ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-04 20:13:08    
ຈີນ​ເລີ່​ມປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ​ພາກ​ບັງ​ຄັບ ຈຸດ​ໜັກ​ແມ່ນ​ຍົກ​ສູງ​ລະ​ດັບ​ການ​ສຶກ​ສາ​ຢູ່​ຊົນ​ນະ​ບົດ

cri Author: lm

ຕາມ​ຂ່າວCRI: ຈີນ​ພວມ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງຄັບ​ສະບັບ​ປັດຈຸ​ບັນ, ​ການ​ຍົກ​ສູງ​ລະດັບ​ການ​ສຶກສາຢູ່​ຊົນນະບົດ​ແມ່ນ​ໜຶ່ງ​ໃນບັນດາ​ຈຸດ​ໜັກ​ຂອງການ​ປັບປຸງ.

ກອງ​ປະຊຸມ​ລັດຖະບານ​ຈີນໃນ​ວັນ​ທີ 4 ມັງກອນ​ນີ້ ​ໄດ້ຫາລື​ແລະ​ຮັບຮອງ​ເອົາ​ຮ່າງ​ ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງຄັບ​ສະບັບ​ປັບປຸງ​. ​ເນື້ອ​ໃນຕົ້ນຕໍ​ທີ່​ປັບປຸງ​​ເທື່ອ​ນີ້ ລວມ​ມີ​ດັ່ງ​ນີ້: ຈັດ​ສັນ​ຊັບພະຍາກອນ​ການ​ສຶກສາ​ພາກ​ບັງຄັບ​ໃຫ້​ສົມ​ເຫດ​ສົມ​ຜົນ, ການ​ລົງທຶນ​ຕ້ອງ​ອ່ຽງ​ໄປ​ສູ່​ໂຮງຮຽນ​ຊົນນະບົດ, ຊັກ​ນຳ​ແລະ​ລະດົມ​ນັກ​ສຶກສາ​ທີ່​ສຳ​ເລັດ​ການຮຽນ​ແລະ​ຄູ​ໄປເຮັດ​ວຽກ​ການ​ສຶກ​ສາ​ພາກ​ບັງຄັບ, ​ໂດຍ​ສະ​ເພາະ​ແມ່ນ​ໄປ​ສິດສອນ​ຢູ່​ຊົນນະບົດ, ​ໃຊ້​ມາດ​ຕະການ​ຊຸກ​ຍູ້​ໃຫ້​ໂຮງ​ຮຽນ​ພັດທະນາ​ຢ່າງ​ກ້ຳ​ເກິ່ງ​ກັນ. ນອກ​ນີ້, ​ການ​ສຶກສາ​ທາງ​ດ້ານ​ຄຸນ​ທາດ ​ການ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ໂຮງຮຽນ ການ​ຮັບປະ​ກັນ​ຄວາ​ມປອດ​ໄພ​ຂອງ​ໂຮ​ນຮຽນ​ກໍ່​ຈະ​ຖືກ​ຈັດ​​ເຂົ້າ​ໃນ​ເນື້ອ​ໃນ​ປັບປຸງ.