ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-29 21:58:02    
ສື່​ມວນ​ຊົນ​ຮົງ​ກົງ​​ເອົາ​ໃຈ​​ໃສ່​ນຳ​ຄຳ​ປາ​ໄສ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ທີ່​ກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ເຈິ່ງ​ອິ່ນ​ຊວນ

cri Author: shuo
ຕາມ​ຂ່າວCRI:ຄຳ​ປາ​ໄສ​ທີ່​ທ່ານ​ເວີ່​ນ​ເຈ່ຍ​ປາວ​ ນາຍົກລັດຖະມົນຕີຈີນກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ເຈິ່ງ​ອິ່ນ​ຊວນ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ທີ່​ມາລາ​ຍງານ​ວຽກ​ງານ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ28​ທັນວາ​ໄດ້​ມີ​ປະຕິກິລິຍາ​ຢ່າງ​ໃຫຍ່​ໃນ​ສັງຄົມ​ຮົງ​ກົງ.ໜັງສືພິມ​ຮົງ​ກົງ​ສະບັບ​ວັນ​ທີ29​ທັນວາ​ໄດ້​ລາຍ​ງານຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ຢ່າງ​​ເຕັມສ່ວນ.

ວັນ​ທີ29​ທັນວາ,ໜັງສືພິມ​ຕ້າ​ກົ່ງ​ປ້າວ​ຂອງ​ຮົງ​ກົງ​ໄດ້​ພິມ​ບົດວິຈານ​ຂຽນ​ວ່າ,ຄຳ​ປາ​ໄສ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ສະ​ແດງ​ໃຫ້​ເຫັນ​ວ່າ,ລັດຖະບານ​ສູນ​ກາງ​ໄດ້​ເອົາ​ໃຈ​ໃສ່​ນຳຮົງ​ກົງ​ໃນ​ທຸກເວລາ,ພິ​ຈາ​ລະ​ນາ​ການ​ພັດທະນາ​​ຂອງ​ຮົງ​ກົງໃນ​ອະນາຄົດ,​ເອົາ​ໃຈ​ໃສ່​ນຳຄວາມ​ຫຍຸ້ງຍາກ​ຂອງຮົງ​ກົງ.

ບົດ​ວິຈານ​ຂອງ​ໜັງ​ສື​ພິມ​ເວີນ​ຮຸ້ຍປ້າວ​​ຮົງ​ກົງສະບັບ​ວັນ​ທີ29​ທັນວາ​ຊີ້​ອອກວ່າ,ຄຳ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ເວີ່ນ​ເຈ່ຍ​ປາວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຂອງ​ສູ​ນກາງ​ທີ່​ມີ​ຕໍ່​ຜົນປະ​ໂຫຍ​ດຂອງ​ປະຊາຊົນ​ຮົງ​ກົງ,​ແລະ​ຄວາມ​ປາຖະໜາ​ຢ່າງ​ຈິງ​​ໃຈ​ທີ່​ຫວັງ​ໃຫ້ ອົງການ​ປົກຄອງ​ເຂດ​ພິ​ເສດ​ແລະ​ວົງ​ການ​ຕ່າງໆ​ຂອງສັງຄົມ​ຮົງ​ກົງຈົ່ງ​ສຸມ​ກຳລັງ​ພັດທະນາ​ເສດ ຖະກິດ.ອົງການ​ປົກຄອງ​ເຂດ​ພິ​ເສດ​ແລະ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ຄວນ​ຢ່າເຮັດ​ໃຫ້​ສູນ​ກາງຜິດ ຫວັງ,​ແກ້​ໄຂຄວາມຂັດ​ແຍ່ງ​ແລະ​ບັນຫາ​ຊັ້ນ​ເລິກຢ່າງສຸດ​ແຮງ,ພະຍາຍາມ​ຊຸກຍູ້​​​ໃຫ້ເສດຖະກິດ​ຮົງ​ກົງ​ເລັ່ງລັດ​ຫັນ​ປ່ຽນ​ໃຫ້​ໄວ​ເຂົ້າ.