນ​ສະ​ໄຫມ​ລາດ​ຊະ​ວົງ​​ເຊ້ຍຊັ່ງ​​ໄດ້​ປະກົດ​ມີ​ໄມ້​ຖູ່​ທີ່​ເຮັດດ້ວຍ​ແຂ້ວສັກ​ ​ ​ຍົກ  ​ໃນ​ສະ​​ໄຫມ​ຍຸດທະ​ຈັກ​ຊຸນຊິວ  ​ມີໄມ້​ຖູ່​​ເຮັດດ້ວຍ​ທອງ​​ແລ​ະ​ເຫຼັກ​ທີ່​ທັງ​ງາມ​ທັງ​ມີ​ແບບ​ບູຮານ  ​ໃນ​ສະ​ໄຫມ 6 ​ລາດ​ຊະ​ວົງ​ຮ້ານ​ເວ້  ມີ​ໄມ້​ຖູ່​ທີ່​ທານ້ຳກ້ຽງ​ທີ່​​ເຫຼື້ອມ​​ງາມ  ​ໄມ້​ຖູ່​ທີ່​ເຮັດດ້ວຍ​ເງິນ​ແລະ​ຄຳ​ອັນ​ປານີດ​ແລະ​ລ້ຳ​ຄ່າ  ​ໃນ​ຫຼາຍ​ປີ​ມາ​ນີ້  ​ໄມ້ຖູ່​ທີ່​​ເຮ​ັດດ້ວຍ​ວັດ​ຖຸດິບ​ຕ່າງ​ກັນ​ມີຫຼາຍ​ຢ່າງ​ຫຼາຍ​ແນວ  ມີ​ໄມ້​ຖູ່​ທີ່​ເຮັດດ້ວຍ​ງາ​ຊ້າງ ​ເຂົາ​ແຮດ ​​ໄມ້​ເນື້ອ​ແຂງ​ຂອບ ຄຳແລະ​ຍົກ​ເປັນ​ຕົ້ນ.

  

​ໃນສະ​ໄຫມ​ລາ​ຊະ​ວົງ​ຖ້າ​ງຂອງ​ຈີນ ​ໄມ້​ຖູ່​ເງິນ​​ໄດ້​ມີ​ຊື່​ສຽງ​ກວ່າ​ຫມູ່,​ເພາະວ່າ​ໄມ້​ຖູ່​ຄຳ​ຖືກ​ພະ​ບໍ​ລົມມະ​ວົງສານຸ​ວົງ​ຜູກຂາດ  ​ເມື່ອ​ເຈົ້າ​ຊີວິດ​​ໃຊ້​ແລ້ວ ຜູ່​ອື່ນກໍ​ໃຊ້​ບໍ່​ໄດ້,​ແຕ່​ວ່າ​​​ເວົ້າ​ທົ່ວ​ໄປ​ແລ້ວ ຄອບຄົວ​ຮັ່ງມີ​ແມ່ນ​ໃຊ້​ໄມ້​ຖູ່​ເງິນ​, ​ຫຼັງ​ຈາກ​ສະ​ໄຫ​ມຊາ​ສະ​ວົງຖ້າ​ງ​ໄດ້​ຜະລິດ​ໄມ້​ຖູ່​ເງິນ​ແລ້ວ  ນັບ​ມາຮອດປັດຈຸບັນ ​ໄມ້​ຖູ່​ເງິນ​ກໍ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດ​​ໂດຍຕະຫຼອດ​​ເປັນ​ຫຍັງ​ຈຶ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ? ຕົ້ນຕໍ​ມີ​ການ​ເລົ່າ​ລື​ກັນ​ວ່າ ​ໄມ້ຖູ່​ເງິນ​ສາມາດ​ກວດກາ​ສິ່ງມີ​ພິດ ຫຼັງ​ຈາກ​ໃຊ້​​ໄມ້​ຖູ່​ເງິນຄີບ​ສິ່ງມີ​ພິດ​ແລ້ວ ​ເງິນສີຂາວຈະ​ປ່ຽນ​ເປັນສີດຳ

