ຕາມຂ່າວໜັງສືພິມເຢັນມິນຢື້ປ້າວຂອງຈີນ: ຫວ່າງມໍ່ໆນີ້ ທ່ານຢວນຫຼົງຜິງ ບັນດິດສະພາບັນດິດວິສະວະກຳຈີນ ທີ່ຖືກເອີ້ນເປັນ "ບິດາແຫ່ງເຂົ້ານານ້ຳປະສົມພັນ" ກ່າວວ່າ, ຮອດປີ 2010, ຜົນຜະລິດເຂົ້ານານ້ຳເໜືອຊັ້ນ ຫຼືເຂົ້ານານ້ຳປະສົມພັນຜົນຜະລິດສູງ ທີ່ທ່ານກຳກັບການຄົ້ນຄວ້ານັ້ນ ຈະບັນລຸ 1 ໝື່ນ 3500 ກິໂລຕໍ່ເຮັກຕາ.
ທ່ານຢວນຫຼົງຜິງຍັງແນະນຳວ່າ, ໃນໂລກໄດ້ມີ 20 ກວ່າປະເທດຄົ້ນຄວ້າເຂົ້ານານ້ຳປະສົມພັນແລ້ວ, ການປູກທົດລອງຂອງຫຼາຍປະເທດຢູ່ອາຊີອາຄະເນ ອາຊີໃຕ້ ທະວີບອາເມລິກາໃຕ້ແລະທະວີບອາຟິຼກກາເປັນຕົ້ນ ລ້ວນແຕ່ໄດ້ຮັບຜົນເພີ່ມຫຼາຍຂຶ້ນຢ່າງເດັ່ນຊັດ.
ທ່ານຢວນຫຼົງຜິງກ່າວວ່າ, ເພື່ອເຮັດໃຫ້ຄົນຍິ່ງຫຼາຍຈະໄດ້ຮັບຜົນປະໂຫຍດ, ປັດຈຸບັນ ເຕັກນິກປູກເຂົ້ານານ້ຳປະສົມພັນຂອງຈີນແມ່ນເປີດເຜີຍທັງໝົດຕໍ່ທົ່ວໂລກ.
|