ຕາມຂ່າວCRI: ວັນທີ 4 ມັງກອນຢູ່ທີ່ຮົງກົງ, ກອງທຶນມູນເຊື້ອອາເມລິກາໄດ້ປະກາດບົດລາຍງານ"ຕົວເລກດັດຊະນີລະດັບເສລີເສດຖະກິດ"ປີ2006, ຮົງກົງຖືກເລືອກເປັນລະບົບເສດຖະກິດເສລີທີ່ສຸດທົ່ວໂລກໃນ12ປີລຽນຕິດ. ສີງກະໂປແລະອຽກລັງຕ່າງເປັນທີ2ແລະທີ3.
ບົດລາຍງານດັ່ງກ່າວຂອງກອງທຶນມູນເຊື້ອອາເມລິກາໄດ້ກວມລະບົບເສດຖະກິດ157ແຫ່ງໃນທົ່ວໂລກ. ບົດລາຍງານດັ່ງກ່າວເຫັນວ່າ, ທ່າແຮງຂອງຮົງກົງມີດັ່ງນີ້: ຮົງກົງເປັນເມືອງທ່າເສລີທີ່ບໍ່ມີສິ່ງກີດຂວາງການຄ້າ, ລະດັບແຊກແຊງຂອງອົງການປົກຄອງຕໍ່ເສດຖະກິດຕ່ຳຫຼາຍ, ການຈໍລະຈອນຂອງເງິນທຶນແລະການລົງທຶນຂອງຕ່າງປະເທດມີຄວາມເສລີລະດັບສູງເປັນຕົ້ນ.
|