  


ໄມ້​ຖູ່​ເບິ່ງ​ຄື​ວ່າ​ເປັນ​ງ່າຍໆ​ແລະຄ່ອງ​ແຄ້ວ​ ​ແຕ່​​ເຮັດດ້ວຍວັດຖຸຕ່າງ​ກັນ  ມີ ​ຫຼາຍ​ຢ່າງ​ຫຼາຍ​ແນວ,​ໄມ້​ຖູ່​ໃນ​ປະ​ຫວັດ​ສາດ​ຈີນ​ກໍ​ມີ 100 ກວ່າ​ຊະນິດ  ປັດຈຸບັນ ພວກ​ເຮົາ​ມັກ​​ໃຊ້​ໄມ້​ຖູ່​ທີ່​ເຮັດດ້ວຍ​ໄມ້​ແລະ​ໄມ້​ໄຜ່ ​ແຕ່​ມີໄມ້​ຖູ່​ຍິ່ງຫຼາຍ​ແມ່ນ​ພວກ​ເຮົາ​ບໍ່ສູ້​ເຫັນ​ເລື້ອຍໆ,​ໄມ້​ຖູ່​ຈີນ​ແບ່ງ​ເປັນ 5 ຊະນິດ​ໃຫຍ່ຄື ​ໄມ້​ຖູ່ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​ ​ໂລຫະ ແຂ້ວ​ກະດູກ ​  ​ຍົກ​ແລະ​​ເຄມີພັນ

              


ຢູ່​ບາງ​ແຫ່ງ​ຂອງ​ຈີນ​ຍັງ​ມີ​ການຟ້ອນ​ໄມ້​ຖູ່​ຊະນິດ​ຫນຶ່ງ ​ ​ແມ່ນ​ການຟ້ອນ​ທີ່​ສະ​ແດງ​​ໃນ​ພິທີ​ແຕ່ງງານ,ຫຼື​ວ່າ​ໃນ​ເວລາ​ຈັດ​ງາ​ນລ້ຽງ​ສິລິ​ມົງຄຸນ  ​ໃຊ້​ໄມ້​ຖູ່​​ເຄາະມື ​ ບ່າ​ໄຫຼ່ ​​ແອວແລະ​ຂາ​ເປັນ​ຕົ້ນ  ​ໃນ​​ເວລາ​ເຄາະ​ແຂນ​ຂາ ທັງຍິກບ່າ​ທັງ​ບິດ​ແອວ​ແລະ​ປີ້ນຂໍ້ມື​​ຢ່າງ​ຄ່ອງ​ແຄ້ວ

          


   ໃນ​ແບບ​ວິທີ​ກິນ​​ເຂົ້າ ຊາວ​ຈີນຫມົດ​ຄອບຄົວ​ມັກກິນ​ເຂົ້າ​ນຳມ​ກັນ,​ແລະ​ແບບ​ວິທີ​ກິນ​ເຂົ້າ​ນີ້​ທີ່​ສາມາດ​ເຜີຍ​ແຜ່ເປັນ​ເວລາ​ດົນ​ນານ​ນັ້ນແມ່ນ​ຍ້ອນ​ວ່າ​ຈີນ​ເອົາໃຈ​ໃສ່​ນຳການ​ພົວພັນ​ຍາດ​ພິນ້ອງ​ເຊື້ອ​ສາຍແລະ​ທັດສະນະ​ຄະຕິ​ຄອບຄົວວົງ​ຕະກຸນ,​ໄມ້​ຖູ່​ຄູ່​ຫນຶ່ງ​ຈັບຢູ່​ໃນ​ມື ​ໃຊ້​ຢ່າງຄ່ອງ​ແຄ້ວ ທັງ​ປະ​ຢັດ​ທັງຍສະດວກ.ຊາວ​ເອີ​ລົບ​ອາ​ເມ​ລິ​ກາ​ຫຼາຍ​ຄົນ​ເມື່ອເຫັນ​ຊາວ​ຝ່າຍ​ຕາ​ເວັນ​ອອກ​ໃຊ້​ໄມ້​ຖູ່  ຮູ້ສຶກຕື່ນ​ຕົກ​ໃຈຫຼາຍ ຍ້ອງຍໍ​ວ່ານີ້​ແມ່ນ​ການ​ປະດິດ​ສ້າງ​ສີ​ລະ​ປະ​ຢ່າງ​ຫນຶ່ງ  ​ໃນ​ພາກ​ຕົວ​ຈິງ​ແລ້ວ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ອອກ​ໃຊ້​ໄມ້​ຖູ່ນັ້ນ​ມີກົກ​ເຄົ້າ​ເຫງົ້າມູນຈາກ​ຈີນ  ບັນພະ​ບຸລຸດຂອງ​ຈີນ​ໄດ້​ປະດິດ​ສ້າງ​ໄມ້​ຖູ່ ມັນ​​ເປັນການ​ປະກອບສ່ວນ​ຢ່າງໃຫຍ່​ຕໍ່​ອາ​ລິ​ຍະ​ທຳ​ມະນຸດ

