ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 21:47:58    
ພັກ​ກຳ​ມະ​ກອນ​ອີສຣາ​ແອນ​ພວມ​ວາງ​ແຜນ​ການ​ແກ້​ໄຂ​ບັນ​ຫາ​ປາ​ເລັສ​ຕິນ​ກັບ​ອີສຣາ​ແອນ

cri
ຕາມ​ຂ່າວCRI,​ຕາມ​ໜັງສືພິມ​ຮາຣິດສ໌​ຂອງ​ອີສຣາ​ແອນ​ສະ​ບັບ​ວັນ​ທີ​28​ທັນ​ວາ​ລາຍ​ງານ​ວ່າ,​ພັກ​ກຳ​ມະ​ກອນ​ອີສຣາ​ແອນ​ພວມ​ວາງ​ແຜນ​ການ​ແກ້​ໄຂ​ບັນຫາ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອີສຣາ​ແອນ,ໃນ​ນັ້ນ​ລວມ​ທັງ​ບັນຫາ​ຕ່າງໆ​ເຊັ່ນ,​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,ການ​ເຈ​ລະຈາ​ກ່ຽວ​ກັບ​ຖານະ​ຂອງ​ປາ​ເລັສ​ຕິນ​ໃນ​ທີ່​ສຸດ,ບັນ​ຫາ​ເຢຣູ​ຊາ​ເລັມ​ແລະ​ອື່ນໆ.

ຕາມ​ແຜນ​ການ​ດັ່ງກ່າວ,​ອິສຣາ​ແອນ​ຈະ​ໄຊ້​ແທນ​ດ້ວຍ​ຮູບ​ການ​ຈ່າຍ​ຄ່າ​ເຊົ່າ​ຫຼື​ໂອນ​ດິນ​ແດນ​ສ່ວນ​ໜຶ່ງ​ໃຫ້,​ສືບຕໍ່​ຄວບ​ຄຸມ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂະ​ໜາດ​ໃຫຍ່​ຂອງ​ຊາວ​ຢິວ​ສາມ​ແຫ່ງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.

ແຜນການ​ດັ່ງ​ກ່າວ​ຍັງ​ຈະ​ລວມ​ທັງ​ຕາລາງ​ເວລາ​ກ່ຽວ​ກັບປາ​ເລັສ​ຕີນ​ແລະ​ອິສຣາ​ແອນ​ຈັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ຖານະ​ສຸດ​ທ້າຍ​ຂອງ​ປາ​ເລັສຕິນ.ຕາມ​ໄດ້​ຊາບ,ອີສຣາ​ແອນ​ມີ​ແຜນ​ຈະ​ເຈ​ລະ​ຈາ​ກັບ​ຜູ້ນຳ​ປາ​ເລັສ​ຕີນ,​ແຕ່​ບໍ່ຫ່ອນ​ຈະ​ເຈ​ລະຈາ​ກັບ​ອົງ​ການ​ຮາ​ມາສ.

ໃນ​ບັນຫາ​ເຢຣູຊາ​ເລັມ,​ແຜນ​ການ​ດັ່ງ​ກ່າວ​ຊີ້​ອອກ​ວ່າ,​ອີສຣາ​ແອນ​ຈະ​ຖືເມືອງ​ເຢຣູຊາ​ເລັມ​ອັນ​ຄົບ​ຖ້ວນ​ເປັນ​ນະຄອນ​ຫຼວງ,​ແຕ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ພິ​ຈາ​ລະ​ນາ​ຄືນ​ໃໝ່​ກ່ຽວ​ກັບ​ບັນ​ຫາ​ຖາ​ນະ​ຂອງ​ຕົວ​ເມືອງ​ປາ​ເລັສ​ຕິນທີ່ຢູ່​ມໍ່​ເມືອງ​ເຢຣູຊາ​ເລັມ.

ຕາມ​ໄດ້​ຊາບ,ພັກ​ກຳມະ​ກອນ​ຈະ​ປະກາດ​ແຜນ​ການ​ດັ່ງ​ກ່າວ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ຂ້າງ​ໜ້າ​ນີ້.