ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-29 20:18:55    
ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ຈີນ​ອະ​ນຸ​ມັດ​ສົນ​ທິ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໄມ​ຕິ​ຈິດ​ຈີນ​ອູ​ສ​ເບ​ກີ​ສະ​ຕັງ

cri
ຕາມ​ຂ່າວCRI,ວັນ​ທີ29ທັນວາ,​ຄະ​ນະ​ປະຈຳ​ສະ​ພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ເປັນ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ຈີນ​ໄດ້​ອະ​ນຸ​ມັດ​ສົນ​ທິ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໄມ​ຕິ​ຈິດ​ຈີນ​ອູສ​ເບ​ກີ​ສະ​ຕັງ.

ສົນ​ທິ​ສັນ​ຍາ​ດັ່ງກ່າວ​ແມ່ນ​ປະມຸກ​ລັດ​ສອງ​ປະ​ເທດ​ເຊັນ​ກັນ​ຢູ່​ປັກ​ກິ່ງ​ໃນ​​ເດືອນ​ພຶດ​ສະ​ພາ​ປີ2005.​ສົນທິ​ສັນ​ຍາ​ສະບັບ​ນີ້​ໄດ້​ວາງ​ແຜນ​ແມ່​ບົດ​ການ​ພັດ​ທະ​ນາ​ແຫ່ງ​ການ​ພົວ​ພັນ​ຈີນ​ອູສ​ເບ​ກີ​ສະ​ຕັງ​ໃນ​ອະນາ​ຄົດ,ແລະ​ກຳນົດ​ໃຫ້ສອງ​ຝ່າຍ​ຮ່ວມ​ມື​ໂຈມ​ຕີ​ອິດ​ທິກຳ​ລັງ​ສາມ​ແງ່​ຄື​ລັດ​ທິ​ກໍ່​ການ​ຮ້າຍ,​ລັດທິ​ແບ່ງ​ແຍກ​ແລະ​ລັດ​ທິ​ຫົວ​ຈັດ​ຊຶ່ງ​ລວມ​ທັງ​ອົງ​ການ​ກໍ່​ການ​ຮ້າຍ​ຕວກ​ກີ​ສະ​ຖານ​ຕາ​ເວັນ​ອອກ.​ລັດ​ຖະ​ບານ​ຈີນ​ເຫັນ​ວ່າ,​ການ​ເຊັນ​ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໄມຕີ​ຈິດ​ຈີນ​ອູສ​ເບ​ກີ​ສະ​ຕັງ​ຂະ​ຫຍາຍ​ຕົວ​ຢ່າງ​ຍາວ​ນານ​ແລະ​ໝັ້ນ​ທ່ຽງ,​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໃຫ້​ໝັ້ນຄົງ.