ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-01 20:28:36    
ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ 20 ຄົນ​ຂອງ​ປາ​ເລັສ​ຕິນ​ຖອນ​ອອກ​ຈາກ​ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 31 ທັນວາ​ປີ 2005, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຄະນະ​ກຳ​ມະການ​ນິຕິບັນຍັດ​ປາ​​ເລັສຕິນ 20 ຄົນ​​ປະກາດ​ຖອນ​ອອກ​ຈາກ​ການ​ເລືອກ​ຕັ້ງ​ຄະນະ​ກຳ​ມະການ​ນິຕິບັນຍັດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປາຍ​ເດືອນ​ມັງກອນ​ປີ 2006, ​ເພື່ອ​ເປັນ​ການ​ປ​ະທ້ວງ​ອິສຣາ​ແອນ​ທີ່​ໝາຍ​ຈະ​ຂັດຂວາງ​ບໍ່​ໃຫ້​ຊາວປາ​​ເລັສຕິນ​ຢູ່​ເຢລູຊາ​ເລັມ​ຕາ​ເວັນ​ອອກ​ປ່ອນ​ບັດ.

ຕາມ​ໄດ້​ຊາບ, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ທີ່ຖອນ​ອອກ​ຈາກ​ການ​ເລືອກ​ຕັ້ງ​ນັ້ນ​ສ່ວນຫຼາຍ​ມາ​ຈາກ​ອານ​ຟາ​ຕາ ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສຕິນ​ເຊິ່ງ​ເປັນ​ຝ່າຍ​ໃຫຍ່​ກວ່າ​ໝູ່​ໃນ​ອົງການ​ປົດ​ປ່ອຍ​ປາ​ເລັສຕິນ. ຜູ້​ຖອນ​ອອກ​ຈາກ​ການ​ເລືອກ​ຕັ້ງ​ກ່າວ​ວ່າ, ຈຸດປະສົງ​ຂອງ​ພວກ​ເຂົາ​ເຈົ້າ​ທີ່ຖອນ​ອອກ​ແມ່ນ​ເພື່ອໃຫ້​ປະຊາ​ມະຕິ​ຂອງ​ໄທ​ເມືອງ​ເຢລູຊາ​ເລັມ​ໄດ້​ຮັບ​ການ​ສ່ອງ​ແສງ​ໃນ​ລາຍ​ຊື່​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງອານ​ຟາ​ຕາ​ດີກ​ວ່າ​ເກົ່າ.