ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-02 15:54:19    
ນິ​ທານ​ອຸ​ປະ​ມາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ(2)(ສຽງ)

cri
ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າ​ຈະເລົ່າ​ນິທານອຸປະມາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສອງ​ເລື່ອງສູ່​ທ່ານ​ຟັງ, ຫວັງ​ວ່າຄົງຈະ​ມີ​ຜົນ​ດີ​ຕໍ່​ທ່ານ!

ນິທານ​ອຸປະມາ​ເລື່ອງ​ທຳ​ອິດ​ທີ່​ຈະ​ເລົ່າ​ສູ່​ທ່ານ​ຟັງ​ມື້​ນີ້​ແມ່ນ​ເລື່ອງ​ຈຸດປະສົງ​ຂອງ​ຜູ້​ໄຫວ້​ພະ. ​ແມ່ນ​ເວົ້າ​ເລື່ອງຄົນ​ຜູ້​ໜຶ່ງ, ​ເພື່ອ​ໄຫວ້​ພະ​ໄຫວ້​ເຈົ້າ​ໄດ້​ໃຊ້​ຈ່າຍ​ເງິນ​ຄຳ​ຢ່າງຫຼວງຫຼາຍ​, ​ເຄື່ອງ​ໄຫວ້​ຂອງ​ທ່ານ​ກໍ​ຊື້​ແຕ່​ແນວ​ດີໆ​ແພງໆ​ທັງ​ໝົດ, ຈິ່ງ​ວອນ​ໃຫ້​ເທວະ​ດາ​ຄຸ້ມ​ກັນ​ອາລັກຂາ​​ໃຫ້​ເຂົາ, ​ລາບ​ລວຍ​ໄດ້​ເປັນ​ເຈົ້າ​ເປັນ​ນາຍ. ຄືນ​ມື້ໜຶ່ງ, ​ເທວະ​ດາ​ອົງ​ນີ້​ໄດ້​ມາ​ເຂົ້າ​ຝັນ, ​ແລະ​ເວົ້າ​ນຳ​ເຂົາ​ວ່າ: ​ເຈົ້າ​ຢ່າ​ສູ່ຖອກ​ເທ​ເງິນ​ຄຳ​ມາ​ໄຫວ້​ຂ້ອຍ​ອີກ​ແລ້ວ, ມື້​ໃດ​ມື້ໜຶ່ງ​ຖ້າ​ເຈົ້າ​ບໍ່​ມີ​ເງິນ​ຄຳ, ​ແນ່ນອນ, ​ເຈົ້າ​ຕ້ອງ​ມາ​ຕູ່​ຂ້ອຍ.

