ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-30 21:15:28    
ພິທີເຄົາລົບສົບ​ທ່ານ​ວ່າງ​ຕ້າວ​ຮານທີ່​ໄດ້ລ່ວງ​ລັບ​ໄປ​ເປັນເທື່ອສຸດ​ທ້າຍຈະຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ໃນ​ວັນ​ທີ 30 ທັນວາ

cri

ຕາມ​ຂ່າວ​CRI ,ວັນ​ທີ 30 ທັນວາ,ທ່ານ​ວ່າງ​ຕ້າ​ວຮານ ປະທານ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​​ໄດ້​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້,ທ່ານ​​ຈ່ຽງ​ເຈີມິນ ອະດີດ​ຜູ່​ນຳຈີນ ທ່ານ​ເຈີ່​ງຊິ້ງຮົງ ຮອງ​ປະທານ​ປະ​ເທດ​ຈີນ​​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​ເຄົາ​ລົບສົບ.

ຜູ່​ທີ່​ເຂົ້າ​ຮ່ວມ​ພິທີ​ເຄົາລົບ​ສົບ​ນອກຈາກ​ເພື່ອນ​ມິດ​​ຂອງ​ທ່ານ​ວ່າງ​ຕ້ານ​ຮານ​ໃນ​​ເວລາ​ເພິ່ນ​ຍັງ​ມີ​ຊີວິດຢູ່,ຍັງ​ມີ​ພັນ​ລະນາ​ແລະ​ລູກ​ຊາຍ​ແລະ​ລູກ​ສາວ​ຂອງ​ທ່ານກູ່​ເຈີ້ນ​ຝູ  ຜູ່​ອຳນວຍ​ການ​ໃຫຍ່​ມູນ​ນິທິ​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ​ຂອງ​ໄຕ້​ຫວັນ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ,ຜູ່​​ແທນຂອງພັກ​ກົກ​ມິນ​ຕັງ ພັນ​ຊິ່ນ​ມິນຕັງ​​ແລະ​ພັກ​ຊິ່ນມິນ ​ເຊິ່ນ​ເປັນພັກ​ຝ່າຍ​ສາມ​ໃຫຍ່​ທີ່​ໄຕ້​ຫວັນ​ຮັບຮູ້​ຫຼັກ​ຫມັ້ນ​ປະ​ເທດ​ຈີນ​ດຽວ.

ຫຼັງ​ຈາກ​ພິທີ​ເຄົາລົບ​ສົບຂອງທ່ານ​ວ່າງ​ຕ້ານ​ຮານ​​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,ຜູ່​ຮັບຜິດຊອບຂອງ​ສະມາຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ກ່າວ​ຄຳ​ປາ​ໄສ​​ເປັນ​ພິ​ເສດ,ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຄວາມ​ໄວ້ອາ​ໄລຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​​ແລະມາ​ກາວ

ພີ່ນ້ອງ​ຮ່ວມ​ຊາດ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທ​ດ​ແລະ​ບຸກຄົນ​ຕ່າງປະ​ເທດ​ຕໍ່​ທ່ານ​ວ່າງ​ຕ້ານ​ຮານ.​ໂດຍ​ມອບ​ຫມາຍ​ຂອງ​ຄອບຄົວ​ທ່ານ​ວ່າງ​ຕ້າວ​ຮານ,​ຕອນ​ເຊົ້າ​ວັນ​ທີ 30 ທັນວາ,ສະມາຄົມ​ການ​ພົວພັນສອງ​ຝັ່ງ​ຊ່ອບ​ແຄບ​ໄຕ້​ຫວັນ​ຍັງ​ໄດ້ຝາກ​ຈົດຫມາຍ​ໄປ​ຍັງ​ມູນ​ນິທິ ການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ​ຊ່ອບ​ແຄບ,ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຄວາມ​ຖາມ​ຂ່າວ​ຂອງ​ມູນ​ນິທິ​ດັ່ງ​ກ່າວ.

ວັນ​ທີ 24 ທັນວາ,ທ່ານ​ວ່າງ​ຕ້າວ​ຮານ​ໄດ້​ເຖິງ​ແກ່​ກຳ​ຢູ່​ທີ່ຊຽງ​ໄຮ້,ປີ​ນີ້​ອາຍຸ 90 ປີ.​ໃນ​ເວລາ​ເພິ່ນຍັງ​ມີ​ຊີວິດຢູ່,ທ່ານ​​​​ເຄີຍ​ເປັນ​ປະທານຂອງ​ສະມາ ຄົມອົງການ​ຈັດ​ຕັ້ງ​ມອບ​ສິດ​ປະຊາຊົນ​ທີ່​ແຜ່ນດິນ​ໃຫຍ່​ຮັບ​ຜີ​ດຊອບ​ການ​ເຈລະຈາ​ລະຫວ່ງສອງ​ຝັ່ງ​ຊ່ອງ​ແຄບ.ທ່ານ​ວ່າງ​ຕ້າວ​ຮານ​ໄດ້​ພະຍາຍາມ​ສຸດ​ຂີດ​ປົວ​ແປງ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊອບ​ແຄບ​ຢ່າງ​ເປັນ​ເວລາ​ຍາວ​ນານ,​ໃນ​ປີ 1993 ​ແລະ​ປີ 1998 ​ໄດ້​ຈັດການ​ເຈ​ລະ​ຈາ​​ແລະ​ພົບ​ປະກັນກັບ​ທ່ານ​ກູ່​ເຈິ້ນຝູ​ຜູ່​ອຳ ນວຍ​ການ​ໃຫຍ່​ມູນ​ນິທິ​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ​ຊ່ອບ​ແຄບ​ຂອງໄຕ້ ຫວັນ​ສອງ​ເທື່ອ​ຕາມໆ​ກັນ,​ໄດ້ຊຸກ​ຍູ້​ການ​ສົນທະນາ​ແລະ​ການ​ແລກປ່ຽນ​ລະ ຫວ່າງ​ສອງ​ຝັ່ງ​ຊ່ອບ​ແຄບ​ຢ່າງ​ໃຫຍ່.