ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 21:54:14    
ປັກ​ກິ່ງ​ສ້າງ​ກຳ​ແພງ​ແຫ່ງ​ຄວາມ​ປອດ​ໄພ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ28​ທັນວາ​ຢູ່​ປັກ​ກິ່ງ,​ຜູ້​ຮັບ​ຜິດ​ຊອບ​ລະບົບ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປັກ​ກິ່ງ​ກ່າວ​ວ່າ,ວຽກ​ງານ​ກະກຽມ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ປີ2005​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ.

ທ່ານ​ມາ​ເຈີ້ນສ່ວນ ຫົວໜ້າ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປັກ​ກິ່ງ ຮອງ​ຫົວ ໜ້າ​ໜ່ວຍ​ປະ​ສານ​ງານ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ລິ​ມປິກ​ແນະນຳ​ວ່າ, ປີ2005,​ປັກ​ກິ່ງ​ໄດ້​ສ້າງ​ສູນ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ລິມ ປິກ,​ໄດ້​ສ້າງ​ຕັ້ງ​ລະບົບ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ລິມ​ປິກ ຢ່າງ​ເປັນ​ເອກະ​ພາບ​ແລະ​ມີ​ປະສິດທິພາບ​ສູງ​ໃນ​ຂັ້ນ​ເບື້ອງ​ຕົ້ນ.​ພ້ອມ​ກັນ​ນັ້ນ​ໄດ້​ຖອດ​ຖອນ​ບົດ​ຮຽນ​ຂອງ​ງານ​ໂອ​ລິມ​ປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ,​ແລະ​ວາງ​ແຜນ​ການ​ສັງ​ລວມ​ປ້ອງ​ກັນ​ຄວາມ​ປອດ​ໄພ​30​ສະບັບ.

ໃນ​ດ້ານ​ກໍ່ສ້າງ​ຫໍ​ໂຮງ​ແລະ​ສະ​ໜາມ​ກິ​ລາຂອງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ປີ​ນີ້​ໜ່ວຍ​ປະ​ສານ​ງານ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ລິມ​ປິກ​ໄດ້​ກວດ​ສອບ​ຕົວ​ເລກ​ຄາດ​ໝາຍ​ດ້ານ​ຄວາມ​ປອດ​ໄພ​ຂອງ​ແຜນ​ອອກ​ແບບ​ຂອງ​ຫໍ​ໂຮງ​ແລະ​ສະໜາມ​ກິລາ,​ໄດ້​ວາງ​ຂໍ້​ສະ​ເໜີ​ດັດ​ແປງ​ເກືອບ​600ຂໍ້​ເປັນ​ລຳດັບ,ຂໍ້​​ສະ​ເໜີ​ເຫຼົ່າ​ນິ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົວ​ຈິງ​ແລະ​ປົວ​ແປງ​ເທື່ອ​ລະ​ກ້າວ.

ໃນ​ດ້ານ​ຝຶກ​ແອບ​ບຸກ​ຄະ​ລາ​ກອນ,​ແຜນ​ການ​ອົບຮົມ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ສ້າງ​ສຳ​ເລັດ​ແລ້ວ.​ວຽກ​ງານ​ອົມ​ຮົມ​ຈະ​ປະ​ຕິ​ບັດ​ຕົວ​ຈິງ​ຢ່າງ​ຮອບ​ດ້ານ​ໃນ​ປີ​ໜ້າ