ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-29 21:09:53    
ແຕ່​ປີ​2006​ເປັນ​ຕົ້ນ​ໄປ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ,​ກະ​ຊວງ​ສຶກ​ສາ​ທິ​ການ,​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຈີນ​ຈະ​ຖະ​ແຫຼງ​ຂ່າວ​ເປັນ​ປະ​ຈຳ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ວັນ​ທີ29​ທັນ​ວາ,​ທ່ານ​ຊ້າຍ​ອູ,​ຫົວ​ໜ້າ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ແຕ່ປີ2006​ເປັນຕົ້ນ​ໄປ,​ກະ​ຊວງ​ສາທາ​ລະ​ນະ​ສຸກ,​ກະ​ຊວງ​ສຶກ​ສາ​ທິການ,​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຈີນ​ເປັນ​ຕົ້ນ​ຈະ​ຈັດ​ຕັ້ງ​ງານ​ຖະແຫຼງ​ຂ່າວ​ຢ່າງ​ເປັນ​ປະຈຳ​ເພື່ອ​ປະກາດ​ຂໍ້​ມູນ​ຂ່າວ​ສານ​ຕໍ່​ສັງ​ຄົມ.

ຕາມ​ແນະນຳ​ວ່າ,​ກະຊວງ​ສາທາ​ລະ​ນະ​ສຸກຈີນ​ຈະ​ຈັດ​ງານ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ10​ທຸກໆ​ເດືອນ,ສ່ວນ​ກະຊວງ​ສຶກ​ສາ​ທິ​ການ​ຈະ​ຈັດ​ໃນ​ວັນ​ພຸດ​ໃນ​ອາ ທິດ​ທຳ​ອິດ​ຂອງ​ທຸກ​ເດືອນ,ແລະ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ​ແມ່ນ​ໃນ​ວັນ​ອັງຄານ​ໃນ​ອາທິດ​ທີ​ສອງ​ຂອງ​ທຸກ​ເດືອນ.

ຕາມ​ຕົວ​ເລກ​ຂອງ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ,​ປັດຈຸ​ບັນມີ​ເກືອບ 70​ພາກ​ສ່ວນ​ທີ່​ສັງກັດ​ຄະນະ​ລັດ​ຖະບານ​ແລະ27​ແຂວງ,​ເຂດ​ແລະ​ກຳ​ແພງ​ນະ​ຄອນ​ໄດ້​ສ້າງ​ຕັ້ງ​ລະ​ບອບ​ຖະ​ແຫຼງ​ຂ່າວ​ແລະ​ໂຄ​ສົກ​ຖະ​ແຫຼງ​ຂ່າວ.ແຕ່​ວ່າ,ມີ​ແຕ່​10ກວ່າ​ກະ​ຊວງ​ແລະ​ຄະນະ​ກຳ​ມະ​ການ​ທຽບ​ເທົ່າ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນເຊັ່ນ​ກະ​ຊວງ​ການ​ຕ່າງປະ​ເທດ,ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຄະນະ​ລັດ​ຖະບານ​ຈີນ​ເປັນ​ຕົ້ນ​ໄດ້​ປະ​ຕິບັດ​ການ​ເຄື່ອນ​ໄຫວຖະ​ແຫຼງ ຂ່າວ​ຢ່າງ​ເປັນ​ປະຈຳ.