ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-30 21:24:09    
ທ່ານ​ປູ​ຕິນ​ກ່າວ​ເນັ້ນ​ວ່າ​ຣັດ​ເຊຍ​ກັບ​ອູ​ແກຼນ​ຄວນ​ເຄົາ​ລົບ​ກະ​ຕິ​ກາ​ຕະ​ຫຼາດ​ໃນ​ບັນ​ຫາ​ສະ​ໜອງ​ພະ​ລັງ​ງານ

cri
ຕາມ​ຂ່າວCRI,​ວັນ​ທີ29ທັນວາ,​ທ່ານ​ປູ​ຕິນ​ປະທາ​ນາທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ,​ຣັດ​ເຊຍ​ກັບ​ອູ​ແກຼນ​ຄວນ​ເຄົາ​ລົບ​ກະ​ຕິ​ກາ​ຕະ​ຫຼາດ​ໃນ​ບັນ​ຫາ​ສະ​ໜອງ​ພະ​ລັງ​ງານ,​ມີ​ແຕ່​ເຮັດ​ແນວ​ນີ້​ການ​ພົວ​ພັນ​ສອງ​ຝ່າຍ​ຈຶ່ງ​ສາ​ມາດ​ຮັກສາ​ອະນາ​ຄົດ​ພັດ​ທະນາ​ອັນ​ດີ​ງາມ,​ສອງ​ປະ​ເທດ​ຈຶ່ງ​ສາ​ມາດ​ຮັກສາ​ຄວາມ​ເປັນ​ເອກະລາດ​ໃນ​ດ້ານ​ເສດ​ຖະກິດ.

ຕາມ​ຂ່າວ​ແຈ້ງວ່າ,​ວັນ​ທີ29ທັນວາ​ຢູ່​ມົສກູໃນ​ເວລາ​ພົບ​ປະ​ຜູ້​ຮັບ​ຜິດ​ຊອບ​ຂອງ​ພາກ​ສ່ວນ​ກຳ​ກັບ​ພະ​ລັງ​ງານແລະບໍລິສັດ​ຂອງ​ຣັດ​ເຊຍ​ແລະ​ອູ​ແກຼນ,​ທ່ານ​ປູຕີນ​ເວົ້າ​ວ່າ,​ທ່ານ​ກັບ​ທ່ານ​ຢູສ​ເຊັນ​ໂກ​ປະ​ທາ​ນາທິ​ບໍດີ​ອູ​ແກຼນ​ບໍ່​ເຫັນ​ດີ​ຫັນ​ບັນ​ຫາ​ລາ​ຄາ​ອາຍ​ແກ໊ສ​ທຳ​ມະ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ບັນ​ຫາ​ການ​ເມືອງ,​ສອງ​ຝ່າຍ​ລ້ວນ​ແຕ່​ຫວັງ​ໃຫ້​ແກ້​ໄຂ​ການ​ວິ​ວາດ​ກັນ​ທີ່​​ເກີດ​ຂຶ້ນ​ຍ້ອນ​ບັນຫາ​ນີ້​ໂດຍ​ໄວຢ່າງ​ເໝາະ​ສົມ.

ມື້​ດຽວ​ກັນ,ຣັ​ເຊຍ​ກັບ​ອູ​ແກຼນ​ໄດ້​ສືບ​ຕໍ່​ເຈລະ​ຈາ​ກັນ​ກ່ຽວ​ກັບ​ບັນ​ຫາ​ລາ​ຄາ​ອາຍ​ແກ໊ສທຳ​ມະ​ຊາດ,ແຕ່​ຍັງ​ບໍ່​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະ​ສັນ​ກັນ.​ສອງ​ຝ່າຍ​ຕົກ​ລົງ​ເຈ​ລະ​ຈາ​ກັນ​ຕໍ່​ໄປ​ໃນ​ວັນ​ທີ30​ທັນ​ວາ