         


ວັດທະນະທຳ​ໄມ້​ຖູ່​ມີ​ປະ​ຫວັດ​ດົນ​ມາ​​ນານ ​ໄມ້​ຖູ່​ທີ່​ເບິ່ງ​ຄື​ສິ່ງ​ທຳ​ມະ​ດາ​ທີ່​ສຸດ​ພັດ ມີ​​ເນື້ອ​ໃນ​ວັດທະນະທຳ​ອຸດົມສົມບູນ,ຊາວ​ຈີນ​ມີ​ຮີດຄອງ​ປະ​ເພນີ​ຄົມ​ຄາຍ​ແຕ່​ບູຮານ​ນະ​ການມາ​ນີ້  ​ ໄມ້​ຖູ່​​ໃນ​ພາສາ​ຈີນ​ເອີ້ນ​ວ່າ​ຄວາຍ​ຈື້​ມີ​ຄວາມ​ຫມາຍ​ວ່າ​ໄວໆ ສະ​ນັ້ນ ຄວາຍ​ຈື້​ໃນ​ດ້ານ​ອອກສຽງ​ຄ້າຍຄື​ກັນ​ກັບ​ຄວາຍ​ເຊີງ​ກຸ້​ຍຈື້ ​ແປ​ວ່າ​ເອົາ​ລູກ​ໄວໆ​ແລະ​ຄວາຍໆ​ເລີ້ໆ ​ແປ​ວ່າ​ເບີກບານ​ມ່ວນ​ຊື່ນ​

              


ໃນ​ເວລາ​ກິນ​ເຂົ້າ ຊາວ​ຈີນ​​ໃຊ້​ໄມ້​ຖູ່​ກໍມີ​ແນວຍ​ຄະລຳຕົວຢ່າງ​ຄື:​ໃນ​ເວລາ​ກິນ​ເຂົ້າ​ຢ່າ​​ເອົາ​ໄມ້​ຖູ່ເຄາະ​ຈານ​ຫຼື​ຖ້ວຍ, ​ເພາະວ່າ​ມີ​ແຕ່​ຄົນ​ຂໍທານ​ກິນຈຶ່ງ​​ເອົາ​ໄມ້​ຖູ່​ເຄາະ​ ​ຖ້ວຍຈານໃນ​ຊີວິດ​ປະຈຳ​ວັນ ຄະລຳ​ບໍ່​ໃຫ້​ປັກໄມ້​ຖູ່​​ໃສ່​ຈານ​ຫຼື​ຖ້ວຍ, ​ເພາະວ່າ​ມີ​ແຕ່​ໃນ​ຈານ​ຖ້ວຍລ້ຽງຜີ​ຈຶ່ງ​ປັກ​ໄມ້​ຖູ່​ໄດ້