ນີ້​ພຽງ​ແມ່ນ​ນິທານ​ອຸປະມາ​ເລື່ອງ​ໜຶ່ງ​ທໍ່​ໜຶ່ງ, ​ແຕ່​ມັນ​ໄດ້​ເຕືອນ​ພວກ​ເຮົາ​ວ່າ: ຜູ້​ທີ່​ມັກ​ໃຊ້​ເງິນ​ຄຳ​ໄປ​ເອົາ​ໃຈ​ຜູ້​ອື່ນ​ເລື້ອຍ​ໆ​ນັ້ນ, ​ແນ່ນອນ​ແມ່ນ​ຍ້ອນ​ມີ​ຈຸດປະສົງ​ໃດ​ໜຶ່ງ, ຜູ້​ຮັບ​ຈຶ່ງ​ຕ້ອງ​ລະມັດລະວັງ. ​ໃນ​ບໍລິ​ສັດຫຼືອົງການ​ຕ່າງໆ, ຖ້າ​ມີ​ຄົນ​ເອົາ​ຂອງຂວັນ​​ແພງໆ​ມາ​ຕ້ອນ, ​ແນ່ນອນ​ຕ້ອງ​ມີ​ຈຸດປະສົງ​ໃດ​ໜຶ່ງ, ຖ້າ​ບໍ່​ໄດ້​ຕາມ​ຄວາມ​ປະສົງ, ​ຜູ້​ໃຫ້​ຂອງຕ້ອນ​ກໍມັກ​ຈະ​ກັບ​ມາ​ໂຈມ​ຕີ​ຝ່າຍ​ທີ່​ເອົາ​ຂອງຕ້ອນ. ​ໃນ​ຊີວິດ​ຕົວຈິງ​ກໍ່​ຄື​ກັນ, ຖ້າ​ມີ​ຄົນ​ເອົາ​ຂອງ​ແພງໆ​ມາ​ໃຫ້, ຕ້ອງ​ລະວັງ, ​ເພາະວ່າ, ຜູ້​ເອົາ​ຂອງ​ມາ​ໃຫ້​ນັ້ນ, ອາດ​ຈະ​ມີ​ເລື່ອງ​ໃດ​ໜຶ່ງ​ຂໍ​ຊ່ອຍ, ຖ້າ​ພວກ​ເຣົາຮັບ​ເອົາ​ຂອງຂວັນ​ແລ້ວ, ກໍ​ຈະ​​ເໝືອນ​ດັ່ງ​ຄຳ​ພັງ​ເພີຍຂອງ​ລາວ​ເວົ້າ​ນັ້ນ​ວ່າ:"ກິນ​ເຂົ້າ​ຜີ ຟັງ​ຄວາມ​ຜີ", ຮອດ​ເວລາ​ທີ່​ຜູ້​ເອົາ​ຂອງ​ໃຫ້​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ນັ້ນ, ​ເຮົາ​ກໍ​ຈະ​ປະຕິ​ເສດ​ຍາກ, ​ແລະ​ເວົ້າ​ທົ່ວ​ໄປ​ແລ້ວ, ​ເລື່ອງ​ທີ່​ຕ້ອງການ​ໃຫ້​ເຮົາ​ເຮັດ​ໃຫ້​ນັ້ນ​ສ່ວນຫຼາຍ​ແມ່ນ​ພວກ​ເຮົາ​ຕ້ອງ​ຝ່າ​ຝືນຫຼັກການ​ຈຶ່ງ​ເຮັດ​ໄດ້. ຖ້າ​ພວກ​ເຮົາ​ປະຕິ​ເສດ, ຜູ້​ເອົາ​ຂອງຂວັນ​ໃຫ້​ກໍ​ຈະ​ນາບ​ຂູ່​ວ່າ, ​ພວກ​ເຮົາ​ຮັບ​ເອົາ​ຂອງ​ຫຼື​ໄດ້ຜົນ​ດີ​ຈາກ​ເຂົາ​ແລ້ວ. ດັ່ງ​ນັ້ນ, ຖ້າ​ມີ​ຄົນ​ເອົາ​ຂອງ​ແພງໆຫຼືລ້ຳ​ຄ່າ​ມາ​ໃຫ້​, ຫຼືວ່າ​ດີ​ຕໍ່​ພວກ​ເຮົາ​ຈົນ​ເກີນ​ສ່ວນ​ແລ້ວ, ພວກ​ເຮົາ​ກໍ​ຕ້ອງ​ລະວັງ.

ນິທານ​ອີກ​ເລື່ອງ​ໜຶ່ງ​​ແມ່ນ​ເວົ້າ​ເຖິງ​ໝູ​ປ່າ​ໂຕ​ໜຶ່ງ, ກຳລັງ​ຝົນ​ແຂ້ວ​ກ້ອງ​ຕົ້ນ​ໄມ້​ໃຫຍ່​ຕົ້ນ​ໜຶ່ງ. ໝາຈອກ​ມາ​ເຫັນ, ​ເລີຍ​ຖາມ​ດ້ວຍ​ຄວາມ​ປະຫຼາດ​ໃຈ​ວ່າ: ບໍ່​ເຫັນ​ມີ​ນາຍພານ​ໄລ່​ຕາມ​ມາ, ກໍ່​ບໍ່​ມີ​ອັນຕະລາຍ​ຫຍັງ, ​ເປັນ​ຫຍັງ​ໂຕ​ຈຶ່ງ​ຝົນ​ແຂ້ວ​ຢ່າງ​ເອົາ​ຈິງ​ເອົາ​ຈັງ​ປານ​ນີ້? ໝູ​ປ່າ​ຕອຍວ່າ: ​ເຈົ້າ​ຄິດ​​ເບິ່ງ​ແມ, ຄັນ​ເກີດ​ອັນຕະລາຍ​ຂຶ້ນ​ແລ້ວ, ​ເຈົ້າ​ຍັງ​ມີ​ເວລາ​ຝົນ​ແຂ້ວ​ເຈົ້າ​ບໍ່? ດຽວ​ນີ້​ຝົນ​ໃຫ້​ມັນ​ເຂົ້າໆ​ກ່ອນ, ບາດ​ຕ້ອງການ​ໃຊ້​ຈຶ່ງ​ບໍ່​ກະວົນກະວາຍ.

