ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-04 20:20:48    
ການ​ເຄື່ອນ​ໄຫວ​​ແຂ່ງຂັນ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕິນ​ເລີ່ມ ຈັດ​ຂຶ້ນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 3 ມັງກອນ​ນີ້, ການ​ເຄື່ອນ​ໄຫວ​ແຂ່ງຂັນ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິຕິບັນຍັດ​ປາ​ເລັສຕິນ​ເລີ່​ມຈັດ​ຂຶ້ນ.

​ໃນ​ມື້​ດຽວ​ກັນ 11 ອົງການຈັດຕັ້ງທີ່​ເຂົ້າຮ່ວມ​ການ​​ແຂ່ງຂັນເລືອກ​ຕັ້ງ​ເຊິ່ງລວມທັງ​ອົງ​ການ​ອານ ຟາ​ຕາ​ແລະ​ອົງການ​ຮາ​ມາສຕ່າງ​ໄດ້​ປະກາດ​ໂຄງການ​​ແຂ່ງຂັນ​ເລືອກ​ຕັ້ງຂອງ​ໃຜລາວ​ຕໍ່​ສື່​ມວນ​ຊົນ​ຢູ່​ກາຊາ​ແລະ​ລາມາ​ລາ, ຜູ່​ສະໝັກ​ຮັບ​ເລືອກ​ຕັ້ງ 726 ຄົນ​ຈະ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະການ​ນິຕິບັນຍັດ 132 ບ່ອນ​ນັ່ງ​ຕາມ​ສອງ​ລະບອບ ຄື​ລະບອບ​ອັດຕາ​ສ່ວນ​ແລະ​ລະ​ບອບ​ສ່ວນ​ຫຼາຍ.

ການ​ເຄື່ອນ​ໄຫວ​ແຂ່ງ​ຂັນເລືອກ​ຕັ້ງຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນຈະ ດຳ​ເນີນ​ເປັນ​ເວ​ລາ 3 ອາທິດ, ​ແລະ​ຈະ​ສິ້ນ​ສຸດ​ລົງ​ກ່ອນ​ການປ່ອນ​ບັດ​ເລືອກຕັ້ງຄະນະ​ກຳມະການ​ນິຕິ​ບັນ​ຍັດ​ໃນ​ວັນ​ທີ 25 ມັງກອນ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ​ພາຍຫຼັງການ​ເຄື່ອນ​ໄຫວ​ແຂ່ງຂັນ​​ເລືອກ​ຕັ້ງ​ໄດ້​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ແລ້ວ, ຕຳຫຼວດອິສຣາ​ແອນ​ໄດ້​ໃຊ້​ການ​ເຄື່ອນ​ໄຫວ​ຄວບ​ຄຸມ​ຢູ່​ເຈຣູຊາ​​ແລມ​ຕາ​ເວັນ​ອອກ, ຫ້າມ​ບໍ່​ໃຫ້​ຊາວ​ປາ​ເລັສຕິນຢູ່​ແຫ່ງ​ນັ້ນ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ແຂ່ງຂັນ​​ເລືອກ​ຕັ້ງ.