ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-02 21:08:19    
ອົງການ​ອານ​ຟາ​ດາຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ບັນ​ລຸ​ສັນ​ຕິ​ພາບ​ຢ່າງ​ຮອບ​ດ້ານ​ແລະ​ທ່ຽງ​ທຳ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 1 ມັງກອນ,ຢູ່​ຕຸຍ​ນີຊີ,ທ່າ​ນຟາ​ລູກ ຄັດໂດມີ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສຕີນ(ຄື​ອົງການ​ອານ​ຟາ​ດາ)ກ່າວ​ລື້​ມວ່າ,ປະຊາຊົນ​ປາ​ເລັສຕີນ​ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການບັນລຸສັນ​ຕິ​ພາບຢ່າງ​ຮອບດ້ານ​ແລະ​ທ່ຽງທຳ​ບົນ​ພື້ນຖານ​ຫຼັກການ"​ເອົາດິນ​​​ແດນ​ແລກ​ປ່ຽນ​ສັນ​ຕິພາບ" ຂໍ້​ລິ​ເລີ່​ມສັນຕິພາບ​ອາ​ລາບ​ປີ 2002 ​ແລະມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ​ຄັດໂດ​ມີ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ຊຸມນຸມ​ລະ​ລຶກການ​ປະຕິ​ວັດ​ຂອງປາ​ເລັສຕີນ​ລະ​ເບີດ​ຂຶ້ນ​ຄົບຮອບ 41 ປີ.

ໃນ​ເວລາກ່າວ​ເຖິງ​ການ​ເລືອກ​ຕັ້ງ​ສະພາ​ນິຕິບັນຍັດ​ປາ​ເລັສຕີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ນີ້,ທ່ານຄັດໂດ​ມີ​ເຫັນ​ວ່າ,​ພາຍໃຕ້​ການ​ຍຶດຄອງ​ແລະ​ການ​ອັດ​ຕັນ​ຂອງ​ອິສຣາ​ແອນ,ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຢ່າງ​ເສລີ​ແລະ​ມີ​ປະຊາທິປະ​​ໄຕບໍ່​ໄດ້,ກໍ່​ບໍ່​ມີ​ຜົນດີ​ຕໍ່​ການ​ບັນລຸ​ເປົ້າ​ໝາຍ​ຂອງ​ຊາດ​ປາ​ເລັສຕີນ.