ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-30 22:03:44    
ໃນ​5​ປີ​ມາ​ນີ້,​ຈີນ​ໄດ້​ດູດ​ດຶງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ໂດຍ​ກົງ​ລື່ນ​ກາຍ​270​ຕື້​ໂດ​ລາ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ຫວ່າງ​ມໍ່ໆ​ນີ້,ທ່ານ​ຈັ່ງ​ສຽວ​ຊຽງ ຮອງ​ປະທານຄະນະກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະຕິ​ຮູ​ບ​ແຫ່ງ​ລັດ​ຈີນເຜີຍ​ໃຫ້​ຮູ້​ວ່າ,​ໃນ 5 ປີ​ມາ​ນີ້,ຈີນ​ໄດ້​ດູດ​ດຶງ​ນັກ​ທຸລະ​ກິດ​ຕ່າງປະ​ເທດ​ລົງທຶນ​ໂດຍ​ກົງ​ລື່ນ​ກາຍ 270 ຕື້​ໂດ​ລາ​ສະຫະລັດ.

ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​​ກຸ້ຍ​ຢາງ ​ເມືອງ​ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ຈີນ,ທ່ານ​ແນະນຳ​ວ່າ,ຫຼັງ​ຈາກ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ແລ້ວ,ຈີນ​​ໄດ້​ຂ້ຽວ​ເລັ່ງສ້າງ​ແລະປົວ​ແປງ​ລະ​ບົບ​ກົດ​ບັນຍັດແລະ​ນະ​ໂຍບາຍ​ທີ່​ກ່ຽວ ຂ້ອງ,ດັດ​ແກ້​ແລະ​ຍົກ​ເລີກ​ກົດຫມາຍ​ກົດ​ບັນຍັດ​ທີ່​ກ່ຽວຂ້ອງ​ທີ່​ບໍ່​ສອດ​ຄ່ອງ​ກັບ​ກະຕິ​ກາ​ຂອງ​ອົງການ​ການ​ຄ້າ​ໂລກ,ພ້ອມ​ກັນນັ້ນ,ກໍ​ໄດ້​ໄຂ​ຕະ​ຫຼາດ​ເງິນ​ທຶນສູ່​ພາຍ​ນອກ​ເທື່ອ​ລະ​ກ້າວ.

ປີ2003, ​ທຶນ​ຕ່າງປະ​ເທດ​ທີ່​ຈີນ​ນຳ​ເຂົ້າ​ຕົວຈິງ​​ໄດ້​ລື່ນ​ກາຍ​ອາ​ເມ​ລິ​ກາ​ເປັນ​ຄັ້ງທຳ​ອິດ,ກາຍ​ເປັນ​ປະ​ເທດ​ທີ່​ບໍລິສັດ​ຂ້າມ​ຊາດ​​ໃນ​ໂລກ​ມັກ​ລົງທຶນ​ກວ່າ​ຫມູ່,ນັບ​ມາ​ຮອດ​ປະຈຸ​ບັນ,​ໃນ​ 500​ບໍລິສັດ​ຂ້າມ​ຊາດ​ທີ່​ເຂັ້ມ​ແຂງ​ໃນ​ໂລກ​ມີ 400 ກວ່າ​ຫຼັງໄດ້​ລົງທຶນ​ຢູ່​ຈີນ​ແລ້ວ.