ຈີນ​ມີ​ສຸພາສິດ​ຄຳ​ໜຶ່ງ​ວ່າ: ສ້ອມ​​ແປງ​ເຮືອນ​ຊານ​ກ່ອນ​ຍາມ​ຝົນ, ກົງ​ກັບ​ຄຳ​ພັງ​ເພີຍລາວ​ວ່າ"ກັນ​ດີກ​ວ່າ​ແກ້​, ແຮ​ດີກ​ວ່າ​ລົ້ວ", ຄຳ​ພັງ​ເພີຍຄຳ​ນີ້​ແມ່ນ​ເວົ້າ​ເຖິງ​ນົກ​ຊະນິດ​ໜຶ່ງ, ກ່ອນ​ຍາມ​ຝົນ​ຈະ​ມາ​ຮອດ, ມັນ​ກໍ​ຈິກ​ເອົາ​ເປືອກ​ຕົ້ນ​ມອນ​ໄປ​ແປງ​ຮັງ​ຂອງ​ມັນ​ໃຫ້​ໝັ້ນຄົງ, ​ເພື່ອ​ບໍ່​ໃຫ້​ເຮືອນ​ຮົ່ວ​ໃນ​ຍາມ​ຝົນຕົກ. ຄຳ​ພັງ​ເພີຍຄຳ​ນີ້​ແມ່ນ​ອຸປະມາ​ວ່າ​, ​ເຮັດ​ຫຍັງ​ຄວນ​ກະກຽມ​ໄວ້​ກ່ອນ, ​ເພື່ອ​ປ້ອງ​ກັນ​ເກີດ​ອຸບັດ​ເຫດ. ​ເອົາ​ໃຈ​ໃສ່​ທ້ອນ​ໂຮມ​ໃນ​ຍາມ​ທຳ​ມະ​ດາ, ກຽມພ້ອມ​ໄວ້​ກ່ອນ, ມື້​ໃດ​ມື້ໜຶ່ງ​ໃນ​ພາຍ​ໜ້າ​ຫາກ​ຈະ​ໄດ້ຜົນ​ຢ່າງ​ແນ່ນອນ. ​ໃນ​ວຽກ​ງານ, ຖ້າ​ບໍ່​ເອົາ​ໃຈ​ໃສ່​ຮຽນ​ຕື່ມ, ຮູ້​ແຕ່​ຈົ່ມ​ວ່າ​ຕົນ​ເອງ​ບໍ່​ມີ​ໂອກາດ, ​ແຕ່​ເມື່ອ​ມີ​ໂອກາດ​​ເລື່ອນ​ຊັ້ນ​ແລ້ວ, ກໍ່​ຈະ​ກິນ​ແໜງວ່າ​ຕົນ​ເອງ​ບໍ່​ໄດ້​ສະ​ສົມ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ພຽງ​ໃນ​ຍາມ​ປົກກະຕິ, ຈົນ​ວ່າ​ເສຍ​ໂອກາດ​ໄປ​ລ້າໆ, ກໍ​ຈະ​ມີ​ແຕ່​ກິນ​ແໜງ​ແຄງ​ໃຈ​ທໍ່​ນັ້ນ.