ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-29 21:49:04    
ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ແລະ​ຄັດ​ຄ້ານ​ຕໍ່​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ທີ່​ຢູ່​ບໍ່​ຢູ່​ກໍ​ລົງ​ໂທດ​ບໍ​ລິ​ສັດ​ຈີນ

cri Author: shuo
ຕາມ​ຂ່າວCRI:ທ່ານ​ຊິນ​ກ່າງ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ກ່ຽວ​ກັບການ​ກະທຳ​ອັນຜິດພາດ​ຂອງ​ອາ​ເມ​ລິ​ກາ​ທີ່​ຢູ່​ບໍ່​ຢູ່​ກໍ​ລົງ​ໂທດ​ບໍລິສັດ​ຈີນ​,ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະຄັດຄ້ານຢ່າງ​ເດັດດ່ຽວ,ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ປ່ຽນ​ແປງ​ການ​ກະ​ທຳ​​ແນວ​ນີ້.

ວັນ​ທີ27​ທັນວາ,ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຫາບໍລິສັດ​ຈີນ6​ແຫ່ງ​ສະ​ໜອງ​ອາວຸດ​ແລະ​ເຕັກນິກ​ໃຫ້​ອີຣານ,​ແລະ​ກ່າວ​ວ່າ,ບໍລິສັດ​ເຫົ່ຼານີ້​ຈະ​ຖືກຝ່າຍ​ອາ​ເມ​ລິ​ກາລົງ​ໂທດ.​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ເປັນ​ປະຈຳທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ໃຕ້​ສະພາບ​ການ​ທີ່​ບໍ່​ມີຫຼັກຖານ​ໃດໆ,ລັດຖະບານ​ອາ​ເມ​ລິ​ກາກໍ​ອ້າງ​ຕາມ​ກົດໝາຍ​ພາຍ​ໃນ​ປະ​ເທດ​ມາ​ລົງ​ໂທດ​ບໍລິສັດ​ຈີນ​ນັ້ນແມ່ນບໍ່​ມີ​ເຫດຜົນ​ຈັກ​ເມັດ.

ທ່ານ​ຊິນ​ກ່າງ​​ເວົ້າວ່າ,​ແຕ່​ໃດ​ມາ,ຈີນ​ກໍ​ໃຊ້​ທ່າ​ທີ​ເອົາ​ຈິງ​ເອົາ​ຈັງ​ແລະ​ຮັບຜິດຊອບ​ທີ່​ສຸດ​​ໃນ​ບັນຫາ​ປ້ອງ​ກັນ​ການ​ແຜ່​ຜາຍ,​ແລະ​​ໄດ້​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ​ຢ່າງ​ເປັນ​ລະບົບ,​ເພື່ອ​ເພີ່ມ​ທະວີ​ການ​ຄວບຄຸມ​ຕໍ່​ການ​ສົ່ງ​ອອກ,ການ​ກະທຳ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ໃນ​ດ້ານ​ປ້ອງ​ກັນ​ການ​ແຜ່ຜາຍລະຫວ່າງ​ສອງ​ຝ່າຍ.