ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-30 21:34:04    
ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ຣັດ​ເຊຍ​ຈະ​ເພີ່ມ​ການ​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ອອກ​ຂາຍ​ໃຫ້​ຈີນ​ໃນ​ປີ​2006

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ29​ທັນວາ,​ບໍລິສັດ​ນ້ຳ​ມັນ​ເຊື້ອ​ໄຟ​ຣັດ ເຊຍ​ທີ່​ເປັນ​ບໍລິ​ສັດ​ຂອງ​ລັດ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ,​ໃນ​ປີໜ້າ​ບໍລິ​ສັດ​ດັ່ງ​ກ່າວ​ຈະ​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ເກືອບ​9ລ້ານ​ໂຕນ​ອອກ​ຂາຍ​ໃຫ້​ຈີນ​ໂດຍ​ຜ່ານ​ຈາກ​ທາງ​ລົດ​ໄຟ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ນີ້​ປະ​ມານ​ໜຶ່ງ​ເທົ່າ​.

ຖະ​ແຫຼງການ​ຊີ້​ອອກ​ວ່າ,​ໃນກາງ​ເດືອນ​ທັນວາ​ປີ​ນີ້,​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ພັນຣັດ​ເຊຍ​ເຫັນ​ດີ​ໃຫ້​ບໍລິສັດ​ດັ່ງກ່າວ​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ອອກ​ຂາຍ​ໃຫ້​ຈີນ​ໂດຍ​ຜ່ານ​ຈາກ​ທາງ​ລົດ​ໄຟ​ຕາມ​ລາ​ຄາ​ຂົນ​ສົ່ງ​ດ້ວຍ​ທໍ່​ນ້ຳມັນ,​ນະ​ໂຍບາຍ​ດັ່ງ​ກ່າວ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກຍູ້​ໃຫ້​ບໍ​ລິ​ສັດ​ນ້ຳມັນ​ເຊື້ອ​ໄຟ​ຣັດ​ເຊຍ​ເພີ່ມ​ທະ​ວີ​ການ​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ອອກ​ຂາຍ​ຈີນ​ໃນ​ປີ2006.

ແຕ່​ຕົ້ນ​ປີ​ນີ້ມາ,​ບໍລິ​ສັດ​ດັ່ງ​ກ່າວ​ໄດ້​ສົ່ງນ້ຳ​ມັນ​ເຊຶ້ອ​ໄຟ4​ລ້ານ​4​ແສນ​ໂຕນ​ອອກ​ຈີນ​ໂດຍ​ຜ່ານ​ຈາກ​ທາງ​ລົດ​​ໄຟ.