ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-29 20:52:45    
ການ​ຄົ້ນ​ຄວ້າ​ຜະ​ລິດ​ໂຄງ​ການ​ອ້ອມ​ພະ​ຈັນ​ຂອງ​ຈີນ​ເຂົ້າ​ສູ່​ໄລ​ຍະ​ຕົວ​ຢ່າງ​ທາງ​ການ, ຈະ​ຍິງ​ສົ່ງ​ດາວ​ທຽມ​ຊາງ​ເອີ​ເລກ​ໜຶ່ງ​ໃນ​ປີ2007

cri
ຕາມ​ຂ່າວສານ​ຊີນຮວາ,​ການ​ຄົ້ນ​ຄວ້າ​ຜະ​ລິດ​ໂຄງ​ການ​ອ້ອມ​ພະຈັນ​ຂອງ​ຈີນ​ໄດ້​ຈາກ​ໄລ​ຍະ​ຕົວ​ຢ່າງ​ເບື້ອງ​ຕົ້ນ​ເຂົ້າ​ສູ່​ໄລຍະ​ຕົວ​ຢ່າງທາງ​ການ,​ປີ2007,​ຈີນຈະ​ຍິງ​ສົ່ງ​ດາວ​ທຽມ​ຊາງ​ເອີ​ເລກ​ໜຶ່ງ​ຊຶ່ງ​ເປັນ​ດາວ​ທຽມ​ອ້ອມ​ພະຈັນ​ໜ່ວຍ​ທຳ​ອິດ.

ວັນ​ທີ29​ທັນວາ​ຢູ່​ປັກ​ກິ່ງ,​ທ່ານ​ລວນ​ອີນ​ເຈ ຜູ້​ບັນຊາ​ການ​ໃຫຍ່​ຂອງ​ໂຄງ​ການ​ອ້ອມ​ພະຈັນ​ຂອງ​ຈີນ​ແນະ​ນຳ​ວ່າ,​ໃນ​ດ້ານ​ກວມ​ລວມ,​ໂຄງ​ການ​ສຳ​ຫຼວດ​ອ້ອມ​ພະ​ຈັນ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ຕົວ​ຢ່າງ​ທາງ​ການ,​ດາວ​ທຽມ​ຊາງ​ເອີ​ເລກ​ໜຶ່ງ​ແລະ​ລູກ​ສອນ​ໄຟຍານ​ສົ່ງ​ໄດ້​ເຂົ້າ​ສູ່​ຂັ້ນ​ຕອນ​ຜະ​ລິດ​ຜະລິດ​ຕະ​ພັນ​ການ​ບິນ.​ນອກ​ນີ້,​ກິດຈະ​ການ​ກ່ຽວ​ກັບ​ການ​ວັດ​ແທກ​ຄວບ​ຄຸມ,​ເດີ່ນ​ຍິງ​ສົ່ງ,​ແລະ​ລະ​ບົບ​ປະຍຸກ​ຢູ່​ໜ້າດິນ​ກໍ່​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່.

ໂຄງການ​ສຳ​ຫຼວດ​ອ້ອມ​ພະຈັນ​ໄດ້​ເຂົ້າ​ໃນ​ໄລຍະ​ປະ​ຕິບັດ​ຕົວ​ຈິງ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ກຸມພາ​ປີ2004,​ເດືອນ​ພະ​ຈິກ​ປີ​2004​ໄດ້​ເຂົ້າ​ໃນ​ໄລຍະ​ຄົ້ນ​ຄວ້າ​ຜະ​ລິດ​ຕົວຢ່າງ​ເບື້ອງ​ຕົ້ນ.