ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 22:30:19    
ຜູ່​ນຳ​ກຳ​ປູ​ເຈຍ​ຍ້ອງ​ຍໍ​ຈີນ​ຕັ້ງ​ຫນ້າ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ກຳ​ປູ​ເຈຍ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 27 ​ແລະ​ວັນ​ທີ 28 ທັນວາ,ຢູ່​ທີ່​ພະນົມ​ເປັນ,ທ່ານ​ຮຸນ​ແຊນ ນາຍົກລັດຖະ​ມົນຕີ​ແລະ​ສົມ​ເດັດ​ລະນະລິດ ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ໄດ້​ແຍກ​ອອກພົບ​ປະ​ທ່ານ​ຮູ​ຊຽນ​ເວີນ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ​ທີ່​ຈະ​ພົ້ນ​ຕຳ​ແຫນ່ງ​ໃນ​ໄວໆ​ນີ້,ຜູ່​ນຳ​ສອງ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຈີນ​ທີ່​ໄດ້​​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ກຳປູ​ເຈຍ.

ທ່ານ​ຮຸນ​ແຊນ​ແລະ​ສົມ​ເດັດ​ລະນະ​ລິດ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ປະຈຸ​ບັນ, ສະພາບ​ການ​ເມືອງ​ຂອງກຳປູ​ເຈຍ​ໄດ້​ຫມັ້ນ​ທ່ຽງ,ສັງຄົມ​ສະຫງົບ​ແລະ​ເສດ​ຖະ​ກິດ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ປົວ​​ແປງ​ໃຫ້​ດີ​ຂຶ້ນ​​ເທື່ອລະກ້າວ.ນີ້​​ແມ່ນ​ປາ​ສະ​ຈາກ​ການ​ສະ​ຫນັບສະຫນູນ​ແລະການ​ຊ່ອຍ​ເຫຼືອ​ທີ່​ຈີນສະຫນອງ​ໃຫ້​​ເປັນ​ເວລາ​ຍາວ​ນານ​ນັ້ນບໍ່​ໄດ້.

ຜູ່​ນຳທັງສອງ​ກ່າວ​ວ່າ,ກຳປູ​ເຈຍ​​ໄດ້​ຖື​ການ​ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ກັບ​ຈີນ​​ເປັນ​ວຽກ​ງານ​ສຳຄັນ​ກວ່າ​ຫມູ່​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງກຳປູ​ເຈຍ,ກຳປູ​ເຈຍຈະ​ປະ​ຕິ​ບັດ​ນະ​ໂຍບາຍ ປະ​ເທດ​ຈີນ​ດຽວ​ຢ່າງຫມັ້ນ​ຫນຽວບໍ່​ປ່ຽນ​ແປງ,ບໍ່​​ໃຫ້ມີ​ການ​ພົວພັນ​ທາງ​ການ​​ໃດ​ໆກັບ​ເຈົ້າ​ຫນ້າທີ່​ໄຕ້​ຫວັນ,​ເດັດດ່ຽວ​ຄັດຄ້ານ​ການ​ເຄື່ອນ​ໄຫວ​​​ແຍກໃຫ້ໄຕ້​ຫວັນ​ອອກ​​ເປັນ​ເອກະລາດ​ດ້ວຍ​ທຸກ​ຮູບ​ການບ,ສະຫນັບສະຫນູນ​ພາລະກິດ​​ໂຮມປະ​ເທດ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