ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-30 14:18:28    
ຈີນ​ບົ່ງ​ມະ​ຕິ​ຜູ້​ທີ​ເຈັດ​ເປັນ​ໄຂ້​ຫວັດ​ສັດ​ປີກ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ29​ທັນວາ,ກະ​ຊວງ​ສາ​ທາລະນະ​ສຸກ​ຈີນ​​ແຈ້ງ​ໃຫ້​ຊາບ​ວ່າ​ແຂວງ​ຟູ​ຈ້ຽງຂອງ​ຈີນ​ໄດ້​ປະກົດ​ເຫັນຜູ້​ໜຶ່ງ​​​ເປັນ​ໄຂ້​ຫວັດ​ສັດ​ປີກປະ​ເພດ​ຮ້າຍ​ແຮງ.ນີ້​ແມ່ນ​ຜູ້​ທີ​ເຈັດ​ຂອງ​ຈີນ​ທີ່​ໄດ້ຖືກ​ບົ່ງມະຕິ​ເປັນ​ໄຂ້ຫວັດ​ສັດປີກ,​ພ້ອມ​ກັນ​ນັ້ນກໍ່​ແມ່ນ​ຜູ້​ທີ​ສາມຂອງ​ຈີນ​ຕາຍ​ຍ້ອນ​ໄຂ້​ຫວັດ​ສັດ​ປີກ​.

ຕາມ​ໄດ້​ຊາບ,ພາຍ​ຫຼັງ​ຄົນ​ຜູ້​ນີ້ໄດ້​ມີ​ອາການ​ເຈັບ,ພາກ​ສ່ວນ​ສາທາ​ລະນະ​ສຸກ​ແຂວງ​ຟູ​ຈ້ຽນກໍ່​ໄດ້​ໃຊ້​ມາດ​ຕະການ​ປ້ອງ​ກັນ​​ແລະຄວບ​ຄຸມ​ທີ່​ສອດຄ່ອງ​ກັນ.ຢູ່​ແຂວງ​ຟູ​ຈ້ຽນບໍ່​ໄດ້​ປະກົດ​ເຫັນສັດ​ເປັນ​​ໄຂ້ຫວັດ​ສັດ​ປີກ​ແບບ​H5N1.

ເຈົ້າ​ໜ້າ​ທີ່​ອົງການ​ອະນາ​ໄມ​ໂລກ​ປະຈຳ​ຈີນ​ກ່າ​ວວ່າ,​ໄດ້​ຮັບ​ແຈ້ງ​ການ​ສະພາບ​ໄຂ້​ຫວັດ​ສັດ​ປີກ​ທີ່​ຖືກ​ບົ່ງ​ມະຕິ​ຂອງ​ກະຊວງ​ສາທາ​ລະນະ​ສຸກ​ຈີນ​ແລ້ວ.