|
 |
(GMT+08:00)
2005-12-29 14:53:12
|
ທະຫານອິສຣາແອນເລີ່ມສ້າງເຂດແຍກຕົວທາງການທະຫານຢູ່ພາກເໜືອແຖບກາຊາ
cri
Author: cai
ຕາມຂ່າວCRI:ເພື່ອສະກັດກັ້ນຜູ້ປະກອບອາວຸດປາເລັສຕີນຫຼອນໂຈມຕີເປົ້າໝາຍຢູ່ໃນເຂດແດນອິສຣາແອນ,ວັນທີ 28 ທັນວາ,ທະຫານອິສຣາແອນເລີ່ມສ້າງເຂດແຍກຕົວທາງການທະຫານຢູ່ພາກເໜືອແຖບກາຊາທີ່ມໍ່ກັບອິສຣາແອນ,ແລະຫ້າມຊາວປາເລັສຕີນເຂົ້າໄປ.
ວັນທີ 28 ທັນວາ,ຍົນອິສຣາແອນໄດ້ຫວ່ານໃບແຈ້ງການຢ່າງຫຼວງຫຼາຍຢູ່ພາກເໜືອແຖບກາຊາ,ຫວັງໃຫ້ຊາວປາເລັສຕີນອອກຈາກເຂດດັ່ງກ່າວກ່ອນ 6 ໂມງແລງວັນທີ 28 ທັນວາ.ຕອນຄ່ຳມື້ດຽວກັນ,ລົດຕັງທະຫານອິສຣາແອນທີ່ຢູ່ວົງນອກແຖບກາຊາໄດ້ຍິງປືນໃຫຍ່ໃສ່ພາກເໜືອແຖບກາຊາຫຼາຍເທື່ອ.
ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນໄດ້ກ່າວປະນາມການເຄື່ອນໄຫວຂອງຝ່າຍອິສຣາແອນ.ທ່ານເວົ້າວ່າ,ອິສຣາແອນຫ້າມຊາວປາເລັສຕີນເຂົ້າເຂດພາກເໜືອແຖບກາຊາແມ່ນການກະທຳທີ່ຍຶດຄອງດິນແດນປາເລັສຕີນຄືນໃໝ່.
|
|
|