ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-29 21:19:17    
ເຂດ​ພິ​ເສດ​ຮົງ​ກົງ​ຍົກ​ເລີກ​ການ​ຈຳ​ກັດ​ການ​ນຳ​ເຂົ້າ​ຊິ້ນ​ງົວ​ຈາກ​ອາ​ເມ​ລິ​ກາ​ໃນ​ບາງ​ພາກ​ສ່ວນ

cri
ຕາມ​ຂ່າວສານ​ຊີນຮວາ,​ແຕ່​ວັນ​ທີ29​ທັນວາ​ເປັນ​ຕົ້ນ​ໄປ,​ຮົງ​ກົງ​ໄດ້​ຍົກ​ເລີກ​ການ​ຈຳ​ກັດ​ການ​ນຳ​ເຂົ້າ​ຊິ້ນ​ງົວ​ຈາກ​ອາ​ເມ​ລິ​ກາ​ໃນ​ບາງ​ພາກ​ສ່ວນ.

ວັນ​ທີ29​ທັນ​ວາ,ໂຄ​ສົກ​ພະ​ແນກ​ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ​ເຄື່ອງ​ກິນ​ຂອງ​ຮົງ​ກົງ​ປະ​ກາດ​ວ່າ,​ຜ່ານ​ການ​ປະ​ເມີນ​ຢ່າງ​ຮອບ​ດ້ານ,​ພະ​ແນກ​ດັ່ງ​ກ່າວ​ຮູ້​ສຶກ​ເພີ່ງ​ພໍ​ໃຈ​ຕໍ່​ອາ​ເມ​ລິ​ກາ​ໃຊ້​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຄວບ​ຄຸມ​ພະ ຍາດ​ງົວ​ບ້າ,​ສະ​ນັ້ນ​ຈຶ່ງ​ຍົກ​ເລີກ​ການ​ຫ້າມ​ນຳ​ເຂົ້າ​ຊິ້ນ​ງົວ​ຈາກ​ອາ​ເມ​ລິ​ກາ​ຊົ່ວ ຄາວ​ໃນ​ບາງ​ພາກ​ສ່ວນ,​ຟື້ນ​ຟູ​ການ​ຊຳ​ລະ​ຄຳ​ຮ້ອງ​ຂໍ​ນຳ​ເຂົ້າ​ຊິ້ນ​ງົວ​ຈາກ​ອາ​ເມ​ລິ​ກາ ນັບ​ແຕ່​ວັນ​ທີ29​ທັນວາ​ເປັນ​ຕົ້ນ​ໄປ.

ຍ້ອນ​ລັດ​ວໍ​ຊີງ​ຕັນ​ຂອງ​ອາ​ເມ​ລິ​ກາ​ປະ​ກົດ​ມີ​ພະ​ຍາດ​ງົວ​ບ້າ​ລາຍ​ໜຶ່ງ​ໃນ​ເດືອນ​ທັນ​ວາ​ປີ2003,​ແຕ່​ວັນ​ທີ24ທັນວາ​ປີ2003,​ຮົງ​ກົງກໍ່​ໄດ້ເຊົາ​ການ​ນຳ​ເຂົ້າ​ຊິ້ນ​ງົວ​ຈາກ​ອາ​ເມ​ລິ​ກາ​ຊົ່ວ​ຄາວ.