|
 |
(GMT+08:00)
2006-01-04 17:57:10
|
 |
ແຕ່ມື້ນີ້ເປັນຕົ້ນໄປ ລາຄາກາງຂອງອັດຕາແລກປ່ຽນເງິນຢວນຈີນຈະຕົກລົງດ້ວຍຮູບການໃໝ່
cri
Author: cai
ຕາມຂ່າວສານຊີນຮວາ:ແຕ່ວັນທີ 4 ມັງກອນເປັນຕົ້ນໄປ,ທະນາຄານປະຊາຊົນຈີນໄດ້ມອບສິດໃຫ້ສູນແລກປ່ຽນເງິນຕາຕ່າງປະເທດຂອງຈີນປະກາດລາຄາກາງຂອງອັດຕາແລກປ່ຽນລະຫວ່າງເງິນຢວນຈີນກັບໂດລາສະຫະລັດ ເງິນເອີໂລ ເງິນເຢັນຍີ່ປຸ່ນແລະໂດລາຮົງກົງຕໍ່ພາຍນອກຊູ່ມື້ໃນຕອນເຊົ້າ 9 ໂມງ 15 ນາທີຂອງແຕ່ລະວັນເຂົ້າການ.
ຮູບການກຳເນີດລາຄາກາງຂອງອັດຕາແລກປ່ຽນລະຫວ່າງເງິນຢວນຈີນກັບໂດລາສະຫະລັດແມ່ນ:ສູນແລກປ່ຽນເງິນຕາຕ່າງປະເທດຂອງຈີນຖາມລາຄານຳທະນາຄານທີ່ທຸລະກິດຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາຄານທັງໝົດກ່ອນຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາຄານເປີດຕະຫຼາດທຸກມື້,ແລ້ວຈຶ່ງກຳນົດ.ລາຄາກາງຂອງອັດຕາແລກປ່ຽນລະຫວ່າງເງິນຢວນຈີນກັບເງິນເອີໂລ ເງິນເຢັນຍີ່ປຸ່ນແລະໂດລາຮົງກົງແມ່ນຄິດໄລ່ຕົກລົງໂດຍສູນແລກປ່ຽນເງິນຕາຕ່າງປະເທດຂອງຈີນຕາມລາຄາກາງຂອງອັດຕາແລກປ່ຽນລະຫວ່າງເງິນຢວນຈີນກັບໂດລາສະຫະລັດແລະອັດຕາແລກປ່ຽນລະຫວ່າງເງິນເອີໂລ ເງິນເຢັນຍີ່ປຸ່ນແລະໂດລາຮົງກົງກັບໂດລາສະຫະລັດໃນຕະຫຼາດເງິນຕາຕ່າງປະເທດສາກົນໃນ 9 ໂມງເຊົ້າທຸກມື້.
|
|
|